ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ນຳ ASEAN ສະແດງຄວາມເປັນຫ່ວງ ກ່ຽວກັບ ທະເລຈີນໃຕ້


ປ. ສະຫະລັກ ທ່ານໂອບາມາ, ກາງ, ຍົກມືໃນກອງປະຊຸມສຸດຍອດ (ASEAN).
ປ. ສະຫະລັກ ທ່ານໂອບາມາ, ກາງ, ຍົກມືໃນກອງປະຊຸມສຸດຍອດ (ASEAN).

ຟິລິບ​ປີນ ​ໄດ້​ນຳ​ອອກ​ເຜີຍ​ເຜ່ ຮູບ​ພາບ​ໃນ​ວັນ​ພຸດ​ວານ​ນີ້ ​ໃນ​ອັນທີ່ ​ເບິ່ງ​ຄື​ວ່າ ກຳປັ່ນ​ຈີນ​ກຳລັງສ້າງ​ເກາະ​ທຽມ​ຂຶ້ນ ​ໃນ​ທະ​ເລ​ຈີນ​ໃຕ້ທີ່​ມີ​ການ​ຜິດ​ຖຽງ​ກັນ ຊຶ່ງ​ມີ​ຂຶ້ນບໍ່​ດົນກ່ອນ​ກອງ​ປະຊຸມ​ສຸດ​ຍອດ ຂອງ​ບັນດາ​ປະ​ເທດອາຊຽນ.

ຮູບ​ພາບ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ມີໜ້າ​ຂອງກຳ​ປັ່ນ​ຈຳນວນ​ຫຼວງ​ຫຼາຍ ​ແລະ​ໃນ​ອັນ​ທີ່​ ຟິລິບ​ປີນ ກ່າວ​ວ່າ ​ເປັນ​ຫຼັກ​ຖານຂອງ​ການກໍ່ສ້າງ “​ສົດໆໃໝ່ໆ” ​ຂອງເກາະ​ທຽມ​ທີ່​ສ້າງ​ຂຶ້ນ ​ໃກ້ໆ​ກັບ​ເກາະ Scarborough Shaol. ຮູບ​ພວກ​ນີ້ ​ໄດ້​ນຳ​ອອກ​ເຜີຍ​ແຜ່ ກ່ອນ​ໜ້າ​ກອງ​ປະຊຸມ​ປະຈຳ​ປີ ຂອງ 10 ປະ​ເທສະ​ມາ​ຊິກ ASEAN.

“ພວກ​ເຮົາ​ຍັງ​ຄົງ​ຕັ້ງໜ້າເປັນຫວ່ງ​ເປັນ​ໃຈ ຢ່າງ​ແຂງ​ຂັນ ກ່ຽວ​ກັບ​ການ​ກໍ່ສ້າງ​ທີ່​ວ່າ​ນີ້ ​ແລະ ຮັບ​ຊາບ​ເຖິງ​ຄວາມ​ເປັນ​ຫວ່ງ​ເປັນ​ໃຍ ​ທີ່​ສະ​ແດງ​ອອກ​ໂດ​ຍບັນດາ​ຜູ້ນຳບາງ​ທ່ານ ທີ່ກັບ​ມາ​ອ້າງ​ເອົາ​ເປັນ​ກຳມະສິດ,” ຊຶ່ງ​ທ່ານ​ໄດ້​ອ່ານ​ຖະ​ແຫຼ​ງການ​ຮ່ວມ ​ໃນ​ກອງ​ປະຊຸມ​ສຸດ​ຍອດ.

ການ​ທີ່​ຈີນ ​ໄດ້​ປະຕິ​ເສດ ຕໍ່​ການ​ກ່າວ​ຫາ​ທີ່​ວ່າ​ນີ້ ​ແລະ​ກ່າວ​ວ່າ “ຕົນ​ພຽງ​ແຕ່ຮັກສາກຳ​ປັ່ນ ​ລາດຕະ​ເວນຈຳນວນ​ນຶ່ງ ​ເພື່ອຄວາມ​ຄຸມ​ລາດຕະ​ເວນ​ຕາມ​ກົດໝາຍ” ​ໃນ​ຂົງ​ເຂດ ອີງ​ຕາມສະຖານທູດ​ຈີນ ​ໃນ​ນະຄອນຫຼວງ​ມະນີ​ລາ.

ປ. ໂອບາມາ ກ່າວຖະແຫຼງການໃນກອງປະຊຸມສຸດຍອດ ASEAN ທີ່ໂຮງແຮມ Landmark Mekong Riverside ໃນນະຄອນຫຼວງວຽງຈັນ, ລາວ, 8 ກັນຍາ, 2016
ປ. ໂອບາມາ ກ່າວຖະແຫຼງການໃນກອງປະຊຸມສຸດຍອດ ASEAN ທີ່ໂຮງແຮມ Landmark Mekong Riverside ໃນນະຄອນຫຼວງວຽງຈັນ, ລາວ, 8 ກັນຍາ, 2016

ສະຫະລັດ ​ເຊື່ອ​ຄື​ກັນ​ວ່າ ການ​ມີໜ້າ​ຂອງກຳ​ປັ່ນຈີນ ໃກ້ໆ​ເກາະ Scarborough Shaol ນັ້ນ ​ແມ່ນ​ຍັງ​ມີ​ຈຳນວນ​ເທົ່າ​ເດີມ ​ໃນ​ຮອບ​ຫຼາຍ​ເດືອນ​ທີ່​ຜ່ານ​ມາ ​ແຕ່​ວ່າຍັງ​ຈະ​ດຳ​ເນີນ​ສືບ​ຕໍ່​ສັງ​ເກດ​ການ​ໃນຂົງ​ເຂດ ​ແລະ​ຕິດຕາມ​ເບິ່ງ​ຢ່າງ​ໃກ້ຊິດ​ກັບ​ລັດຖະບານ​ຟິລິບ​ປີນ ຊຶ່ງເຈົ້າໜ້າ​ທີ່​ຂັ້ນ​ສູງ​ຂອງ​ທຳນຽບຂາວ​ໄດ້​ບອກ​ກັບ VOA ​ເຊັ່ນ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG