ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກ​ວ່າ 200 ບ້ານໃນ 4 ​ແຂວງ​ທາງ​ພາກ​ໃຕ້ ຂອງລາວ ຍັງ​ຖືກນ້ຳ​ຖ້ວມຢູ່ ເຖິງ​ແມ່ນ​ວ່າ ນ້ຳ​​ເລີ້ມ​ຫລຸ​ດ ​ລົງ​ແລ້ວ​ກໍ​ຕາ​ມ


ສະ​ພາບ​ນ້ຳ​ຖ້ວມ​ໃນ​ບ້ານ​ຄີ​ລີ, ເມືອງ​ຊະ​ນະ​ສົມ​ບູນ, ຂ. ຈຳ​ປາ​ສັກ ໃນ​ວັນ​ທີ 6 ກັນ​ຍາ 2019
ສະ​ພາບ​ນ້ຳ​ຖ້ວມ​ໃນ​ບ້ານ​ຄີ​ລີ, ເມືອງ​ຊະ​ນະ​ສົມ​ບູນ, ຂ. ຈຳ​ປາ​ສັກ ໃນ​ວັນ​ທີ 6 ກັນ​ຍາ 2019

ປະ​ຊາ​ຊົນ​ລາວ​ໃນ 4 ແຂວງ​ພາກ​ໃຕ້​ຂອງ​ລາວ ໄດ້​ຖືກ​ນ້ຳ​ຖ້ວມ ຢ່າງ​ຫລວງ​ຫລາຍ​ຍ້ອນ
​ຝົນ​ຕົກ​ໜັກນັບ​ແຕ່​ທ້າຍ​ເດືອນ​ສິງ​ຫາ​ເປັນ​ຕົ້ນ​ມາ. ທັງ​ນີ້​ກໍ​ຍ້ອນມີ​ລົມ​ພາ​ຍຸ​ທີ່​ພັດເຂົ້າ​ມາ​
ຫາ​ຫວຽດ​ນາມ ແລະ​ພາກ​ໃຕ້​ຂອງ​ລາວ ບວກ​ກັບ​ການ​ຍື່ງ​ຂຶ້ນ​ຂອງ​ແມ່​ນ້ຳເຊ​ໂດນ. ປັດ​
ຈຸ​ບັນ ເຖິງ​ແມ່ນ​ວ່າ​ນ້ຳ​ໄດ້​ຫລຸດ​ລົງ​ແດ່​ແລ້ວ ແຕ່​ປະ​ຊາ​ຊົນ​ໃນຫລາຍ​ບ້ານກໍ​ຍັງ​ບໍ່​ສາ​ມາດ​
ກັບ​ຄືນ​ໄປ​ຫາ​ບ້ານ​ເຮືອນ​ຂອງ​ຕົນໄດ້​ເທື່ອ ທັງ​ນີ້​ກໍ​ເນື່ອງ​ມາ​ຈາກ​ເຮືອນ​ຊານຍັງ​ເພ​ພັງ.
ບໍ່​ພຽງ​ແຕ່​ເທົ່າ​ນັ້ນ ຢູ່ໃນ​ບາງເຂດເຊັ່ນໃນເຂດເມືອງກະລືມ ແຂວງ​ເຊກອງ​ຜູ້​ຄົນກໍ​ຍັງບໍ່
​ສາ​ມາດ​ເຂົ້າ​ເຖິງ​ໝູ່​ບ້ານຂອງ​ຕົນ​ໄດ້​ຍ້ອນຫົນ​ທາງຖືກ​ທຳ​ລາຍ ແລະຂົວ​ຫັກອີກ​ດ້ວຍ.

ສະ​ພາບ​ນ້ຳ​ຖ້ວມ​ໃນເຂດ​ແຄມ​ແມ່​ນ້ຳ​ຂອງ​ເມືອງປາກ​ເຊ, ຂ. ຈຳ​ປາ​ສັກ ໃນ​ວັນ​ທີ 6 ກັນ​ຍາ 2019
ສະ​ພາບ​ນ້ຳ​ຖ້ວມ​ໃນເຂດ​ແຄມ​ແມ່​ນ້ຳ​ຂອງ​ເມືອງປາກ​ເຊ, ຂ. ຈຳ​ປາ​ສັກ ໃນ​ວັນ​ທີ 6 ກັນ​ຍາ 2019

ຫຼາຍກວ່າ 200 ໝູ່ບ້ານໃນຫລາຍກວ່າ 19 ເມືອງຢູ່ໃນ 4 ແຂວງ​ພາກ​ໃຕ້​ຂອງ​ລາວ ກໍ
​ຄື​ແຂວງ​ສາ​ລະ​ວັນ, ຈຳ​ປາ​ສັກ, ເຊກອງ ແລະ​ອັດ​ຕະ​ປື, ມາ​ຮອດ​ວັນ​ສຸກ, ວັນ​ທີ 6 ກັນ​
ຍາທີ່​ຜານ​ມານີ້ ​ຖືກ​ນໍ້າ​ຖ້ວມ​ມາ​ໄດ້​ຫລາຍ​ວັນ​ແລ້ວ. ອີງຕາມການລາຍງານຈາກກົມ
ອຸຕຸນິຍົມອຸທົກກະສາດຂອງ​ລາວບອກວ່າ: ເຫດ​ນ້ຳ​ຖ້ວມຢູ່​ເຂດ​ພາກ​ໃຕ້​ໃນ​ຄັ້ງນີ້ ແມ່ນ
ເກີດ​ມາ​ຈາກພະຍຸຄາຈີກິ (KAJIKI) ຫົວທີ 14 ທີ່ພັດຜ່ານທະເລຈີນໃຕ້ເຂົ້າ ມາທາງ
ຕາເວັນອອກ ຂອງຫວຽດນາມ ຜ່ານພາກກາງ ແລະພາກໃຕ້ ຂອງລາວໄດ້ເຮັດໃຫ້ ມີ
ລົມແຮງ ແລະ ຝົນຕົກໜັກຫຼາຍວັນຕິດຕໍ່ກັນ ຈຶ່ງເຮັດໃຫ້ນໍ້າໄຫຼເຂົ້າຖ້ວມບ້ານເຮືອນ
ຂອງປະຊາຊົນ ຢູ່​ໃນ 4 ແຂວງ​ພາກ​ໃຕ້​ຂອງ​ລາວຢ່າງໄວວາ ແລະໜັກໜ່ວງ.

XS
SM
MD
LG