ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອາຟຣິກາໃຕ້ ສັ່ງໃຫ້ສືບສວນ ກ່ຽວກັບເຫດການ ຍິງກັນຕາຍ


ປະຊາຊົນພາກັນຫຸ້ມເບິ່ງໜ່ວຍລາດຕະເວນຂອງຕຳຫຼວດຢູ່ໃນບໍລິເວນອ້ອມແອ້ມບໍແຮ່ທີ່ມີການປະທ້ວງນັດຢຸດງານຢູອາຟຣິກາໃຕ້ (17 ສິງຫາ 2012)
ປະຊາຊົນພາກັນຫຸ້ມເບິ່ງໜ່ວຍລາດຕະເວນຂອງຕຳຫຼວດຢູ່ໃນບໍລິເວນອ້ອມແອ້ມບໍແຮ່ທີ່ມີການປະທ້ວງນັດຢຸດງານຢູອາຟຣິກາໃຕ້ (17 ສິງຫາ 2012)
ປະທານາທິບໍດີອາຟຣິກາໃຕ້ ທ່ານ Jacob Zuma ໄດ້ສັ່ງໃຫ້
ທຳການສືບສວນສອບສວນກ່ຽວກັບການທີ່ຕຳຫຼວດໄດ້ຍິງພວກ
ຄົນງານທີ່ປະທ້ວງນັດຢຸດງານຢູ່ບໍ່ຄຳຂາວ 34 ຄົນເສຍຊີວິດຊຶ່ງ
ເປັນຄວາມຜິດພາດຮ້າຍແຮງສຸດ ໃນການປະຕິບັດງານຮັກສາ
ຄວາມສະຫງົບ ຢູ່ໃນປະເທດດັ່ງກ່າວ ນັບຕັ້ງແຕ່ ລະບອບແບ່ງ
ແຍກເຊື້ອຊາດຜິວພັນອາພາເທ່ໄດ້ສິ້ນສຸດລົງ.

ທ່ານ Zuma ກ່າວວ່າ ທ່ານໄດ້ຕື່ນຕົກໃຈແລະມີຄວາມທໍ້ແທ້
ຕໍ່ອັນທີ່ທ່ານເອີ້ນວ່າ ຄວາມຮຸນແຮງແບບໄຮ້ຄວາມຮູ້ສຶກນັ້ນ.

ປະທານາທິບໍດີ Zuma ໄດ້ຕັດໃຫ້ສັ້ນລົງ ການໄປຮ່ວມກອງປະ
ຊຸມສຸດຍອດພູມີພາກ ທີ່ປະເທດໂມຊຳບິກ ໃນມື້ວັນສຸກວານນີ້
ແລະເດີນທາງ ໄປຍັງບໍ່ດັ່ງກ່າວ ທີ່ເມືອງ Marikana ຊຶ່ງຕັ້ງຢູ່
ທາງພາກຕາເວັນຕົກສຽງເໜືອຂອງນະຄອນ Johannesburg. ທ່ານ Zuma ເກືອບຈະເວົ້າອອກມາວ່າ ໃຜເປັນຜູ້ຮັບຜິດຊອບໃນການສັງຫານຄັ້ງນີ້ ແລະຮຽກຮ້ອງໃຫ້ສະຫະພັນກຳມະບານດຳເນີນງານຮ່ວມ ກັນກັບລັດຖະບານ ເພື່ອແກ້ໄຂສະຖານະການ.

ໃນຕອນເຊົ້າຂອງມື້ວັນສຸກວານນີ້ ຜູ້ບັນຊາການຕຳຫຼວດແຫ່ງຊາດຂອງອາຟຣິກາໃຕ້ ທ່ານນາງ Riah Phiyega ກ່າວວ່າ ກຳລັງຂອງທ່ານນາງໄດ້ຍິງປືນໃສ່ພວກຄົນງານບໍ່ ທີ່ພາກັນປະທ້ວງນັດຢຸດງານ ເພື່ອເປັນການປ້ອງກັນໂຕ. ນອກຈາກພວກເສຍຊີວິດ 34 ຄົນແລ້ວ ຄວາມຮຸນແຮງໃນມື້ວັນພະຫັດແລ້ວ ຍັງເຮັດໃຫ້ມີຜູ້ໄດ້ຮັບບາດເຈັບອີກ 78 ຄົນ.

ທ່ານນາງ Phiyega ກ່າວວ່າ ຕຳຫຼວດໄດ້ໃຊ້ກຳລັງເພື່ອປ້ອງກັນໂຕ ຫຼັງຈາກໄດ້ຖືກ
ໂຈມຕີໂດຍພວກຄົນງານປະທ້ວງຕິດອາວຸດທີ່ເປັນອັນຕະລາຍຮ້າຍແຮງນັ້ນ.
XS
SM
MD
LG