ທະນາຄານພັດທະນາເອເຊຍກ່າວວ່າ ຕົນຈະຊ່ອຍເຫຼືອເຂດລຸ່ມແມ່ນໍ້າຂອງ ໃນການເພີ່ມການນໍາໃຊ້ biomass ຫລືມວນຊີວະພາບ ກໍຄືເສດຂີ້ເຫຍື່ອຈາກທໍາມະຊາດຫຼຶເສດໄມ້ແລະສັດນັ້ນເຂົ້າໃນການກະເສດໃຫ້ຫລາຍຂຶ້ນ.
ທາງທພະນາຄານ ADB ກ່າວໃນວັນຈັນມື້ນີ້ວ່າ ໂຄງການທີ່ວ່ານີ້ຈະຊ່ອຍຂົງເຂດດັ່ງກ່າວ ໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ມີຫລາຍຂຶ້ນນັບມື້ຂອງຕົນ ໃນດ້ານພະລັງງານສະອາດນັ້ນ ແລະສະໜອງຄວາມໝັ້ນຄົງດ້ານອາຫານ ໃຫ້ແກ່ພວກຄອບຄົວທີ່ທຸກຍາກໃນເຂດຊົນນະບົດ.
ທະນາຄານ ADB ກ່າວຢູ່ໃນຖະແຫລງຂ່າວສະບັບນຶ່ງວ່າ ຕົນໄດ້ໃຫ້ການອະນຸມັດແກ່ໂຄງການຊ່ວຍເຫລືອດ້ານເທັກນິກສໍາລັບຂົງເຂດດັ່ງກ່າວໂຄງການນຶ່ງ ທີ່ໄດ້ຮັບທຶນດໍາເນີນງານໂດຍກອງທຶນພັດທະນາຂອງປະເທດນໍເວ ຫລື Nordic Development Fund ພ້ອມກັບເງິນທຶນຈໍານວນ 6 ແສນໂດລາ ຈາກປະເທດກໍາປູເຈຍ ສປປ ລາວ ແລະຫວຽດນາມ.
ໂຄງການທີ່ວ່ານີ້ຈະສະໜອງທຶນໃຫ້ແກ່ຫລາຍໆໂຄງການທົດລອງດ້ານການລົງທຶນ ເພື່ອຍົກລະດັບການເທັກໂນໂລຈີມວນຊີວະພາບ ເຊ່ນການໃຊ້ລະບົບແກສຊີວະພາບຢູ່ໃນຄົວເຮືອນ ການໃຊ້ເຕົາໄຟ biochar kiln ແລະເຕົາໄຟສໍາລັບຄົວກິນທີ່ປັບປຸງໃຫ້ດີຂຶ້ນ. ຂີ້ເຫຍື້ອມວນຊີວະພາບແມ່ນໂຮມທັງຂອງເສຍຈາກທໍາມະຊາດ ເຊ່ນເປືອກເຂົ້າແລະຂີ້ສັດເປັນຕົ້ນ.
ໂຄງການນີ້ມີກໍານົດຈະເລີ້ມຕົ້ນຂຶ້ນໃນເດືອນນີ້ແລະສິ້ນສຸດລົງພາຍໃນເດືອນ ທັນວາ 2014.
ກຸ່ມປະເທດໃນເຂດລຸ່ມແມ່ນໍ້າຂອງປະກອບດ້ວຍ ກໍາປູເຈຍ ສປປ ລາວ ໄທ ມຽນມາ ຫວຽດນາມ ແລະເຂດພາກໃຕ້ຂອງຈີນ ຊຶ່ງທັງໝົດນັ້ນ ມີແມ່ນໍ້າຂອງໄຫລຜ່ານ.