ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດ​ແຜ່ນ​ດິນ​ໄຫວ ທີ່​ຮຸ​ນ​ແຮງ​ຄັ້ງ​ທີ​ສາມ ໃນ​ເດືອນ​ຕຸ​ລາ ຢູ່ ພາກ​ໃຕ້​ຂອງ ຟີ​ລິບ​ປິນ


ຄວາມ​ເສຍ​ຫາຍ​ຈາກ​ແຜ່ນ​ດິນ​ໄຫວ​ ສາ​ມາດ​ເຫັນ​ໄດ້​ໃນ​ເ​ມືອງ ດີກ​ັອ​ສ, ພາກ​ພື້ນ ດາວ​າວ ແດ​ລ ເຊີກ, ປະ​ເທດ ຟີ​ລິບ​ປິນ. 31 ຕຸ​ລາ, 2019,
ຄວາມ​ເສຍ​ຫາຍ​ຈາກ​ແຜ່ນ​ດິນ​ໄຫວ​ ສາ​ມາດ​ເຫັນ​ໄດ້​ໃນ​ເ​ມືອງ ດີກ​ັອ​ສ, ພາກ​ພື້ນ ດາວ​າວ ແດ​ລ ເຊີກ, ປະ​ເທດ ຟີ​ລິບ​ປິນ. 31 ຕຸ​ລາ, 2019,

ຢ່າງ​ໜ້ອຍ​ຫ້າ​ຄົນ​ໄດ້​ເສຍ​ຊີ​ວິດ​ໃນ​ພາກ​ໃຕ້​ຂອງ ຟີ​ລິບ​ປິນ ຫຼັງ​ຈາກ​ໄດ້​ເກີດ​ແຜ່ນ​ດິນ​ໄຫວ​ຢ່າງ​ຮຸນ​ແຮງ​ໃນ​ວັນ​ພະ​ຫັດ​ມື້ນີ້, ເຊິ່ງ​ແມ່ນ​ຄັ້ງ​ທີ​ສາມ​ທີ່​ໄດ້​ເກີດ​ຂຶ້ນ​ຢູ່​ພາກ​ພື້ນ​ດັ່ງ​ກ່າວ​ໃນ​ເດືອນນີ້.

ອົງການ​ສຳ​ຫຼວດ​ທໍ​ລະ​ນີ​ວິ​ທ​ະ​ຍາ ສະ​ຫະ​ລັດ ກ່າວ​ວ່າ ແຜ່ນ​ດິນ​ໄຫວ​ຄວາມ​ແຮງ 6.5 ໄດ້​ເກີດ​ຂຶ້ນ​ປະ​ມານ​ນຶ່ງ​ກິ​ໂລ​ແມັດ ​ທາງ​ພາກ​ໃຕ້​ຂອງ​ເມືອງ ຄິ​ຊານ​ເຕ ໃນ​ເກາະ ມິນ​ດາ​ນາວ. ຈຳ​ນວນ​ຜູ້​ເສຍ​ຊີ​ວິດລວມ​ມີ​ເຈົ້າ​ໜ້າ​ທີ່​ໃນ​ທ້ອງ​ຖິ່ນ​ຄົນ​ນຶ່ງ ​ທີ່​ ​ຫໍ​ປະ​ຊຸມ​ຂອງ​ບ້ານ​ໄດ້​ພັງ​ລົງມາ​ທັບ​ລາວ.

ຜູ້​ອາ​ໄສ​ຢູ່​ໃນ​ທ້ອງ​ຖິ່ນ​ຢ່າງ​ໜ້ອຍ 8 ຄົນ​ຈາກ​ຕຶກ​ຄອນ​ໂດ​ໃນ​ເມືອງ​ ດາ​ວາວ, ເຊິ່ງ​ແມ່ນ​ບ້ານ​ເກີດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ໂຣດ​ຣິ​ໂກ ດູ​ເຕີ​ເຕ​ນັ້​ນ, ໄດ້​ຖືກ​ຊ່ວຍ​ເຫຼືອ​ອອກ​ມາ ເມື່ອ​ຕຶກ​ດັ່ງ​ກ່າວ​ໄດ້​ພັງ​ລົງ.

ທ່ານ ດູ​ເຕີ​ເຕ ແມ່ນ​ຢູ່​ໃນ​ເມືອງ ດາ​ວາວ ໃນ​ເວ​ລາ​ທີ່​ເກີດ​ແຜ່ນ​ດິນ​ໄຫວ​ນັ້ນ, ແຕ່​ໂຄ​ສົກ​ຂອງ​ທ່ານ​ໄດ້​ກ່າວ​ວ່າ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ແມ່ນ​ປອດ​ໄພ.

ພາກ​ພື້ນ​ທີ່​ວ່າ​ນັ້ນ​ແມ່ນ​ໄດ້​ດີ້ນ​ຮົນ​ກັບ​ການ​ຟື້ນ​ຟູ​ຈາກ​ແຜ່ນ​ດິນ​ໄຫວ 6.6 ຢູ່​ແລ້ວ ທີ່​ໄດ້​ສັງ​ຫານ​ຢ່າງ​ນ້ອຍ 8 ຄົນ​ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ, ແລະ ແ​ຜ່ນ​ດິນ​ໄຫວ​ຄວາມ​ແຮງ 6.4 ທີ່​ໄດ້​ເກີດ​ຂຶ້ນ​ໃນ​ວັນ​ທີ 16 ຕຸ​ລາ ເຊິ່ງຢ່າງ​ໜ້ອຍ 5 ຄົນ​ໄດ້​ເສຍ​ຊີ​ວິດ. ປະ​ຊາ​ຊົນຫຼາຍ​ຮ້ອຍ​ຄົນ​ໄດ້​ຮັບ​ບາດ​ເຈັບ ແລະ ຕຶກ​ຈຳ​ນວນຫຼາຍ​ໄດ້​ຖືກ​ທຳ​ລາຍ ຫຼື ເສຍ​ຫາຍ​ໃນ​ແຜ່ນ​ດິນ​ໄຫວ​ສອງ​ຄັ້ງ​ນັ້ນ.

ໝູ່​ເກາະ ຟີ​ລິບ​ປິນ ຕັ້ງ​ຢູ່​ຕາມ​ສິ່ງ​ທີ່​ເອີ້ນ​ວ່າ “ວົງ​ແຫວນ​ໄຟ”, ເຊິ່ງ​ແມ່ນ​ຮອຍ​ເສັ້ນ​ເລື່ອນ ແລະ ພູ​ໄຟ​ໃນ​ລຸ່ມ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ, ບ່ອນ​ທີ່​ແຜ່ນ​ດິນ​ໄຫວຂອງ​ໂລກ ແລະ ການ​ປະ​ທຸ​ຂອງ​ພູໄຟ​ໄດ້​ເກີດ​ຂຶ້ນ.

ອ່ານ​ຂ່າວ​ນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG