ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອາຊ່ຽນ ຈະເພີ່ມການຮ່ວມມືກັນ ຕ້ານການກໍ່ອາດຊະຍາກຳ ທາງຄອມພິວເຕີ


ການໃຊ້ມືຕີຄອວພິວເຕີ ທີ່ນະຄອນ Los Angeles.
ການໃຊ້ມືຕີຄອວພິວເຕີ ທີ່ນະຄອນ Los Angeles.

ບັນ​ດາ​ປະ​ເທ​ດ​ເອ​ເຊຍ​ປາຊິຟິກ ກຳລັງ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ທີ່​ເກີດ​ຈາກ ການ
ກໍ່ອາ ຊະຍາກໍາ​ຄອມ​ພິວ​ເຕີ ​ແລະ​ການລະເມີດດ້ານການຮັກສາຄວາມ​ປອດ​ໄພ ໃນ
ຂະນະທີ່ ​ການ​ໂຈມ​ຕີ​ທາງ​ຄອມ​ພິວ​ເຕີ ພາໃຫ້ການເສຍຫາຍທາງເສດຖະກິດ​ເພີ້ມ
ທະວີຂຶ້ນ.

ບັນດາ​ທຸລະ​ກິດ ​ແລະ​ລັດຖະບານຢູ່ໃນພາກພື້ນດັ່ງ​ກ່າວເວົ້າ​ວ່າ ຕ້ອງໄດ້ມີກາ​ນປະຕິ
​ຮູບ​ທາງນະ​ໂຍບາຍ​ ​ເພື່ອ​ຕ້ານກັບຂໍ້ເສຍຢູ່ເບື້ອງຫລັງຂອງການວິວັດທະນາການ​ດ້ານ
​ເທັກ​ໂນ​ໂລ​ຈີ ​ທີ່ປ່ຽ​ແປງ​ຢ່າງ​ວອງ​ໄວ ແລະ​ເພີ່​ມຄວາມສ່ຽງຕໍ່​ອັນ​ຕະລາຍໄດ້ງ່າຍຍ້ອນ​ການກໍ່ອາຊະຍາ ກໍາ​ທາງ​ຄອມ​ພິວ​ເຕີ.

ສິງກະ​ໂປ​ໄດ້​ເປັນ​ຜູ້ນຳ​ໜ້າຢູ່​ໃນ​ຂົງ​ເຂດ ໃນດ້ານການເພີ້ມການຮັກສາ​ຄວາ​ມປອດ​ໄພ
ທາງ​ຄອມ​ພິວ​ເຕີ ຢູ່​ໃນ​ປະ​ເທດ​ສະມາຊິກຂອງ​ສະມາຄົມ​ບັນດາ​ປະ​ເທດໃນ​ເຂດ​ເອ​ເຊຍ
ຕາເວັນ ອອກສຽງໃຕ້ ຫລື ASEAN ພ້ອມ​ທັງໄດ້​ສົ່ງ​ເສີມການຊ່ວຍຂອງລັດຖະບານ
ໃນດ້ານ ສະໜອງ​ຊັບພະຍາກອນ​ທາງເທັກ​ນິກ ພາຍໃນປະເທດທີ່ເປັນ​ເກາະດອນ
ດັ່ງກ່າວ.

​ໃນ​ເດືອນ​ຕຸລາ ປີ 2016 ສິງກະໂປ​ໄດ້​ເປັນ​ເຈົ້າພາບ​ໃນການເລີ້ມຕົ້ນເປີດ​ກອງ​ປະຊຸມ​ລັດຖະມົນຕີ ASEAN ກ່ຽວ​ກັບ​ຄວາ​ມປອດ​ໄພ​ທາງຄອມ​ພິວ​ເຕີ ຊຶ່ງໄດ້ປະກາດ​ໂຄງ
ການ​ລິ​ເລີ້ມ​ໃໝ່​ ເພື່ອ​ເພີ້ມຂີດຄວາມສາມາດຂອງ ASEAN ​ໃນການຮັບມືກັບໄພ​ຂົ່ມ
ຂູ່່​ທາງ​ຄອມ​ພິວ​ເຕີ.

ບັນດາຜູ້ມາຢ້ຽມຢາມ ເຕົ່າໂຮມກັນຢູ່ ບໍລິສັດສື່ສັງຄົມ ທີ່ນະຄອນປັກກິ່ງ.
ບັນດາຜູ້ມາຢ້ຽມຢາມ ເຕົ່າໂຮມກັນຢູ່ ບໍລິສັດສື່ສັງຄົມ ທີ່ນະຄອນປັກກິ່ງ.


ບໍລິສັດ Honeywell ທີ່ຕັ້ງຢູ່​ສະຫະລັດ ແລະໄດ້ຮັບການສະໜັບສະໜຸນ​ໂດຍ​ຄະນະ
ກຳ ມະການ​ພັດທະນາ​ເສດຖະກິດ​ສິງກະໂປ (EDB) ກຳລັງ​ຈະສ້າງ​ສູນ​ກາງອຸດສາຫະ
ກຳ ການຮັກສາຄວາມ​ປອດ​ໄພ​ທາງຄອມ​ພິວ​ເຕີ​ ທີ່ດີເລີດແຫ່ງໃໝ່ຂຶ້ນ ສໍາລັບຂົງເຂດ
ເອ​ເຊຍ​ປາຊິ​ຟິກ. ບໍລິສັດດັ່ງກ່າວ​ຍັງ​ຈະ​ສ​ະ​ແດງ​ໃຫ້​ເຫັນ​ການ​ພັດທະນາ​ຫ້ອງ​ທົດ​ລອງ
​ແລະ​ການ​ໃຫ້ການເຝິກ​ອົບຮົມການບໍລິການ​ດ້ານ​ຄວາມ​ປອດ​ໄພທີ່​ກ້າວໜ້າ.

ພວກຄົນເຈັບລ່ຽນແຖວລໍຖ້າ ຢູ່ໂຮງໝໍ Jakarta ປະເທດອິນໂດເນເຊຍ.
ພວກຄົນເຈັບລ່ຽນແຖວລໍຖ້າ ຢູ່ໂຮງໝໍ Jakarta ປະເທດອິນໂດເນເຊຍ.

ໃນ​ເດືອນ​ມິຖຸນານີ້ ສິງກະໂປ ​ແລະອອສ​ເຕຣ​ເລຍ ​ໄດ້​ເຊັນ​ຂໍ້​ຕົກລົງ​ຮ່ວມ​ມື​ເພື່ອສະກັດ
ກັ້ນ ​ການກໍ່ອາຊະຍາ​ກໍາ​ທາງ​ຄອມ​ພິວ​ເຕີ ພ້ອມກັນນັ້ນ​ອອສ​ເຕຣ​ເລຍ ຍັງ​ເຊັນ​ສັນຍາ
ເພື່ອເພີ້ມການຮ່ວມມືກັນ​ກັບ​ໄທ ​ແລະ​ຈີນ ອີກດ້ວຍ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG