ອົງການຕໍ່ຕ້ານຢາເສບຕິດຂອງສະຫະປະຊາຊາດກ່າວໃນມື້ວັນພະຫັດຜ່ານມານີ້ວ່າ ພື້ນທີ່ໆ
ໃຊ້ສຳລັບການປູກຝິ່ນ ໃນເຂດເອເຊຍຕາເວັນອອກສຽງໃຕ້ ໄດ້ເພີ່ມຂຶ້ນປະມານ 16% ຂະນະ
ທີ່ພວກພໍ່ໄຮ່ຊາວສວນໃນປະເທດມຽນມາແລະ ສປປ ລາວ ຊອກຫາຊ່ອງທາງເພື່ອໃຫ້ມີລາຍ
ໄດ້ຫຼາຍຂຶ້ນຈາກລາຄາຝິ່ນທີ່ຖີບໂຕສູງຂຶ້ນນັ້ນ.
ອົງການຕໍ່ຕ້ານຢາເສບຕິດແລະອາຊະຍາກຳຂອງສະຫະປະຊາຊາດຫຼື UNODC ກ່າວວ່າ
ມຽນມາຊຶ່ງເປັນປະເທດຜະລິດຝິ່ນໃຫຍ່ອັນດັບສອງຂອງໂລກ ຮອງຈາກອັຟການິສຖານນັ້ນ
ແມ່ນປະກອບເປັນສ່ວນໃຫຍ່ໃນການປູກຝິ່ນ ທີ່ມີເພີ່ມຂຶ້ນແລະ 96% ຂອງການຜະລິດຝິ່ນ
ຢູ່ໃນຂົງເຂດ. ມີການກະປະມານກັນວ່າໃນປີນີ້ມຽນມາຜະລິດຝິ່ນໄດ້ 610 ໂຕນຫຼືປະມານ
10% ຂອງການຜະລິດຝິ່ນຢູ່ໃນໂລກໃນຂະນະທີ່ ສປປ ລາວຜະລິດໄດ້ປະມານ 25 ໂຕນ.
ການຜະລິດຝິ່ນ ຂອງເຂດເອເຊຍຕາເວັນອອກສຽງໃຕ້ທັງໝົດ ແມ່ນມີມູນຄ່າປະມານ 319
ລ້ານໂດລາ ຊຶ່ງ 275 ລ້ານໂດລາ ແມ່ນຜະລິດໃນມຽນມາ. ເມື່ອສົມທຽບແລ້ວ ອົງການ
UNODC ເວົ້າວ່າ ການຜະລິດຝິ່ນຂອງອັຟການິສຖານໃນປີນີ້ແມ່ນມີມູນຄ່າ 1 ພັນ 400
ລ້ານໂດລາ.
ທ່ານ Gary Lewis ຜູ້ຕາງໜ້າຂອງອົງການ UNODC ປະຈຳເຂດເອເຊຍປາຊີຟິກໄດ້ຖະ
ແຫຼງເນື່ອງໃນໂອກາດນຳອອກເຜີຍແຜ່ລາຍງານປະຈຳປີກ່ຽວກັບການສຳຫຼວດໃນການປູກ
ຝິ່ນ. ທ່ານກ່າວຕໍ່ສະໂມສອນນັກຂ່າວຕ່າງປະເທດທີ່ປະເທດໄທວ່າ ການປູກຝິ່ນສ່ວນໃຫຍ່
ແມ່ນມີກັນຢູ່ໃນລັດສານທາງພາກເໜືອຂອງມຽນມາ.
ທ່ານ Lewis ເວົ້າວ່າ “ອີງຕາມການກະປະມານ ຂອງພວກເຮົາແລ້ວ ສິ່ງທີ່ຜັກດັນ
ໃຫ້ມີການປູກຝິ່ນເພີ່ມຂຶ້ນກໍຄືຄວາມໝັ້ນຄົງທາງດ້ານອາຫານ ຄວາມທຸກຍາກ ບັນ
ຫາຂັດແຍ້ງ ທີ່ເກີດຂຶ້ນຢູ່ໃນເຂດດັ່ງກ່າວຂອງມຽນມາ ແລະລາຄາຝິ່ນ ທີ່ແພງຂຶ້ນ
ແມ່ນເປີດໃຫ້ຜູ້ຄົນ ທີ່ປະສົງຢາກຈະປູກຝິ່ນ.”
ອົງການ UNODC ກ່າວວ່າ ລາຄາຝິ່ນຢູ່ມຽນມາໄດ້ຖີບສູງຂຶ້ນນັບແຕ່ປີ 2010 ເປັນຕົ້ນມາ
ຈາກ 300 ໂດລາຕໍ່ກິໂລເປັນ 450 ໂດລາຕໍ່ກິໂລໃນຂະນະທີ່ຄ່າເງິນ kyat ຂອງມຽນມາ
ຫຼຸດຕໍ່າລົງແລະຄວາມຕ້ອງການຝິ່ນໃນບັນດາປະເທດເພື່ອນບ້ານມີເພີ່ມຂຶ້ນ.
ລາຄາຝິ່ນຢູ່ ສປປ ລາວ ແລະຢູ່ປະເທດໄທ ກໍແພງຂຶ້ນຄືກັນຄື 1,600 ໂດລາຕໍ່ກິໂລແລະ
1,400 ໂດລາຕໍ່ກິໂລຕາມລຳດັບ.
ທ່ານ Jason Eligh ເປັນຫົວໜ້າຮັບຜິດຊອບຢູ່ມຽນມາ ຂອງອົງການ UNODC ຊຶ່ງທ່ານ
ກ່າວວ່າ ພວກພໍ່ໄຮ່ຊາວສວນທຸກຍາກທີ່ປູກຝິ່ນຫຼືເປັນຄົນງານຢູ່ໃນໄຮ່ຝິ່ນນັ້ນສາມາດມີລາຍ
ໄດ້ສູງເປັນຫຼາຍໆເທົ່າ ຂອງລາຍໄດ້ສະເລ່ຍສຳລັບກະສິກອນ ທີ່ປູກພືດແນວອື່ນ.
ທ່ານ Eligh ເວົ້າວ່າ “ດັ່ງນັ້ນ ພວກທ່ານສາມາດມອງເຫັນໄດ້ວ່າມັນເປັນທາງເລືອກ
ເສດຖະກິດທີ່ສົມເຫດສົມຜົນສຳລັບຜູ້ຄົນທີ່ພວມປະເຊີນກັບໄພຂົ່ມຂູ່ຕ່າງໆ ຕໍ່ຄອບ
ຄົວຂອງພວກເຂົາເຈົ້າ ທີ່ພະຍາຍາມແລະມີການພົວພັນນຳການປູກຝິ່ນ ໂດຍການ
ປູກດ້ວຍໂຕເອງຫຼືຜ່ານການໃຫ້ຄວາມຊ່ອຍເຫຼືອໃນການປູກແລະເກັບກ່ຽວພືດເຫຼົ່າ
ນີ້ໃນຖານະທີ່ເປັນແຮງງານ.”
ພາຍໃຕ້ໂຄງການລຶບລ້າງການປູກຝິ່ນແລະການປູກພືດທົດແທນນັ້ນບັນດາປະເທດຜະລິດຝິ່ນ
ທີ່ສຳຄັນໆໃນເຂດເອເຊຍຕາເວັນອອກສຽງໃຕ້ເຊັ່ນມຽນມາ ສປປ ລາວ ແລະໄທໄດ້ຫຼຸດພື້ນທີ່
ການປູກຝິ່ນລົງ 83% ແຕ່ປີ 1998 ຫາປີ 2006.
ແຕ່ຫຼັງຈາກນັ້ນມາ ການຜະລິດຝິ່ນກໍໄດ້ຄ່ອຍໆເພີ່ມຂຶ້ນຢູ່ໃນມຽນມາແລະ ສປປ ລາວ.
ໄທແມ່ນປະເທດດຽວເທົ່ານັ້ນຢູ່ໃນຂົງເຂດທີ່ສາມາດຄຸ້ມຄອງບໍ່ໃຫ້ມີການຜະລິດຝິ່ນເພີ່ມຂຶ້ນຄື
ໃນປີນີ້ ພື້ນທີ່ໃນການປູກຝິ່ນຫຼຸດລົງນຶ່ງສ່ວນສີ່ແລະການຜະລິດຝິ່ນໄດ້ຫຼຸດລົງເປັນ 3 ໂຕນ.
ອົງການ UNODC ໃຫ້ການຍົກຍ້ອງກ່ຽວກັບການດຳເນີນຄວາມພະຍາຍາມຂອງໄທເພື່ອແກ້
ໄຂບັນຫາດັ່ງກ່າວ ຮວມທັງໂຄງການປູກພືດທົດແທນ.
ອົງການຕໍ່ຕ້ານຢາເສບຕິດຂອງສະຫະປະຊາຊາດ ກ່າວວ່າ ມີຄວາມຕ້ອງການເງິນຊ່ອຍເຫຼືອ
ຂອງນາໆຊາດເພີ່ມຂຶ້ນ ຢູ່ໃນມຽນມາ ແລະ ສປປ ລາວເພື່ອນຳໃຊ້ໃນໂຄງການປູກພືດທົດ
ແທນ ແລະໂຄງການພັດທະນາອື່ນໆທີ່ຍັງມີການຂາດແຄນຢ່າງຮ້າຍແຮງນັ້ນ.