ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກອງ​ປະຊຸມ​ ARF ​ຈະ​ເລີ່​ມຂຶ້ນ ໃນ​ວັນ​ທີ 29 ​​ມິຖຸນາ​ນີ້ ທີ່ບຣູໄນ (ວີດິໂອກ່ຽວຂ້ອງ)


ທຸງຊາດຂອງບັນດາປະເທດສະມາຊິກ ຂອງສະມາຄົມອາຊ່ຽນ
ທຸງຊາດຂອງບັນດາປະເທດສະມາຊິກ ຂອງສະມາຄົມອາຊ່ຽນ
ບັນດາ​ລັດຖະມົນຕີ​ຕ່າງປະ​ເທດ​ຈາກສະມາຄົມກຸ​ມ​ປະ​ເທດ​ເອ​
ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ຫຼືອາ​ຊ່ຽນ ​ແລະ​ຄູ່​ສົນທະນາ​ຂອງ​
ພວກເຂົາ​ເຈົ້າ ຈະໄປ​ເຕົ້າ​ໂຮມ​ກັນ​ຢູ່​ທີ່​ປະ​ເທດ​ບຣູ​ໄນ ​ເພອ​ເຂາ
​ຮວມ​ກອງ​ປະຊຸມ​ ASEAN Regional Forum ສາມ​ວັນ​ທີ່​ຈະ
​ເລີ່​ມຂນ​ໃນວັນ​ທີ 29 ​ເດືອນ​ມິຖຸນາ​ນີ້. ​ເປັນ​ທ​ຄາດ​ກັນ​ວາກອງ
​ປະຊຸມອາ​ຊ່ຽນ​ຄງ​ນ ຈະ​ປຶກສາ​ຫາລື​ກັນ​ ກ່ຽວ​ກັບ​ບັນຫາ​ຕ່າງໆ
​ດ້ານ​ຄວາມ​ໝັ້ນຄົງ​ແລະເສດຖະກິດ. Daniel Schearf ຜູ້​ສື່​
ຂ່າວ​ວີ​ໂອ​ເອ ມີລາຍ​ງານ​ຈາກ​ບາງກອກ ຊຶ່ງ​ທອງ​ປານ​ຈະ​ນໍາ
ເອົາລາຍ​ລະອຽດ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ລິງໂດຍກົງ

ບັນດາ​ນັກ​ການ​ທູດ​ລະດັບ​ສູງ​ສຸດ​ ຈາ​ກສະມາຄົມ​ອາ​ຊຽນ ພອມ​ທັງ 16 ​ປະ​ເທດ​ຕາ​ເວັນ​ຕົກ​ແລະ​ເອ​ເຊຍ ​ກັບສະຫະພາບ​ຢູ​ໂຣບ ຈະ​ພົບ​ປະກັນ​ຢູ​ບຣູ​ໄນ ປະ​ເທດ​ທປົກຄອງດ້ວຍ ສຸນລະຕານ ​ຕັ້ງ​ຢູ່​ເກາະ​ Borneo ຂອງມາ​ເລ​ເຊຍ.

ກອງ​ປະຊຸມ​ອາ​ຊ່ຽນວ່າ​ດ້ວຍ​ຄວາມ​ຮ່ວມ​ມື​ດ້ານ​ການ​ເມືອງ​ແລະ​ຄວາມ​ໝັ້ນຄົງ ຫລື ASEAN Regional Forum ​ເອີ້ນ​ຫຍໍ້​ວ່າ ARF ທີ່​ຈະ​ດໍາ​ເນີນ​ໄປ​ສາມ​ວັນ​ແມ່ນຈະຫາ ລື ແລະ​ຫາ​ທາງ​ແກ້​ໄຂບັນຫາ​ຄວາມ​ໝັ້ນຄົງ​ໃນ​ຂົງ​ເຂດ​ເອ​ເຊຍແປ​ຊິ​ຟິກ ພ້ອມ​ທັງເລອງ ການ​ຮ່ວມ​ມື​ທາງ​ ດ້ານ​ການ​ເມືອງ​ແລະ​ເສ​ດຖະກິດ.

ບັນດາ​ນັກວິ​ເຄາະ​ເວົ້າ​ວ່າບັນຫາຄວາມ​ເຄ່ງ​ຕຶງ​ຢູ່​ແຫຼມ​ເກົາຫຼີ ກໍເບິ່ງ​ຊົງວ່າ​ຈະ​ຖືກ​ຍົກ​ເອົາ
ຂຶ້ນມາ​ປຶກສາ​ຫາລື​ກັນ. ​ເມື່ອ​ເດືອນ​ກຸມພາ​ຜ່ານ​ມາ ​ເກົາຫຼີເໜືອ​ໄດ້​ທົດ​ອາວຸດ​ນີວ​ເຄຼຍ​
ເປັນ​ຄັ້ງ​ທີ່​ສາມ ​ແລະ​ຫຼັງຈາກ​ນັ້ນ ນຶ່ງ​ເດືອນ​ຕໍ່​ມາ ​ເກົາຫຼີ​ເໜືອ​ກໍ​ໄດ້​ຂູ່​ວ່າ​ຈະ​ທໍາ​ສົງຄາມ​
ນີວ​ເຄຼຍກັບ​ເກົາຫຼີ​ໃຕ້​ແລະ​ສະຫະລັດ.

ບັນດາ​ຜູ້ຕາງໜ້າ​ຈາກ​ທັງສາມປະ​ເທດ​ທີ່​ກ່າວ​ມາ​ນັ້ນ ປົກກະຕິແລ​ວກໍ​ແມນຈະ​ເຂົ້າຮ່ວມ​ກອງປະຊຸມ​ບັ້ນ​ດັ່ງກ່າວ​ນີ້​ ເປັນ​ປະ​ຈໍາ.

Murray Hiebert ຊ່ຽວຊານ​ຝາຍເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ປະຈໍາ​ສູນ​ກາງ​ສຶກສາ​
ຍຸ​ທະ​ສາດແລະ​ນາ​ໆຊາດ ທີ່​ນະຄອນຫຼວງວໍ​ຊິງ​ຕັນ ​ເວົ້າ​ວ່າ ​ເຖິງ​ແມ່ນ​ຄວາມ​ເປັນ​ຫ່ວງ​ດ້ານ​ນີວ​ເຄຼຍຈະ​ເປັນ​ບຸລິມະ​ສິດ​ປະການ​ນຶ່ງ​ກໍ​ຕາມ ແຕເລຶ່ອງຄວາມ​ເຄ່ງ​ຕຶງ​ໃນ​ຂົງ​ເຂດ​ທະ​ເລ​ຈີນ​ໃຕ້ແມນເປັນບັນຫາ ຂອງອາ​ຊຽນ​ຫລາຍ​ກວາ.

ທ່ານ Hiebert ​ເວົ້າ​ວ່າ: “ບໍ່​ຕ້ອງ​ສົງ​ໄສ​ເລີຍ​ ພວກ​ເຂົາ​ເຈົ້າຍັງ​ຈະປຶກສາ​ຫາ​ລື​ກັນເລອງສະຖານະ​ການ​ການ​ແຜ່ຜາຍ​ນີວ​ເຄຼຍ​ໃນ​ເກົາຫຼີ​ເໜືອ​ນັ້ນ​ນໍາ​ເຊັ່ນ​ກັນ ​ແຕ່​
ຂ້າພະ​ເຈົ້າຄິດວ່າ​ ບັນຫາ​ທີ່​ຈະ​ຕ້ອງ​ຕິດຕາມ​ເບິ່ງ​ແທ້​ໆ​ແລ້ວ ​ກໍ​ຄືການ​ປຶກສາ​ຫາ
ລື​ກັນ​ກ່ຽວ​ກັບ​ຂົງ​ເຂດ​ທະ​ເລ​ຈີນ​ໃຕ້ ຍ້ອນ​ວ່າເມື່ອ​ປີຜ່ານມາ ພວກ​ເຂົາ​ເຈົ້າ​ໄດ້
​ປະຊຸມ​ກັນ​ຢູກໍາປູ​ເຈຍ ​ເວລາ​ກໍາປູ​ເຈຍ​ເປັນ​ປະທານກອງ​ປະຊຸມ​ຄັ້ງ​ນັ້ນ ​ແລະ
​ການ​ເຈລະຈາ​ກັນ​ແຕກ​ສະບັ້ນ​ລົງ​ຢ່າງ​ໃຫຍ່ ​ເວລາຄະນະ​ລັດຖະມົນຕີ​ຕ່າງປະ
​ເທດ​ອາ​ຊ່ຽນ ​ເປັນ​ເທື່ອ​ທໍາ​ອິດໃນ​ປະຫວັດສາດ ບໍ່​ສາມາດ​ຮ່າງ​ຖະ​ແຫຼງການ
ທ​ທຸກ​ຄົນ​ເຫັນ​ພອມ​ກັນ ຢ່າງເປັນເອກກະສັນ ໄດ້.”

ຈີນ​ໄດ້​ອ້າງ​ເອົາ​ເຂດ​ທະ​ເລ​ຈີນ​ໃຕ້ເກືອບວ່າ​ທັງ​ໝົດ ​ຊງ​ເຮັດ​ໃຫ້​ຈີນຕ​ອງຂັດ​ແຍ້​ງກັນ​ກັບ​ບັນດາ​ປະ​ເທດອາຊຽນ ​ທີ່​ອ້າງ​ເອົາ​ເປັນ​ກໍາມະສິດ​ທັບກັນ ​ເຊັ່ນ ບຣູ​ໄນ ມາ​ເລ​ເຊຍ ຟິລິບປິນ ​ແລະ​ຫວຽດນາມ ພ້ອມ​ທັງ​ໄຕ້​ຫວັນ​ ​ນໍາ.

​ນອກ​ນນ​ແລວ ສະມາຄົມ​ອາ​ຊ່ຽນກໍບ​ໄດເລີ່​ມທໍ​າການ​ເຈລະຈາ​ຕໍ່ຮອງ​ກັບ​ປັກ​ກິ່ງ​ກ່ຽວກັບ
​ກົດການ​ປະພຶດປະຕິບັດ​ໃນ​ຂົງ​ເຂດ​ທະເລ​ຈີນ​ໃຕ້ ​ຕາມ​ທ​ໄດ​ວາງ​ແຜນ​ກັນ​ໄວ ​ແລະ​ມີ​ການ​ຖມ​ໂທດ​ໃສຄວາມ​ສໍາພັນ​ທີ່​ແໜ້ນແຟ້ນ ຂອງ​ກໍາປູ​ເຈ​ຍກັບ​ຈີນ ວາ​ເປັນສາ​ເຫດ.

ກົດ​ປະຕິ​ບັດ​ດັ່ງກ່າວ ຫຼື Code of Conduct ມີ​ເປົ້າໝາຍ​ເພື່ອ​ວາງ​ກົດ ລະບຽບ​ຄວບຄຸມ
ຄວາມ​ປະ​ພຶດຂອງ​ພວກ​ອ້າງ​ເອົາ​ເປັນ​ກໍາມະສິດ​ ​ໃນ​ເຂດ​ທະ​ເລ​ທີ່​ເປັນ​ຂໍ້​ຂັດ​ແຍ້​ງກັນ ​
ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ການ​ຜິດ​ຖຽງ​ກັນ​ຂື້ນ ທີ່​ອາດພາ​ໃຫ້​ເກີດ​ການ​ສູ້ລົບ​ກັນ​ໄດ້​ນັ້ນ.

ໄທໄດ້ຮັບເປັນຜູ້ປະສານຄວາມສໍາພັນລະຫວ່າງສະມາຄົມອາຊ່ຽນກັບຈີນ ແຕ່ກໍບໍ່ໄດ້ ສ້າງຄວາມກ້າວໜ້າຫຼາຍປານໃດ. ນັກວິເຄາະການເມືອງເວົ້າວ່າ ໄທ ຊຶ່ງເປັນສະມາ ຊິກອາຊ່ຽນທີ່ບໍ່ໄດ້ອ້າງເອົາກໍາມະສິດ​ໃນເຂດທະເລຈີນ ໃຕ້ນໍາໝູ່ນັ້ນ ອາດສາ​ມາດເປັນ ຜູ​ໄກ​ເກຍທີ່ໜາເຊື່ອຖືໄດ້ ແຕ່ກໍບໍ່ມີບົດບາດ ຫ້າວຫັນພໍ.

ທ່ານ ທິຕິນັນ ພົງສຸດທິຣັກ ຜູ້ອໍານວຍການສະຖາບັນຄວາມໝັ້ນຄົງ ແລະ ການສຶກສາ ນາ​ໆຊາດ ປະຈໍາມະຫາວິທະຍາໄລຈຸລາລົງກອນ ເວົ້າວ່າ ໄທ ແມ່ນຕົກຢູ່ໃນສະຖານະ ການທາງການທູດທີ່ລໍາບາກພໍສົມຄວນ.

ທ່ານທິຕິນັນ ເວົ້າວ່າ: “ທາງ​ດານນຶ່ງນັ້ນ ກໍມີຈີນ ຊຶ່ງເປັນມະຫາອໍານາດ​ໃນຂົງ​ເຂດ ສວນປະເທດໄທນນ​ກໍໃກ້ຊິດກັບຈີນຫຼາຍ. ສະນັ້ນ ບົດບາດ​ສາງ​ຄວາມ​ສົມ​ດູ​ນ
ອັນ​ນ.. ຄືມັນລໍາບາກພໍສົມຄວນທີ່ຈະສ້າງຄວາມສົມດຸນ ​ໃຫໄດ້ ​ແຕ​ວາການ​ທ
ຈະບັນລຸມັນ​ໃຫໄດ້ ແລະຊຸກຍູ້ສົ່ງເສີມ ແລະ​ໃຫບັນ ລຸກົດການປະພຶດປະຕິບັດ ຢູ່ໃນເຂດທະເລຈີນໃຕ້​ໃຫໄດ້ນັ້ນ ມັນບໍ່ແມ່ນເລອງງ່າຍ.”


ສ່ວນປັກກິ່ງນັ້ນ ກໍໄດ້ຖ່ວງເວລາມາຕະຫຼອດ ກ່ຽວກັບການເຈລະຈາຕໍ່ຮອງກັນນນ ແລະ ໃນບໍ່ເທົ່າໃດປີຜ່ານມານີ້ ກໍໄດ້ເພີ່ມການສະໜັບສະ​ໜຸນຕ ການອ້າງເອົາກໍາມະສິດຂອງ
ຕົນຢາງແຂງ​ຂັນ​ຂຶ້ນ ​ໂດຍ​ການ​ສງເຮືອອອກລາດຕະເວນແລະ​ສງກຳ​ປນ​ໄປຄຸ້ມກັນເຮືອ ປະມົງຂອງຕົນນັ້ນນໍາ.

ເບິ່ງວີດິໂອພາສາລາວ ກ່ຽວຂ້ອງກັບລາຍງານນີ້:



ການ​ແຂງກັນ​ເພມ​ຂນ​ເພອຍາດ​ແຍງ​ເອົາ​ພນ​ທ ທີ່ອຸດົມສົມບູນໄປດ້ວຍປາ ແລະແຫຼ່ງ ນໍ້າມັນເຊື້ອໄຟ ​ໃນເຂດທະເລຈີນໃຕ້ ໄດ້ຍັງຜົນໃຫ້ເກີດການປະທະກັນເປັນບາງຄັ້ງ ບາງຄາວ ແລະມີ​ການຈັບກຸມຊາວປະມົງ.

ເມື່ອເດືອນ​ແລວ​ນ ຫວຽດນາມໄດ້ທວງເອົາຄ່າເສຍຫາຍ ຫຼັງຈາກກໍ່າປັ່ນຈີນລໍານຶ່ງໄດ້ ຕໍາກັນກັບເຮືອປະມົງລໍານຶ່ງຂອງຕົນ. ໃນເດືອນມີນາຜ່ານມາ ຮາໂນ່ຍກໍໄດ້ກ່າວຫາວ່າ ກໍ່າປັ່ນຈີນລໍານຶ່ງໄດ້ຍິງໃສ່ພວກຊາວປະມົງ ຢູ່ໃກ້ໝູ່ເກາະ Paracel. ທັງສອງປະເທດ ຕ່າງກໍອ້າງເອົາໝູ່ເກາະ Paracel ເປັນກໍາມະສິດ ແຕ່ປັກກິ່ງໄດ້ຍຶດຄອງໝູ່ເກາະດັ່ງ ກ່າວ ມາຕັ້ງແຕ່ເກີດເຫດ ປະທະກັນທາງກອງທັບເຮືອ ກັບຫວຽດນາມໃນຊຸມປີ 1970​.

ເມື່ອເດືອນຜ່ານມາເຊັ່ນກັນ ກໍ່າປັ່ນຈາກຟິລິບປິນ ແລະຈີນກໍໄດ້ປະເຊີນໜ້າກັນໃນບໍລິ​ເວນໝູ່ເກາະ Spratly. ຄວາມເຄ່ງຕຶງທໍານອງດຽວກັນລະຫວ່າງສອງປະເທດນ ເມື່ອປີ ຜ່ານມາ ໄດດໍາເນີນໄປເປັນເວລາຫຼາຍເດືອນ ແລະກໍ່ໃຫ້​ເກີດ​ຄວາມເປັນໄປໄດ້ ທີ່ສະ ຫະລັດຈະເຂົ້າມາພົວພັນ ຍ້ອນວ່າ ສະຫະລັດມີສົນທິສັນຍາປ້ອງກັນຊຶ່ງກັນແລະກັນ ກັບ ຟິລິບປິນ.

ທາງ​ຝາຍສະຫະລັດນນໄດ້ປະກາດວາ ມັນ​ນອນ​ຢູ​ໃນຜົນປະໂຫຍດ​ແຫງ ຊາດ ທ​ຈະ​ຕອງຮັກສາ​ ສັນຕິພາບ ແລະສະຖຽນລະພາບ ແລະເສລີພາບ ຂອງການເດີນເຮືອໃນ ເຂດທະເລຈີນໃຕ້ນັ້ນ ເອົາໄວ້.

ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ ຈອນ ແຄຣີ ກໍຄາດວ່າ ຈະເຂົ້າ ຮ່ວມກອງ ປະຊຸມຂອງສະມາຄົມອາຊ່ຽນທປະເທດບຣູໄນ ເປັນເທື່ອທໍາອິດ.

ນັກວິເຄາະການເມືອງ ທິຕິນັນ ພົງສຸດທິຣັກ ເວົ້າວ່າ ທານຈອນ ແຄຣີ ແມ່ນກຳລັງກ້າວ ເຂົ້າມາຢູ່ໃນ ສະຖານະການທີ່ຫຍຸງຍາກຫຼາຍກວ່າ ຜູ້ທີ່ ທ່ານມາສືບຕໍາແໜ່ງແທນ ຄື ທ່ານນາງ Hillary Clinton ນັ້ນ.

ທ່ານທິຕິນັນ ເວົ້າວ່າ: “ສະພາບການໃນເຂດທະເລຈີນໃຕ້ປັດຈຸບັນນີ້ ຈະຮ້ອນຮົນ ກວ່າສະໄໝຂອງທ່ານນາງຄລິນຕັນ. ສະນັ້ນ ມັນເປັນການທ້າທາຍຫຼາຍຂຶ້ນ ສໍາລັບສະຫະລັດທີ່ຈະຫຼິ້ນບົດບາດໃນຖານະມະຫາອໍານາດປະຈໍາ ​ໃນ​ຖານະ
ຜູ້ໄກ່ເກ່ຍທີ່ຊື່ສັດ ກັບປະເທດເພື່ອນມິດ ແລະພັນທະມິດໃນຂົງເຂດ ໂດຍທ​ຈະ
​ບສາງ​ຄວາມ​ຂຸນ​ເຄືອງ​ໃຈ​ໃຫ​ແກ​ຈີນ ທກໍາລັງໂຜ່ໂຕຂຶ້ນມາເປັນມະຫາອໍານາດ
ປະເທດນຶ່ງນັ້ນ.”


ໃນກອງປະຊຸມບັ້ນນຶ່ງອີກຢູບຣູໄນນັ້ນ ຄາດວ່າ ບັນດາລັດຖະມົນຕີສະມາຄົມອາຊ່ຽນ ຈະສຸມໃສ່ສິ່ງທ້າທາຍຕ່າງໆ ຕໍ່ການລວມຕົວເຂົ້າກັນທາງດ້ານ ເສດຖະກິດ.

ສະມາຊິກສີບປະເທດຂອງສະມາຄົມອາຊ່ຽນ ມີແຜນການວ່າຈະຈັດຕັ້ງປະຊາຄົມເສດ ຖະກິດນຶ່ງຂຶ້ນມາໃຫ້ໄດ້ ພາຍໃນທ້າຍປີ 2015 ໂດຍການຫຼຸດ ຜ່ອນສິ່ງກີດຂວາງຕ່າງໆ ຕໍ່ການຫຼັ່ງໄຫຼໄດ້ສະດວກ ຂອງແຮງງານ ແລະ ການຄ້ານັ້ນ.

ແຕ່ທ່ານ Hiebert ເວົ້າວ່າ ໃນຂະນະທີ່ອາຊ່ຽນອ້າງວ່າ ​ແຜນການ​ນີ້ ສໍາເລັດລຸ​ລ່ວງ​ໄປ​ແລ້ວ 74% ​ ​ກໍ​ຕາ​ມ ​ແຕ່ກໍມີບາງປະເທດສະມາຊິກ ທີ່ກໍາລັງຖ່ວງ​ດຶງຄວາມກ້າວໜ້າ​ໃຫ້ ຊັກຊ້າລົງ. ທ່ານຍົກ​ໂຕ​ຢ່າງ ອິນໂດເນເຊຍ ຊຶ່ງເປັນເສດຖະກິດໃຫຍ່ທີ່ສຸດຂອງກຸ່ມອາ ຊ່ຽນ ຊຶ່ງທ່ານ​ເວົ້າ​ວ່າ ອິນ​ໂດ​ເນ​ເຊຍໄດ້ນໍາ​ໃຊ້ມາດຕະການການພິທັກປົກປ້ອງສິນຄ້າ​ຂອງ​ຕົນ ​ໃນໄລຍະສອງປີຜ່ານມາ ຊຶ່ງໄດ້ເຮັດໃຫ້ລໍາບາກຫຼາຍຂຶ້ນ ທີ່​ຈະນໍາເຂົ້າ ຜະລິດ ຕະພັນການກະເສດຂອງຕ່າງປະເທດ.

ທ່ານ Hiebert ເວົ້າວ່າ: “ສະນັ້ນ ແນ່ນອນວ່າ ບັນຫາທີ່ໜັກໜ່ວງທີ່ສຸດຢ່າງນຶ່ງ ກໍຄືເຮົາຈະຈັດການຕໍ່ຮອງ ກັບເສດຖະກິດທີ່ໃຫຍ່ທີ່ສຸດ​ໃນ​ກຸ່ມ ຊຶ່ືງໂດຍພື້ນ ຖານແລ້ວປະກອບເປັນເຄິ່ງນຶ່ງຂອງຜະລິດຕະພັນລວມ ຫຼື GDP ຂອງທັງ
ໝົດ ຂົງເຂດເອເຊຍຕາເວັນອອກສຽງໃຕ້ ກະວ່າແມ່ນນັ້ນ​ ​ແບບ​ໃດ. ແລະ
ພ້ອມດຽວກັນ ເຮົາກໍມີບັນດາປະເທດສະມາຊິກ ທີ່ທຸກຈົນກວ່າຫຼາຍ ເຊັ່ນ
ມຽນມາ ລາວ ແລະກໍາປູເຈຍ ທີ່ຍັງຢູ່ລ້າຫຼັງຫຼາຍທີ່ສຸດ ແລະກໍບໍ່ມີຄວາມ ສາມາດດ້ານເທັກນິກ ແລະບຸກຄະລາກອນ.”


ທ່ານ Hiebert ເວົ້າວ່າ ບຣູໄນ ກໍາລັງຕົກຢູ່ພາຍໃຕ້ຄວາມກົດດັນໃຫ້ສ້າງຄວາມກ້າວໜ້າ
ໃນປີນີ້ໃຫ້ໄດ້ ​ເພາະວ່າມຽນມາຈະຂຶ້ນ​ມາເປັນປະທານ ສະມາຄົມອາຊ່ຽນໃນປີ 2014
ໜ້ານີ້ ຊຶ່ງຫຼາຍໆຄົນເປັນຫ່ວງວ່າ ມຽນມາ ທີ່​ກໍາລັງ​ຢູ່​ໃນ​ລະຫວ່າງການປະຕິຮູບນັ້ນ ອາດຈະມີ​ພາລະ​ຫຼາຍເກີນຂອບເຂດ ແລະບໍ່ສາມາດຜັກດັນໃຫ້ບັນລຸ​ຄວາມກ້າວໜ້າ
ໄດ້ຫຼາຍ ໃນດ້ານເປົ້າໝາຍຕ່າງໆຂອງອາຊ່ຽນນັ້ນ.

ບຣູໄນຈະເປັນເຈົ້າພາບກອງປະຊຸມສຸດ​ຍອດຮອບສຸດທ້າຍຂອງອາຊ່ຽນ ໃນເດືອນຕຸລາ ຮ່ວມກັບບັນດາຜູ້ນໍາຂົງເຂດເອເຊຍຕາເວັນອກ ບວກກັບ ອອສເຕຣເລຍ ອິນເດຍ ນີວ ຊີແລນດ໌ ຣັດເຊຍ ແລະສະຫະລັດ.

ສິບປະເທດສະມາຊິກຂອງອາຊ່ຽນນັ້ນ ໄດ້ແກ່ ບຣູໄນ ມຽນມາ ກໍາປູເຈຍ ອິນໂດເນເຊຍ ລາວ ມາເລເຊຍ ຟິລິບປິນ ສິງຄະໂປ ໄທ ແລະ ຫວຽດນາມ.
XS
SM
MD
LG