ຂົງເຂດທີ່ຖືກໄຟໄໝ້ຢ່າງໃຫຍ່ອ້ອມນະຄອນ ລອສ ແອນເຈີລິສ, ລັດ ຄາລິຟໍເນຍ,
ຕອນນີ້ ຖືວ່າມີຂະໜາດໃຫຍ່ທີ່ສຸດເປັນອັນດັບສາມ ໃນ ປະຫວັດສາດຂອງລັດ, ດ້ວຍ
ຄວາມເສຍຫາຍຈາກໄຟໄໝ້ ທີ່ກວມເອົາ ຄວາມເສຍຫາຍຈາກປີ 2013 ແມ່ນມີເນື້ອ
ທີ່ຫຼາຍກວ່າ 800 ເຮັກຕາ.
ບັນດາເຈົ້າໜ້າທີ່ເຫດສຸກເສີນກ່າວວ່າ ນັກດັບເພີງປະມານ 8,000 ຄົນຈາກຫຼາຍສິບ
ລັດ ໄດ້ເດີນທາງມາລັດຄາລິຟໍເນຍ ເພື່ອຊ່ວຍຕໍ່ສູ້ກັບໄຟ, ພ້ອມກັບຍົນເຮລິຄັອບເຕີ
ແລະ ລົດດຸດ ເພື່ອຊ່ອຍໃນການປະຕິ ບັດການຄັ້ງນີ້.
ມູນຄ່າຂອງການປະຕິບັດການດັບເພີງ ແມ່ນຄາດວ່າເກືອບເຖິງ 89 ລ້ານ ໂດລາ.
ບັນດາເຈົ້າໜ້າທີ່ດັບເພີງກ່າວວ່າ ໄຟ ທັອມມັສ, ເຊິ່ງໄດ້ເລີ່ມຂຶ້ນໃນ ຕົ້ນເດືອນທັນວາ
ນີ້, ຕອນນີ້ ໄດ້ໄໝ້ເກືອບ 105,000 ເຮັກຕາແລ້ວ, ເຮັດໃຫ້ເປັນຂົງເຂດທີ່ກວ້າງກວ່າ
ບາງເມືອງ. ໄຟດັ່ງກ່າວ ຖືກຄິດກັນວ່າ ສາມາດຄວບຄຸມໄດ້ 40 ເປີເຊັນແລ້ວ, ແຕ່ບັນ
ດາເຈົ້າໜ້າທີ່ດັບເພີງ ກ່າວວ່າ ໂຄງສ້າງປະມານ 18,000 ແຫ່ງ ແມ່ນຍັງຕົກຢູ່ພາຍ
ໃຕ້ໄພຂົ່ມຂູ່ ແລະ ລົມທີ່ພັດແຮງ ແມ່ນສາມາດກໍ່ລູກໄຟໃໝ່ຂຶ້ນມາ ດ້ວຍການ ກະ
ຈາຍໄຟທີ່ຍັງໄໝ້ຢູ່ ໄກອອກໄປຈາກຈຸດສູນກາງທີ່ເປັນບໍລິເວນທີ່ ຄ້າຍຄືນາຮົກນັ້ນ.
ໃນພູ ແຊນຕ້າ ບາບາຣາ, ລົມໄດ້ພັດແຮງເຖິງ 64 ກິໂລແມັດຕໍ່ຊົ່ວໂມງ. ອາຄານຫຼາຍ
ກວ່າ 1,000 ຫຼັງໃນເມືອງ ແຊນຕ້າ ບາບາຣາ ແລະ ເມືອງ ເວັນທູຣາ ແມ່ນໄດ້ຖືກໄຟ
ໄໝ້ໝົດແລ້ວ.
ບັນດາຊຸມຊົນທີ່ຕົກຢູ່ໃນໄພຂົ່ມຂູ່ນັ້ນມີເມືອງ ມັອນເຕຊີໂຕ, ເປັນເມືອງ ທີ່ຮັ່ງມີທີ່ສຸດ
ໃນເມືອງ ແຊນຕ້າ ບາບາຣາ ບ່ອນທີ່ລາຄາເຮືອນສະເລ່ຍ ຕໍ່າສຸດແມ່ນ 1 ລ້ານໂດລາ
ແລະ ປະຊາຊົນທີ່ອາໄສຢູ່ໃນນັ້ນແມ່ນ ລວມ ມີດາລາໂທລະພາບ ແລະ ຮູບເງົາ. ຂົງ
ເຂດດັ່ງກ່າວແມ່ນຢູ່ພາຍ ໃຕ້ຄຳສັ່ງການອົບພະຍົບ ແລະ ຖະໜົນຈາກທາງຫຼວງທີ່ນຳ
ໄປສູ່ເມືອງ ມັອນເຕຊີໂຕ ແມ່ນໄດ້ຖືກປິດ.