ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບັນດາປະເທດ ເອເຊຍຕາເວັນອອກສຽງໃຕ້ ຍັງປະຕິເສດ ບໍ່ຍອມຮັບເອົາ ອົບພະຍົບທາງເຮືອ


Southeast Asian Countries Close Doors to Migrant Boats
please wait

No media source currently available

0:00 0:02:01 0:00

ບັນ​ດາ​ລັດຖະບານ​ຂອງປະ​ເທດ​ ໃນເອ​ເຊຍຕາ​ເວັນ​ອອກສຽງ​
ໃຕ້ ຍັງສືບ​ຕໍ່​ສະ​ແດງ​ຄວາມ​ບໍ່​ເຕັມໃຈ​ທີ່ຈະຮັບ​ເອົາ​ເຮືອທີ່​ບັນ
ທຸກແຮງ​ງານ​ເຄື່ອນ​ຍ້າຍ ​ແລະອົບ​ພະຍົບ ທີ່​ຖືກ​ປ່ອຍປະ​ໄວ້​
ໃນ​ທະ​ເ​ລ​ ໂດຍ​ພວກ​ຄ້າ​ມະນຸດ ​ຊຶ່ງ​ໄດ້​ເຮັດ​ໃຫ້ວິ​ກິດ​ການ​ດ້ານ​ມະນຸດສະທຳທີ່ຮ້າຍແຮງຢູ່ແລ້ວນັ້ນ ຊຸດ​ໂຊມ​ລົງ​ຕື່ມ​ອີກ.

ບັນດານັກ​ເຄື່ອນ​ໄຫວ ກະປະມານ​ວ່າ ມີຫຼາຍເຖິງ 8,000 ຄົນ
ໃນອັນ ທີ່​ເອີ້ນ​ກັນ​ວ່າ ອົບ​ພະຍົບທາງ​ເຮືອ ​ແມ່ນ​ຍັງ​ພາກັນ
ລ່ອງລອຍຢູ່ໃນທະ​ເລ ​ແລະຫຼາຍໆ​ຄົນ​ປາດ​ສະ​ຈາກ​ອາຫານ
ແລະນ້ຳ ​ທີ່​ພຽງພໍ ຫຼັງຈາກ​ປະ​ເທດ​ໄທ ປາບ​ປາມ​ຂະ​ບວນການ​
ຄ້າ​ມະນຸດຢ່າງ​ກວ້າງ​ຂວາງ ​ທີ່ໄດ້​ລົບກວນ​ເຄືອ​ຂ່າຍການຂົນ
​ສົ່ງ​ຂອງ ພວກອາຊະຍາກອນ​ດັ່ງກ່າວ.

ປະ​ເທດມາ​ເລ​ເຊຍ ອິນ​ໂດ​ເນ​ເຊຍ ​ແລະ​ໄທ ແມ່ນ 3 ປະເທດ
ທີ່ພວກແຮງ​ງານ​ເຄື່ອນ​ຍ້າຍແລະອົບ​ພະຍົບ ​ໄດ້ພະຍາຍາມ​ເດີນທາງ​ເຂົ້າ​ໄປ ​ແລະປະ​ເທດ
​ເຫຼົ່ານັ້ນ​ກ່າວ​ວ່າ ​ແຮງ​ງານ​ເຄື່ອນ​ຍ້າຍທີ່​ໝົດ​ຄວາມ​ຫວັງ ​ ​ບໍ່​ແມ່ນຄວາມ​ຮັບຜິດ ຊອບ​ຂອງ
ຕົນ ​ແລະ​ປະຕິ​ເສດ ຕໍ່​ຄຳ​ຂໍຮ້ອງ​ຂອງສະຫະ​ປະຊາ​ຊາດ ​ແລະບັນດາ ກຸ່ມປົກ​ປ້ອງ​ສິດທິ​ມະ
ນຸດ.

ພວກອົບ​ພະຍົບໂຣຮິງ​ຢາ ແລະ​ບັງ​ກລາ​ແດັສ ຫລາຍກວ່າ 700 ຄົນ ໄດ້​ໄປ​ເຖິງອິນ​ໂດ
​ເນ​ເຊຍ​ ໃນ​ວັນ​ສຸກ​ມື້​ນີ້ ຫລັງ​ຈາກ​ໄດ້ຮັບການຊ່ວຍເຫລືອຈາກພວກ ເຮືອ​ຫາ​ປາ ​ເວລາ
​ເຮືອ​ເຂົ້າ​ເຈົ້າ​ຫລົ້ມ​ຢູ່​ນອກ​ຝັ່ງ​ຂອງ​ແຂວງ Aceh​.

SE Asia Boat People
please wait
Embed

No media source currently available

0:00 0:01:07 0:00

ມີ​ອົບ​ພະ​ຍົບ​ເກືອບ 600 ຄົນ​ກໍໄດ້​ຖືກກູ້ໄພໃນ​ວັນ​ອາທິດແລ້ວໂດຍ​ກອງ​ທັບ​ເຮືອ​ອິນ​ໂດ
​ເນ​ເຊຍ. ບັນດາ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ພວກຄົນ​ອົບພະຍົບທາງ​ເຮືອເຫລົ່ານັ້ນ ເວລາ​ນີ້ໄດ້
​ຮັບການ​ຊ່ວຍ​ເຫລືອ​ດ້ານອາຫານ ​ແລະ​ທີ່​ພັກ​ເຊົາ​ຢູ່ໃນເຂດພາກ​ເໜືອ​ Aceh ​ໃນ​ຂະ
ນະ​ທີ່ລັດຖະບານ ປືກສາ​ຫາລື​ກັບສະຫະ​ປະຊາ​ຊາດແລະ​ການຈັດ​ ຕັ້ງ​ສາກົນ​ຕ່າງໆ.

ຮອງ​ລັດຖະມົນຕີ ກະຊວງ​ພາຍ​ໃນມາ​ເລ​ເຊຍ ທ່ານ Wan Junaidion ກ່າວໃນ​ວັນ​ພະ
ຫັດ​ມື້​ນີ້ ວ່າ ປະ​ເທດ​ຂອງ​ທ່ານ ຕ້ອງ “ສົ່ງ​ຂໍ້ຄວາມ​ອັນຖືກຕ້ອງ​ວ່າ: ປະ​ເທດ​ຕົນບໍ່​ຍິນດີ​ຕ້ອນຮັບພວກ​ເຂົາ​ເຈົ້າ.” ສ່ວນ​ບັນດາ​ເຈົ້າໜ້າທີ່​ມາ​ເລ​ເຊຍ​ຄົນ​ອື່ນໆກ່າວ​ວ່າ ການ​ລາດ
ຕະ​ເວນ​ທາງ​ທະ​ເລ ​ແລະ​ອາກາດ ແມ່ນໄດ້​ເພີ້​ມຂຶ້ນອີກ​ ເພື່ອ​ສະກັດ​ກັ້ນ “ການ​ລ່ວງລ້ຳທີ່
​ຜິດ​ກົດໝາຍ.”

​ເມື່ອ​ຕົ້ນອາທິດ​ນີ້ ມີ​ອົບ​ພະຍົບທາງ​ເຮືອ ຫຼາຍກວ່າ 1,000 ຄົນ ທີ່​ຖືກ​ປ່ອຍປະ​ໄວ້ ​ຢູ່​ໃນ
​ທະ​ເລ ພາກັນ​ລອຍ​ເຂົ້າຝັ່ງ ມາ​ເລ​ເຊຍ. ບັນດາ​ເຈົ້າໜ້າ​ທີ່​ກ່າວ​ວ່າ ພວ​ກ​ອົບ​ພະຍົບທາງ
ເຮືອດັ່ງກ່າວ ດຽວ​ນີ້ໄດ້​ຖືກ​ຄຸມ​ໂຕ​ໄວ້ ​ຢູ່ຕາມ​ຄ້າຍ​ກັກ​ຂັງ​ຕ່າງໆ ​ໃນ​ຂະນະ​ທີ່ ມີ​ການ​
ກະກຽມ ​ທີ່​ຈະ​ສົ່ງ​ພວກ​ເຂົາ​ເຈົ້າ ​ໄປ​ບ່ອນ​ອື່ນ​.

​ອົບ​ພະຍົບ ເກືອບ 600 ຄົນ ຍັງ​ໄດ້ຮັບ​ການຊ່ອຍ​ເຫຼືອ ​ໃນ​ວັນ​ອາທິດຜ່ານ​ມາ ​ໂດຍ ກອງ
ທັບ​ເຮືອ​ ອິນ​ໂດ​ເນ​ເຊຍ. ບັນດາ​ເຈົ້າໜ້າ​ທີ່ ​ອິ​ນໂດ​ເນ​ເຊຍ ກ່າວ​ວ່າ ອົບ​ພະຍົບທາງ​ເຮືອ
ດັ່ງກ່າວ ດຽວ​ນີ້ ​ໄດ້​ຮັບ​ອາຫາ​ນ ​ແລະ ທີ່​ພັກ​ອາ​ໄສ ຢູ່​ໃນ​ຂົງ​ເຂດ​ Aceh ເໜືອ ​ໃນຂະນະ​
ທີ່ ລັດຖະບານ ປຶກສາ​ຫາລືກັບ​ອົງການ​ສະຫະ​ປະຊາ​ຊາດ ​ແລະ ອົງການ​ສາກົນ​ອື່ນໆ.

ສ່ວນພວກ​ເຮືອ​ທີ່​ບັນຈຸຫຼາຍຮ້ອຍ​ຄົນ ​ໄດ້​ຖືກ​ກອງທັບ​ເຮືອຂອງ ມາ​ເລ​ເຊຍ ​ແລະ ອິນ​ໂດ
​ເນ​ເຊຍ ​ເຂົ້າສະກັດ​ກັ້ນ​ໄວ້ ​ແລະ​ໄດ້​ເອົາ​ອາຫານແລະ​ນ້ຳ ສຸກ​ເສີນ ​ໃຫ້​ແກ່​ພວກ​ເຂົາ​ເຈົ້າ ຫຼັງຈາກ​ນັ້ນ ​ໄດ້ສົ່ງ​ພວກ​ເຮືອ​ດັ່ງກ່າວ ອອກ​ໄປ​ຈາກ​ປະ​ເທດ​ພວກ​ຕົນ.

XS
SM
MD
LG