ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມປະເທດເອເຊຍອາຄະເນ ພິຈາລະນາ ສ້າງໂຮງໄຟຟ້າ ນີວເຄລຍ (ເບິ່ງວີດິໂອ)


ແຫລ່ງນໍ້າທີ່ກາງຕໍ່ໄດ້ ແມ່ນສໍາຄັນຫລາຍ ຕໍ່ການສ້າງເຂື່ອນໄຟຟ້ານໍ້າຕົກ.
ແຫລ່ງນໍ້າທີ່ກາງຕໍ່ໄດ້ ແມ່ນສໍາຄັນຫລາຍ ຕໍ່ການສ້າງເຂື່ອນໄຟຟ້ານໍ້າຕົກ.

ບັນດາ​ເສດຖະກິດ​ໃນ​ຂົງ​ເຂດ​ເອ​ເຊຍ ກໍາລັງ​​ເຕີບ​​ໂຕຂື້ນຢ່າງ​ໄວ ​ແລະ​ຕ້ອງ​ການພະລັງງານ​ເພີ່ມ​ຕື່ມ​ ເພື່ອ​​ເປັນ​ເຊື້ອ​ໄຟຫລໍ່ລ້ຽງ​ການ​ເຕີບ​ໂຕ​ນັ້ນ. ດ້ວຍ​ເຫດ​ນີ້ ​ເກືອບ​ວ່າ​ທຸກໆ​ປ​ະເທດ​ໃນ​ຂົງ​ເຂດນັ້ນ ຈຶ່ງ​ພາກັນ​ພິຈາລະນາຈະ​ສ້າງ​ໂຮງງານ​ໄຟຟ້າ​ພະລັງ​ນີວ​ເຄລຍ ​ແຕ່​ຕາມ​ທີ່​ຜູ້​ສື່​ຂ່າວ​ວີ​ໂອ​ເອ Daniel Schearf ລາຍ​ງານ​ຈາກ​ບາງກອກ​ນັ້ນ ກໍ​ແມ່ນ​ວ່າ ​ມີ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ​ ຫລາຍປະການ ​ຕໍ່​ຄວາມ​ຄິດ​ດັ່ງກ່າວ​ນີ້.

ພວກ​ຜູ້​ນໍາ​ທຸລະ​ກິດ ​ແລະ​ຫລາຍໆລັດຖະບານຢ້ານ​ວ່າ ໃນ​ບໍ່​ຊ້າ​ນີ້ ຄວາມຮຽກຮ້ອງ​ຕ້ອງການ​ດ້ານ​ພະລັງງານ​ ອາດ​ຈະມີ​ຫລາຍເກີນ​ປະ​ລິມານ​ພະລັງງານ​ທີ່​ມີໄວ້​ໃຫ້​ຊົມ​ໃຊ້ ຢູ່ໃນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ນັ້ນ ຊຶ່ງຈະ​ເປັນໄພ​ຂົ່ມຂູ່​ຕໍ່ການເຕີບ​ໂຕ​ທາງເສດຖະກິດ.

ເພື່ອ​ຊ່ວຍໃຫ້​ພະລັງງານ​ມີ​ພຽງພໍ​ກັບຄວາມ​ຮຽກຮ້ອງ​ຕ້ອງ
ການ​ນັ້ນ ປະ​ເທດ ອິນໂດ​ເນເຊຍ ມາ​ເລ​ເຊຍ ​ໄທ ​ແລະ
ຫວຽດນາມ​ຕ່າງ​ກໍ​ພາກັນ​ວາງ​ແຜນການ​ ຈະສ້າງ​ໂຮງງານ
ໄຟຟ້າ​ທີ່​ໃຊ້​ພະລັງ​ນີວ​ເຄລຍ​ໃນ​ໄລຍະ​ສິບ​ປີ​ຂ້າງ​ໜ້າ​ນີ້ ​ແລະ​
ພວກປະ​ເທດ​ອື່ນໆ​ຢູ່​ໃນ​ຂົງ​ເຂດ​ ກໍ​ຫວັງ​ວ່າ​ຈະ​ເຮັດ​ແບບ ​ດຽວ​ກັນ.

ທ່ານ ວັງ ຮູ ດັນ ປະທານ​ກໍາມາ​ທິການ​ພະລັງງານ​ປະລະ
ມະ​ນູຂອງ​ຫວຽດນາມ ກ່າວ​ວ່າ ​ແຜນການ​ທີ່​ຈະ​ສ້າງ​ໂຮງ
ໄຟຟ້າ​ນີວ​ເຄລຍ​ຢ່າງ​ໜ້ອຍ 8 ​ແຫ່ງ​ນັ້ນ ​ແມ່ນ​ຈະ​ຊ່ວຍ​ຮັບ
ປະກັນ​ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ​ຂອງຫວຽດນາມ ​ແລະ​ພ້ອມ​ກັບ​ໃຫ້​ຄວາມ​ໝັ້ນ​ໃຈ​ແກ່​ພວກ​ນັກ​ລົງທຶນ​ຂອງ​ຕ່າງປະ​ເທດ ຊຶ່ງທ່ານວັງ ຮູ ດັນ ກ່າວຕື່ມວ່າ.

"ປັດຈຸ​ບັນນີ້ຫວຽດນາມ ພວກ​ເຮົາ​ມີ​ການ​ຂາດ​ແຄນ​ໄຟຟ້າ​ຢ່າງ​ຫຼວງຫຼາຍ ດັ່ງນັ້ນ ພວກ​ນັກ​ລົງທຶນ​ຈຶ່ງ​ມີ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ບັນຫາ​ດັ່ງກ່າວ ດ້ວຍ​ເຫດ​ນີ້ ການ​ຄໍ້າປະກັນ​ໃນ​ການ​ສະໜອງ​ໃຫ້ມີ​ໄຟຟ້າ​ໃຊ້ຢ່າງ​ໝັ້ນຄົງ ຈຶ່ງ​ມີ​ຄວາມ​ສຳຄັນ​ຫຼາຍ."

ໂຮງ​ໄຟຟ້າ Bata’an ຂອງ​ຟິລິບ​ປິນ ​ເປັນ​ໂຮງ​ໄຟຟ້າ​ນີວ​ເຄລຍ​ແຫ່ງ​ດຽວ ​ເທົ່ານັ້ນ​ຢູ່​ໃນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ແຕ່​ເນຶ່ອງຈາກ​ຄວາມ​ເປັນ ຫ່ວງ​ເລື່ອງ​ແຜ່ນດິນ​ໄຫວ​ ​ແລະ​ບວກ​ກັບ​ມີພູ​ໄຟ​ທີ່ຢູ່ໃກ້ໆ​ນັ້ນ ໂຮງ​ໄຟຟ້າ​ນິວ​ເຄລຍແຫ່ງ​ນີ້ ​ກໍ​ເລຍ​ບໍ່​ເຄີຍ​ໄດ້​ໃຊ້ຈັກ​ເທື່ອ.

ແຕ່​ເວລາ​ນີ້ ຟິລິ​ບປິນກໍາລັງ​ຄິດ​ຢາກ​ຈະ​ໃຊ້​ໂຮງ​ໄຟຟ້າ​ ທີ່​ມີ​ອາຍຸ 27 ປີ​ແຫ່ງດັ່ງກ່າວ​ນີ້ ​ແຕ່ ທ່ານ Cirilo Bautista ​ເຈົ້າໜ້າ​ທີ່​ຮັບຜິດຊອບ​ໂຮງໄຟຟ້າ​ແຫ່ງ​ນີ້​ກ່າວ​ວ່າ ກ່ອນ​ອື່ນ ກໍ​ແມ່ນ​ ຈະຕ້ອງ​ມີ​ການ​ເຝິກອົບ​ລົມ​ພວກ​ຄົນ​ງານ​ ໃໝ່​ເສຍ​ກ່ອນ ຊຶ່ງ​ທ່ານ Bautista ກ່າວຕໍ່​ໄປ​ວ່າ:

"ພວກ​ນັກ​ຊ່ຽວຊານ​ຂອງ​ເຮົາ​ມີອາຍຸ​ສູງ​ແລ້ວ ຊຶ່ງ​ຂ້າ​ພະ​ເຈົ້າໝາຍ​ຄວາມ​ວ່າ ພວກ​
ເຂົາ​ເຈົ້າ​ເຖົ້າ​ແກ່​ແລ້ວ ແລະ​ບາງ​ຄົນ​ກໍ​ເສຍຊີວິດໄປແລ້ວ​ກໍ​ມີ ແຕ່​ໃນເມື່ອໂຄງການ​
ນິວ​ເຄລຍຂອງ​ພວກ​ເຮົາ ​ຈະ​ມີ​ການຈັດຕັ້ງຄືນໃໝ່ ພວກເຮົາ​ກໍສາມາດ​ພັດທະນາ​
ຄວາມ​ຮູ້​ຄວາມ​ສາມາດ​ໃນ​ດ້ານ​ນີ້ຄືນ​ອີກ​ ​ໂດຍ​ການໄປ​ຝຶກ​ອົບຮົມ​ ຢູ່​ໃນ​ປະ​ເທດ​ອື່ນໆ
ທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ ກ່ຽວກັບ​ໂຮງໄຟຟ້າ​ນິວ​ເຄລຍ."

ເລື້ອງຄວາມ​ປອດໄພ​ບໍ່​ແມ່ນ​ແຕ່ພຽງບັນຫາ​ຢ່າງ​ດຽວ​ເທົ່າ​ນັ້ນ ທີ່​ພາໃຫ້​ຂົງ​ເຂດ​ເອ​ເຊຍ​ຕາເວັນ​ອອກສຽງ​ໃຕ້ ຊັກ​ຊ້າ​ໃນ​ການພັດທະນາ​ໂຮງ​ໄຟຟ້າ​ພະລັງ​ນີວ​ເຄລຍ. ​ອີກ​ເຫດຜົນ​ນຶ່ງກໍ​ຄື​ວ່າ ການ​ກໍ່ສ້າງ​ແລະ​ບໍາລຸງ​ຮັກສາໂຮງງານ​ໄຟຟ້າ​ນິວ​ເຄລຍ ​ແມ່ນ​ແພງ​ກວ່າ​ໂຮງ​ໄຟຟ້າຊະນິດ​ອື່ນໆ​ ຕັ້ງຫລາຍ​ເທົ່າ​ຕົວນັ້ນ​ເອງ.

ດັ່ງ​ນັ້ນ ຫລາຍໆ​ລັດຖະບານ​ຈຶ່ງ​ພາກັນ​ສືບ​ຕໍ່​ສ້າງ​ເຂື່ອນ​ໄຟຟ້າ​ນໍ້າຕົກ ແລະ​ຊອກ​ຫາ​ແຫ​ລ່ງ​ເຊື້ອ​ໄຟ fossil ​ໃໝ່ໆ ​ເຊ່ນແກ໊ສທໍາ​ມະ​ຊາດ​ແລະ​ຖ່ານ​ຫີນ​ເປັນ​ຕົ້ນ ເຖິງ​ແມ່ນ​ຈະ​ເປັນ​ຫ່ວງ​ໃນເລຶ່ອງມົນ​ລະ​ພິດ​ ​ກໍ​ຕາມ.

ທ່ານ ບອບ ຄາ​ມານ​ດານ​ອູ ​ປະທານ​ສະມາຄົມ​ຂຸດ​ບໍ່ຖ່ານ​ຫິນຂອງ​ອິນ​ໂດ​ເນ​ເຊຍ​ ກ່າວ​ວ່າ

"ແລະ​ຖ່ານ​ຫີນ​ໃນ​ທຸກ​ມື້ນີ້ ຍັງ​ສືບ​ຕໍ່​ເປັນ​ແຫຼ່ງທີ່​ມາ​ຂອງ​ໄຟຟ້າ​ລາຄາ​ຖືກ ພວກ​ເຮົາ
ສາມາດ​ຫຼີກລ່ຽງ​ເລື່ອງ​ນີ້​ໄດ້​ຈັ່ງ​ໃດ? ​ແນ່ນອນ​ ຄໍາ​ຕອບ​ກໍ​ຄື​ເທັກໂນ​ໂລ​ຈີ. ພວກ​ເຮົາ​
ຕ້ອງປັບປຸງ​ເທັກ​ໂນ​ໂລ​ຈີ​ ກ່ຽວ​ກັບ​ວ່າ​ຈະ​ຫຼຸດຜ່ອນ​ການ​ປ່ອຍຄວັນທີ່​ເປື້ອນ​ເປິະ​ນັ້ນ
ໄດ້​ແບບ​ໃດ. ພວກ​ເຮົາ​ບໍ່​ສາມາດ​ຫຼີກລ່ຽງຈາກ​ການ​ໃຊ້​ຖ່ານ​ຫີນ​ໄດ້ ​ແຕ່​ພວກ​ເຮົາ
ສາມາດ​ດຳ​ເນີນ​ງານ​ຮ່ວມ​ກັນ​ໄດ້ ເພື່ອ​ຫຼຸດຜ່ອນ​ການ​ປ່ອຍ​ຄວັນ​ພິດ​ ຈາກ​ການ​ນຳ​ ໃຊ້​ຖ່ານ​ຫີນນັ້ນ."

ພວກ​ຊ່ຽວຊານດ້ານ​ພະລັງງານ​ກ່າວ​ວ່າ ສິ່ງ​ທ້າ​ທາຍ​ຫລາຍໆ​ຢ່າງ​ຕໍ່ການ​ສ້າງໂຮງ​ໄຟຟ້ານີວ​ເຄລຍນັ້ນ​ ໝາຍ​ຄວາມ​ວ່າ​ ​ເ​ຊື້​ອ​ໄຟ​ນິວ​ເຄລຍຈະມີ​ການຂະຫຍາຍໂຕ​ຢ່າງ​ຊ້າໆ​ ​ໃນ​ພາກ ສ່ວນ​ພະລັງງານຂອງ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້.

XS
SM
MD
LG