ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ຮຽກຮ້ອງໃຫ້ ປະເທດຕ່າງໆ ໃນເອເຊຍອາຄະເນ ຊ່ອຍອົບພະຍົບທາງເຮືອ


SE Asia Boat People
please wait
Embed

No media source currently available

0:00 0:01:29 0:00

ສະຫະລັດຮຽກຮ້ອງໃຫ້ບັນດາລັດຖະບານໃນເຂດເອເຊຍຕາ
ເວັນອອກສຽງໃຕ້ ດຳເນີນງານເພື່ອຊ່ອຍຊີວິດພວກຍົກຍ້າຍ
ຖິ່ນຖານ ແລະອົບພະຍົບ ທີ່​ຖືກ​ປ່ອຍປະ​ໄວ້​ ຢູ່ໃນ​ທະ​ເ​ລ​ໂດຍ​
ພວກລັກລອບ​ຄ້າ​ມະນຸດ.

ຮອງທີ່ປຶກສາ ສະພາຄວາມໝັ້ນຄົງແຫ່ງຊາດ ຂອງສະຫະລັດ
ທ່ານ Benjamin Rhodes ໄດ້ກ່າວຢ່າງເຈາະຈົງເຖິງສະພາບ
ການທີ່ພວມຊຸດໂຊມລົງ ຂອງພວກອົບພະຍົບໂຣຮິງຢາ ຈາກ
ມຽນມາ ໂດຍເວົ້າວ່າ ບັນດາປະເທດ ໃນເຂດເອເຊຍຕາເວັນ ອອກສຽງໃຕ້ຕ້ອງໄດ້ດຳເນີນຄວາມພະຍາຍາມ ເພື່ອໃຫ້ການ
ຊ່ອຍເຫລືອພວກອົບພະຍົບທີ່ຕົກຄ້າງຢູ່ໃນທະເລ ຕະຫລອດ
ທັງປັບປຸງສະພາບການຢູ່ໃນປະເທດທີ່ຈະຊ່ອຍເອື້ອອຳນວຍໃຫ້ມີການຍົກຍ້າຍຖິ່ນຖານ ໄດ້ນັ້ນ.

ໃນລະຫວ່າງການພົບປະກັບບັນດາເຈົ້າໜ້າທີ່ອະວຸໂສຂອງສະມາຄົມອາຊ່ຽນໃນວັນສຸກ ວານນີ້ ທ່ານ Rhodes ຍັງໃຫ້ຂໍ້ສັງເກດວ່າ ປະເທດໄທ ອິນໂດເນເຊຍ ແລະ ມາເລເຊຍ ໄດ້ໃຫ້ການຕ້ອນຮັບປະຊາຄົມອົບພະຍົບຫລາຍສົມຄວນແລ້ວ.

ບັນດານັກ​ເຄື່ອນ​ໄຫວ ກະປະມານ​ວ່າ ມີຫຼາຍເຖິງ 8,000 ຄົນ ໃນອັນ ທີ່​ເອີ້ນ​ກັນ​ວ່າ ອົບ​
ພະຍົບທາງ​ເຮືອທີ່ຍັງ​ພາກັນລ່ອງລອຍຢູ່ໃນທະ​ເລແລະຫຼາຍໆ​ຄົນ​ແມ່ນປາດ​ສະ​ຈາກ​ອາ ຫານ ແລະນ້ຳດື່ມທີ່​ພຽງພໍ ຫຼັງຈາກ​ປະ​ເທດ​ໄທໄດ້ປາບ​ປາມ​ຂະ​ບວນການ​ຄ້າ​ມະນຸດຢ່າງ
​ກວ້າງ​ຂວາງ ​ທີ່ໄດ້​ລົບກວນ​ເຄືອ​ຂ່າຍການຂົນ​ສົ່ງ​ຂອງພວກອາຊະຍາກອນ​ດັ່ງກ່າວ.

ມາ​ເລ​ເຊຍ ອິນ​ໂດ​ເນ​ເຊຍ​ແລະ​ໄທ ແມ່ນ 3 ປະເທດທີ່ພວກຍົກ​ຍ້າຍຖິ່ນຖານແລະອົບ​ພະ ຍົບໄດ້ພະຍາຍາມ​ເດີນທາງ​ເຂົ້າ​ໄປແລະປະ​ເທດ​ເຫຼົ່ານັ້ນ​ກ່າວ​ວ່າ ​ພວກອົບພະຍົບທີ່​ໝົດ​ຄວາມ​ຫວັງເຫຼົ່ານັ້ນ ​ ​ບໍ່​ແມ່ນຄວາມ​ຮັບຜິດຊອບ​ຂອງຕົນແລະ​ປະຕິ​ເສດຕໍ່​ຄຳ​ຂໍຮ້ອງ​ຂອງ
ສະຫະ​ປະຊາ​ຊາດ ແລະບັນດາກຸ່ມປົກ​ປ້ອງ​ສິດ ທິ​ມະນຸດ.

ພວກອົບພະຍົບຈຳນວນຫຼວງຫລາຍທີ່ພາກັນເດີນທາງສ່ຽງອັນຕະລາຍແມ່ນຊາວໂຣຮິງ ຢາຈາກມຽນມາຍ້ອນເຂົາເຈົ້າໄດ້ຕົກເປັນຜູ້ເຄາະຮ້າຍໃນການປະຫັດປະຫານທີ່ກຸ່ມປົກ ປ້ອງສິດທິມະນຸດ Human Rights Watch ເວົ້າວ່າເທົ່າກັນກັບເປັນການກວດລ້າງຊົນ
ຊາດຊົນເຜົ່າ ແລະການກໍ່ອາຊະຍາກຳຕ້ານມະນຸດຊາດ.

ຊາວໂຣຮິງຢາໃນມຽນມາສ່ວນໃຫຍ່ແລ້ວແມ່ນໄດ້ຖືກປະຕິເສດບໍ່ໃຫ້ມີສິດທິຂັ້ນພື້ນຖານ
ຕ່າງໆ ເຊັ່ນການຖືສັນຊາດ ແລະສິດເສລີພາບໃນການເດີນທາງໄປມາ.

ພວກອົບ​ພະຍົບໂຣຮິງ​ຢາ ແລະ​ບັງ​ກລາ​ແດັສຫລາຍກວ່າ 700 ຄົນ ໄດ້​ໄປ​ເຖິງອິນ​ໂດ​ເນ​
ເຊຍ​ໃນ​ວັນ​ສຸກ​ວານ​ນີ້ ຫລັງ​ຈາກ​ໄດ້ຮັບການຊ່ວຍເຫລືອຈາກພວກເຮືອ​ຫາ​ປາເວລາ​ເຮືອ​
ເຂົາ​ເຈົ້າ​ຫລົ້ມ ​ຢູ່​ນອກ​ຝັ່ງ​ຂອງ​ແຂວງ Aceh​.

Southeast Asian Countries Close Doors to Migrant Boats
please wait

No media source currently available

0:00 0:02:01 0:00

XS
SM
MD
LG