ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລັດ Louisiana ປະເຊີນໜ້າ ກັບການຟື້ນຟູ ທີ່ຍາວນານ ຫຼັງຈາກນ້ຳຖ້ວມ


Southern Louisiana Facing Long Road to Recovery
please wait

No media source currently available

0:00 0:01:59 0:00

ປະຊາຊົນໃນລັດ Louisiana ທີ່ຕັ້ງຢູ່ທາງພາກໃຕ້ຂອງ ສະຫະລັດ ແມ່ນກຳລັງປະເມີນ ຄ່າຄວາມເສຍຫາຍຂອງພວກເຂົາເຈົ້າ ຫຼັງຈາກ ເກີດໄພນ້ຳຖ້ວມຄັ້ງໃຫຍ່ທີ່ສຸດໃນປະ ຫວັດສາດ ເມື່ອສອງ ສາມວັນທີ່ຜ່ານມາ ເຮັດໃຫ້ມີປະຊາຊົນເສຍຊີວິດ ແລະ ເຮືອນຊານ ໄດ້ເປ່ເພ ຫຼືຖືກທຳລາຍຫຼາຍກວ່າ 40,000 ຫຼັງ. ບັນດາເຈົ້າໜ້າທີ່ຮັບມື​ກັບ​ເຫດການສຸກ ເສີນຂອງລັດຖະບານກາງ, ພວກກູ້ໄພ ແລະ ອາສາສະໝັກ ໄດ້ລົງພື້ນທີ່ ໃນເຂດປະສົບ ໄພພິບັດດັ່ງກ່າວ ມາ​ໄດ້ສອງ​ສາມມື້​ແລ້ວ, ເພື່ອຮັບປະກັນວ່າບໍ່ມີໃຜຍັງຕົກຄ້າງຢູ່ໃນບ້ານ ຂອງພວກເຂົາເຈົ້າ. ລັດ Louisiana ຫາກໍ່ຈະກັບຄືນ ສູ່ສະພາບປົກກະຕິ ຈາກໄພນ້ຳ ຖ້ວມ ທີ່​ນະຄອນ New Orleans ໂດຍລົມພາຍຸເຮີຣິເຄນ Katrina ປະມານ 10 ກວ່າປີ ທີ່ຜ່ານ ມາ. ເທື່ອນີ້ເມືອງ Baton Rouge ແມ່ນໄດ້ຮັບຜົນກະທົບໜັກທີ່ສຸດ. ນັກຂ່າວ Zlatica Hoke ມີລາຍງານເພີ່ມເຕີມ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີ ທ່ານ.

ປະຊາຊົນ​ທີ່​ອາ​ໄສຢູ່ໃນພາກໃຕ້ຂອງລັດ Louisiana ບໍ່ສາມາດຈື່ໄດ້ວ່າມີ ໄພນ້ຳຖ້ວມ ເກີດຂຶ້ນຢູ່ໃນຂົງເຂດດັ່ງກ່າວ​ໃນຕອນໃດ, ແຕ່ຢ່າງໜ້ອຍທີ່ສຸດ ກໍ​ເຄີຍ​ເກີດ​ຂຶ້ນ​ເປັນ​ເວລາ​ທີ່​ດົນ​ນານ​ມາ​ແລ້ວ.

ທ່ານ Calvin Jones ນັກວິຊາການ ດ້ານອຸທົກກະສາດ, ຈາກອົງ ການສຳຫຼວດທໍລະນີ ສາດ ກ່າວວ່າ “ຄືວ່າ, ຂ້າພະເຈົ້າໄດ້ອາໄສຢູ່ບ່ອນ ນີ້ມາຕະຫຼອດຊີວິດ ຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າກໍບໍ່ເຄີຍເຫັນນ້ຳ ສູງຂະໜາດນີ້ມາກ່ອນ.”

ໄພນ້ຳຖ້ວມທີ່ບໍ່ໄດ້ມີ​ການຄາດຄິດມາກ່ອນ ໄດ້ເຮັດໃຫ້ປະຊາຊົນຫຼາຍຄົນ ບໍ່ມີບ່ອນ ຢູ່ອາໄສ.

ທ້າວ Vox Pop, ຜູ້ອາໄສຢູ່ໃນລັດ Louisiana ກ່າວວ່າ “ພວກເຮົາ ໄດ້ສູນເສຍທຸກຢ່າງ ທີ່ພວກເຮົາມີ. ຂ້າພະເຈົ້າຮູ້ສຶກເສຍໃຈຫຼາຍ. ພວກ ເຮົາອອກມາໄດ້ຢ່າງປອດໄພ ແລະ ໝູ່ຂອງພວກເຮົາທຸກຄົນແມ່ນປອດ ໄພ ດັ່ງນັ້ນມັນແມ່ນສິ່ງທີ່ສຳຄັນທີ່ສຸດ.”

ສ່ວນແມ່ຍິງຢູ່ເທິງເຮືອ ກ່າວວ່າ “ທຸກຢ່າງທີ່ຂ້າພະເຈົ້າມີ ມັນຫາຍໄປໝົດແລ້ວ. ໝົດທຸກ ຢ່າງເລີຍ. ​ແລະຜູ້ຊາຍທີ່ຢືນຢູ່ໃນນ້ຳ ກ່າວວ່າ “ມັນຄືຈຸດຈົບຂອງຊີວິດຂອງເຈົ້າ, ຈຸດຈົບ ຂອງໂລກເຮົາ, ແລະ ພວກເຮົາຕ້ອງໄດ້ເລີ່ມຕົ້ນໃໝ່ອີກແນວນັ້ນ. ພວກເຮົາໄດ້ເຮັດ ວຽກຢ່າງໜັກເພື່ອມັນ.”

ຫົວໜ້າຂອງຊຸມຊົນແມ່ນກຳລັງສົ່ງຂໍ້ຄວາມແຫ່ງຄວາມຫວັງ ແລະ ການເຮັດໃຫ້ໝັ້ນໃຈ ອີກຄັ້ງ, ເຊິ່ງບາງເທື່ອມັນກໍຍາກທີ່ຈະຫ້າມນ້ຳຕາ ໄວ້ໄດ້.

ທ່ານ Gerard Landry ຜູ້ປົກຄອງເມືອງ Denham Springs, ລັດ Louisiana ກ່າວວ່າ ພວກເຮົາຈະກັບຄືນມາອີກ.. ມັນພຽງແຕ່ຈະ ເປັນຫົນທາງທີ່ຍາວໄກເທົ່ານັ້ນ.”

ທ້າວ James Lane ຮູ້ວ່າມັນຈະເປັນຫົນທາງອັນຍາວໄກສຳລັບ ການຟື້ນຟູ. ລາວໄດ້ ຍ້າຍເຂົ້າມາໃນຊຸມຊົນ Sorrento, ຕັ້ງຢູ່ພາກໃຕ້ ຂອງເມືອງ Baton Rouge ຫຼັງຈາກ ໄດ້ສູນເສຍເຮືອນຂອງລາວຍ້ອນ ພາຍຸເຮີຣິເຄນ Katrina ໃນປີ 2005.

ທ້າວ James Lane ກ່າວວ່າ “ພວກເຮົາໂດຍແທ້ຈິງແລ້ວໄດ້ສູນເສຍ ໝົດທຸກຢ່າງ ຍ້ອນພາຍຸເຮີີຣິເຄນ katrina, ພວກເຮົາໄດ້ຍ້າຍມາຢູ່ນີ້ ແລະ 10 ປີ ຕໍ່ມາພວກເຮົາກໍ ສູນເສຍໝົດທຸກຢ່າງອີກຄັ້ງໜຶ່ງ ດັ່ງກັບວ່າ ພວກເຮົາກຽມພ້ອມທີ່ຈະກັບຄືນ ໄປບ່ອນ ທີ່ພວກເຮົາໄດ້ເດີນທາງມາ ກ່ອນພາຍຸ Katrina ຈະເກີດຂຶ້ນນັ້ນ.”

ປະຊາຊົນຫຼາຍກວ່າ 30,000 ຄົນໄດ້ຖືກຊ່ວຍເຫຼືອນັບຕັ້ງແຕ່ວັນສຸກທີ່ ຜ່ານມາ, ແມ່ນ ກະທັ້ງທີ່ຄວາມພະຍາຍາມໃນການກູ້ໄພຍັງສືບຕໍ່ຢູ່. ນ້ຳ ໄດ້ເລີ່ມທີ່ຈະຫຼຸດລົງແລ້ວ, ເຮັດ ໃຫ້ສາມາດນຳສົ່ງອາຫານ ແລະ ເຄື່ອງ ບັນເທົາທຸກໄປໃນບາງຂົງເຂດ. ເສັ້ນທາງດ່ວນ ລະຫວ່າງ ລັດຫຼາຍ ກວ່າ 100 ສາຍ ແລະ ຖະໜົນພາຍໃນທ້ອງຖິ່ນຫຼາຍແຫ່ງ ຍັງຄົງ ຖືກປິດຢູ່ໃນວັນພຸດທີ່ຜ່ານມານີ້.

ປະທານາທິບໍດີ ບາຣັກ ໂອບາມາ ໄດ້ອະນຸມັດກອງທຶນສຸກເສີນຂອງ ລັດຖະບານກາງ ສຳລັບຂົງເຂດທີ່ໄດ້ຮັບຜົນກະທົບຮຸນແຮງທີ່ສຸດ. ປະຊາຊົນຫຼາຍກວ່າ 70,000 ຄົນ ໄດ້ລົງທະບຽນຂໍການຊ່ວຍເຫຼືອສ່ວນ ບຸກຄົນ ພາຍໃຕ້ຄຳ​ປະກາດ​ຄຸ້ມ​ຄອງໄພພິບັດ ລັດຖະບານກາງ, ໃນ ຂະນະທີ່ຜູ້ອາໄສຢູ່ໃນທ້ອງຖິ່ນ ແລະ ທຸລະກິດຕ່າງໆ ທີ່ໄດ້ຮັບຜົນ ກະທົບສ່ວນໃຫຍ່ ບໍ່ໄດ້ມີປະກັນໄພ ກ່ຽວກັບ ນ້ຳຖ້ວມ.

ການບໍລິຈາກເງິນໄດ້ເລີ່ມທີ່ຈະລັ່ງໄຫຼເຂົ້າມາໃນທ້ອງຖິ່ນ. ໃນຂະນະທີ່ ນັກຮ້ອງເພງປ໋ອບ ຄົນໜຶ່ງ ທີ່ສ້າງລາຍໄດ້ຫຼາຍທີ່ສຸດຂອງ ອາເມຣິກາ ນາງ Taylor Swift ໄດ້ບໍລິຈາກເງິນ 1 ລ້ານໂດລາໃຫ້ແກ່ການບັນ ​ເທົາ​ທຸກໄພນ້ຳຖ້ວມຂອງລັດ Louisiana.

ລັດດັ່ງກ່າວຕອນນີ້ ໄດ້ປະເຊີນໜ້າກັບສິ່ງທ້າທາຍໄລຍະຍາວ ກ່ຽວກັບ ການຫາທີ່ຢູ່ອາໄສ ໃຫ້ກັບປະຊາຊົນທີ່ບໍ່ມີບ່ອນຢູ່ຫຼາຍພັນຄົນ.

XS
SM
MD
LG