ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ພາກໃຕ້ ຂອງ ສຫລ ຕຽມພ້ອມ ຮັບມື ກັບພາຍຸ ທໍເນໂດ ລຸນຫຼັງການເສຍຊີວິດ ຂອງ 18 ຄົນ


ຄວາມເສຍຫາຍ ຈາກອັນທີ່ປາກົດວ່າ ເປັນພາຍຸຸ ທໍເນໂດ ທີ່ພັດຖະລົ່ມ ໃນວັນອາທິດ ທີ 22 ມັງກອນ 2017 ຢູ່ທີ່ຟາມ ໃນເມືອງ Cook County ຂອງລັດ Georgia.
ຄວາມເສຍຫາຍ ຈາກອັນທີ່ປາກົດວ່າ ເປັນພາຍຸຸ ທໍເນໂດ ທີ່ພັດຖະລົ່ມ ໃນວັນອາທິດ ທີ 22 ມັງກອນ 2017 ຢູ່ທີ່ຟາມ ໃນເມືອງ Cook County ຂອງລັດ Georgia.

ສະພາບອາກາດທີ່ຮ້າຍແຮງ ໄດ້ເອົາຊີວິດ ຢ່າງນ້ອຍ 18 ຄົນແລ້ວ ຢູ່ໃນພາກໃຕ້
ຂອງ ສະຫະລັດ ແລະ ບັນດານັກພະຍາກອນອາກາດ ໄດ້ເຕືອນເຖິງ ພາຍຸອັນຕະລາຍ ຫຼາຍຫົວ ຈະຕິດຕາມມາຕື່ມອີກ.

ອົງການສະພາບອາກາດແຫ່ງຊາດ ໄດ້ກ່າວໃນວັນອາທິດວານນີ້ ວ່າ ຢູ່ທາງພາກໃຕ້ ຂອງລັດ Georgia ແລະຢູ່ທາງພາກເໜືອຂອງ ລັດ Florida ແລະຢູ່ແຈສຸດຂອງລັດ Alabama ທາງພາກຕາເວັນອອກສຽງໃຕ້ ອາດຈະປະເຊີນກັບ ພາຍຸລົມຫົວກຸດ
ທໍເນໂດ ພ້ອມດ້ວຍລົມແຮງທີ່ສາມາດສ້າງຄວາມເສຍຫາຍ ແລະຈະມີໝາກເຫັບ
ໜ່ວຍໃຫຍ່. ເສັ້ນທາງຍາວຢຽດຂອງພວກທໍເນໂດ ທີ່ຈະພັດຖະລົ່ມ ຫຼາຍຊົ່ວ
ກິໂລແມັດ ຍັງຈະເປັນຄວາມສ່ຽງ ທີ່ອາດກາຍເປັນຈິງ.

14 ຄົນ ໄດ້ເສຍຊີວິດ ແລະ ຫຼາຍກວ່າ 20 ຄົນໄດ້ຮັບບາດເຈັບ ເວລາ ພາຍຸ ແລະ
ທໍເນໂດ ທີ່ຮ້າຍແຮງ ໄດ້ພັດຜ່ານລັດ Georgia ໃນທ້າຍສັບປະດາແລ້ວນີ້. ອີກສີ່ຄົນ ກໍໄດ້ເສຍຊີວິດ ໃນລັດ Mississippi ຍ້ອນພາຍຸທໍເນໂດ ພັດຖະລົ່ມ ໃນວັນເສົາຜ່ານມາ.

ຜູ້ປົກຄອງລັດ Georgia ທ່ານ Nathan Deal ໄດ້ປະກາດພາວະສຸກເສີນ ຢູ່ໃນ 7 ຕົວເມືອງ ທີ່ໄດ້ຮັບຜົນກະທົບ ເຊັ່ນການເສຍຊີວິດ ການບາດເຈັບ ແລະ ຄວາມເສຍ
ຫາຍທີ່ໜັກໜ່ວງ ຈາກພາຍຸດັ່ງກ່າວ. ທ່ານ Deal ກ່າວວ່າ ອົງການຕ່າງໆຂອງລັດ
ພວມ “ຈັດແຈງຊັບພະຍາກອນໝົດທຸກຢ່າງທີ່ມີ” ເພື່ອນຳໄປໃຫ້ ຕົວເມືອງຕ່າງໆ ທີ່ໄດ້ຮັບຜົນກະທົບ ແລະ ວ່າ “ຄວາມຄິດຮອດຄິດເຖິງ ແລະ ການພະວະນາ ຂອງ ພວກເຮົາ ແມ່ນຢູ່ກັບຊາວ Georgia ຜູ້ທີ່ໄດ້ຮັບຜົນກະທົບຈາກພາຍຸຢ່າງໜັກ.”

ທ່ານປະທານາທິບໍດີ ດໍໂນລ ທຣຳ ໄດ້ລົມກັບ ທ່ານ Deal ຜູ້ປົກຄອງລັດ ໃນວັນອາທິດ ວານນີ້ ເພື່ອສະແດງຄວາມເສຍໃຈຂອງທ່ານ ສຳລັບພວກທີ່ໄດ້ເສຍຊີວິດ ຍ້ອນພາຍຸ ທໍເນໂດ ທີ່ມີພະລັງແຮງ ທີ່ໄດ້ພັດຖະລົ່ມທົ່ວລັດນີ້.

ທ່ານທຣຳ ໄດ້ບັນລະຍາຍວ່າ ພວກທໍເນໂດນີ້ ມັນຮ້າຍແຮງ ແລະ ມີພະລັງຫຼາຍ. ທ່ານໄດ້ມີຄຳເຫັນ ຢູ່ທີ່ຫ້ອງຢູ່ທາງກ້ຳຕາເວັນອອກ ຂອງທຳນຽບຂາວ ໃນລະຫວ່າງ ມື້ທີສອງເຕັມມື້ຂອງການທຳໜ້າທີ່ ແລະກ່າວຕື່ມວ່າ ທ່ານຈະລົມກັບຜູ້ປົກຄອງລັດ Florida ທ່ານ Rick Scott ຕາມທີຫລັງ.

US Deadly Weather
please wait
Embed

No media source currently available

0:00 0:00:50 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG