ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້​ນຳ ເອ​ເຊຍ ຕາ​ເວັນ​ອອກ​ສຽງ​ໃຕ້ ພົບ​ເຫັນ​ ເຂົ້າ​ຂ້າງ​ກັບ ຈີນ ເຖິງ​ຈະ​ມີ​ບັນ​ຫາ​ຂັດ​ແຍ້ງ​ທາງ​ທະ​ເລ​ກໍ​ຕາມ


ບັນ​ດາ​ຜູ້​ນຳ ອາ​ຊຽນ ເປີດ​ກອງ​ປະ​ຊຸມຜູ້​ນຳ​ຊາວ​ໜຸ່ມ ອາ​ຊຽນ-ຈີນ ໃນ ບາງກອກ, ໄທ. 31 ກໍ​ລະ​ກົດ, 2019.
ບັນ​ດາ​ຜູ້​ນຳ ອາ​ຊຽນ ເປີດ​ກອງ​ປະ​ຊຸມຜູ້​ນຳ​ຊາວ​ໜຸ່ມ ອາ​ຊຽນ-ຈີນ ໃນ ບາງກອກ, ໄທ. 31 ກໍ​ລະ​ກົດ, 2019.

ບັນ​ດາ​ປະ​ມຸກ​ລັດ​ຂອງ​ສິບ​ປະ​ເທດ ເອ​ເຊຍ ຕາ​ເວັນ​ອອກ​ສຽງ​ໃຕ້ ຈະ​ຈັດ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ທີ່​ພິ​ເສດ​ຂອງ​ເຂົາ​ເຈົ້າ​ໃນ​ອາ​ທິດ​ໜ້າ, ແລະ ສີ່​ຄັ້ງຜ່ານ​ມາ​ແມ່ນກ່ຽວ​ຂ້ອງ​ກັບ​ຄວາມ​ຂັດ​ແຍ້ງ​ດ້ານ​ອຳ​ນາດ​ອະ​ທິ​ປະ​ໄຕ​ທາງ​ທະ​ເລ​ກັບ ຈີນ ເຊິ່ງ​ແມ່ນ​ປະ​ເທດ​ໃກ້​ຄຽງກັບ​ເຂົາ​ເຈົ້າ ​ທີ່​ມີ​ອຳ​ນາດກວ່າ.

ນັ້ນ​ກໍ​ເປັນ​ຍ້ອນ​ວ່າ​ຜູ້​ນຳ​ດັ່ງ​ກ່າວ​, ແມ່ນ​ກະ​ທັ້ງ​ໃນ ຫວຽດ​ນາມ ແລະ ຟີ​ລິບ​ປິນ ບ່ອນ​ທີ່ຄວາມ​ຫງຸດ​ຫງິດ​ໄດ້ເພີ່ມ​ຂຶ້ນ​ສູງ​ໃນ​ປີນີ້ ຫຼັງ​ຈາກ​ໄດ້​ມີຫຼາຍ​ເຫດ​ການ​ເກີດ​ຂຶ້ນ​ນັ້ນ, ຫວັງ​ວ່າ ຈີນ ໃນ​ທີ່​ສຸດ​ຈະ​ເຊັນ​ກົດ​ເກນ ​ທີ່​ເພັ່ງ​ເລັງ​ໃສ່​ການ​ປ້ອງ​ກັນ​ອຸ​ບັດ​ຕິ​ເຫດ​ທາງ​ທະ​ເລ ແລະ ຍ້ອນ​ຈຳ​ນວນ​ນຶ່ງ​ຂອງ​ສິບ​ປະ​ເທດ​ນັ້ນ ຕ້ອງ​ການ​ການ​ຊ່ວຍ​ເຫຼືອ​ດ້ານ​ເສດ​ຖະ​ກິດ​ຂອງ ຈີນ, ອີງ​ຕາມ​ການ​ກ່າວ​ຂອງ​ບັນ​ດາ​ນັກ​ວິຊາ​ການ.

ນັກ​ຊ່ຽວ​ຊ​ານ​ເຊື່ອ​ວ່າ ປະ​ມຸກ​ລັດ​ຂອງສິບ​ປະ​ເທດ​ທີ່​ວ່າ​ນັ້ນ, ຜູ້​ທີ່​ຈະ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ປະ​ຊາ​ຄົມ​ປະ​ຊາ​ຊາດ ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ຫຼື ອາ​ຊຽນ ນັ້ນ, ຄົງ​ຈະ​ປະ​ກາດ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ທີ່ຫຼີກ​ລ່ຽງ​ການ​ຊີ້​ມື​ໃສ່ ຈີນ ໂດຍ​ກົງ ແລະ ເອົາ​ໃຈ​ໃສ່​ກັບຄວາມ​ເຄົາ​ລົບ​ນັບ​ຖື​ທົ່ວ​ໄປ​ແທນ.

ທ່ານ ຄາ​ລ ເທ​ເຢີ, ສາດ​ສະ​ດາ​ຈານ ກຽດ​ຕິ​ຄຸນ ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ນິວ ຊາວ​ທ໌ ແວ​ລ​ສ໌ ປະ​ເທດ ອອ​ສ​ເຕ​ຣ​ເລຍ ໄດ້​ກ່າວ​ວ່າ “ກອງ​ປະ​ຊຸມ​ສຸດຍອດ​ເອງ​ກໍ​ລະ​ມັດ​ລະ​ວັງຫຼາຍ. ຂ້າ​ພະ​ເຈົ້າ​ຄາດ​ວ່າ​ຈະ​ມີຂໍ້​ຄວາ​ມ​ທີ່​ໃຊ້​ເປັນມາດ​ຕະ​ຖານຢູ່​ແລ້ວ, ເສ​ລີ​ພາບ​ໃນ​ການ​ເດີນ​ເຮືອ, ແລະ ແກ້​ໄຂ​ບັ​ນ​ຫາ​ຢ່າງ​ສັນ​ຕິ.”

ບັນ​ດາ​ສະ​ມາ​ຊິກ​ຂອງ​ ອາ​ຊຽນ ຄື ບ​ຣູ​ໄນ, ມາ​ເລ​ເຊຍ, ຟີ​ລິບ​ປິນ ແລະ ຫວຽດ​ນາມ ​ໄດ້ຂັດ​ແຍ້ງ​ກັບ​ການ​ນຳ​ພັກ​ຄອມ​ມູ​ນິ​ສ​ຂອງ ບັກ​ກິ່ງ ໃນຫຼາຍ​ພາກ​ສ່ວນ​ຂອງ​ທະ​ເລ​ຈີນ​ໃຕ້, ເຊິ່ງ​ແມ່ນ​ເຂດ​ນ້ຳ​ທີ່​ມີ​ເນື້ອ​ທີ່ ສາມ​ລ້ານ​ຫ້າ​ແສນ ຕາ​ລາງ​ກິ​ໂລ​ແມັດ ທີ່​ອຸ​ດົມ​ສົມ​ບູນ​ໄປ​ດ້ວຍ​ປາ ແລະ ບໍ່​ນ້ຳ​ມັນ​ຟ​ອ​ສ​ຊິ​ລ. ຈີນ ໄດ້​ເປັນ​ຜູ້​ນຳ​ໜ້າ​ໃນ​ທົດ​ສະ​ວັດ​ທີ່​ຜ່ານ​ມາ ດ້ວຍ​ການ​ຖົມ​ໝູ່​ເກາະ​ຂະ​ໜາດ​ນ້ອຍ​ສຳ​ລັບ​ການ​ໃຊ້​ທາງ​ທະ​ຫານ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG