ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າກຸ່ມກະບົດ ຊູດານໃຕ້ ຈະພົບປະກັບ ປະທານາທິບໍດີ El Sissi ຂອງ ອີຈິບ


ຫົວໜ້າກຸ່ມກະບົດຂອງ ຊູດານໃຕ້ ທ່ານ Riek Machar, ຊ້າຍ, ກ່າວໃນການສຳພາດຕໍ່ສື່ມວນຊົນ ກ່ຽວກັບ ສະຖານະການໃນປະເທດ ຊູດານໃຕ້ ຫຼັງຈາກການເຮັດຂໍ້ຕົກລົງ ສັນຕິພາບກັບລັດຖະບານ ໃນນະຄອນຫຼວງ Addis Ababa, ປະເທດ ອີທິໂອເປຍ, 31 ສິງຫາ, 2015.
ຫົວໜ້າກຸ່ມກະບົດຂອງ ຊູດານໃຕ້ ທ່ານ Riek Machar, ຊ້າຍ, ກ່າວໃນການສຳພາດຕໍ່ສື່ມວນຊົນ ກ່ຽວກັບ ສະຖານະການໃນປະເທດ ຊູດານໃຕ້ ຫຼັງຈາກການເຮັດຂໍ້ຕົກລົງ ສັນຕິພາບກັບລັດຖະບານ ໃນນະຄອນຫຼວງ Addis Ababa, ປະເທດ ອີທິໂອເປຍ, 31 ສິງຫາ, 2015.

ຫົວໜ້າກຸ່ມກະບົດໃນປະເທດ ຊູດານໃຕ້ ທ່ານ Riek Marchar ໄດ້ເດີນທາງໄປຢ້ຽມຢາມປະເທດ ອີຈິບ ໃນວັນພຸດມື້ນີ້ ເພື່ອຮຽກ ຮ້ອງໃຫ້ຜູ້ນຳປະເທດ ອີຈິບ ທ່ານ Abel Fattah El Sissi ສະໜັບ ສະໜູນການຈັດຕັ້ງປະຕິບັດຂໍ້ຕົກລົງສັນຕິພາບ ເພື່ອຍຸຕິ​ບັນຫາຂັດ ແຍ້ງໃນ ຊູດານໃຕ້ ໃນເດືອນສິງຫາປີກາຍນີ້.

ໃນສັບປະດາທີ່ຜ່ານມາ, ບັນດາຜູ້ນຳໃນກອງປະຊຸມສຸດຍອດ ສະ ຫະພາບ ອາຟຣິກາ ໃນນະຄອນຫຼວງ Addis Ababa ປະເທດ ອີທິໂອເປຍ, ໄດ້ສະແດງຄວາມບໍ່ພໍໃຈກັບພວກກະບົດ ແລະ ລັດ ຖະບານ ຊູດານໃຕ້ ທີ່​ບໍ່​ໄດ້​ສ້າງຄວາມຄືບໜ້າ ໃນການຈັດຕັ້ງປະ ຕິບັດ ຂໍ້ຕົກລົງ ໂດຍສະເພາະການສ້າງຕັ້ງລັດຖະບານແຫ່ງຄວາມ ປອງດອງຊາດ.

ຂໍ້ຕົກລົງສັນຕິພາບໄດ້ຕົກ​ຢູ່​ໃນ​ສະພາບ​ບໍ່​ໄປ​ບໍ່​ມາຍ້ອນພວກ​ກະບົດໄດ້ປະຕິເສດ ຕໍ່ການຕັດ ສິນໃຈສ້າງ 28 ລັດຂອງປະທານາທິບໍດີ Salva Kiir. ທ່ານ Kiir ໄດ້ກ່າວວ່າ ຈຸດປະສົງດຽວ ຂອງການກໍ່ຕັ້ງລັດໃໝ່ກໍແມ່ນເພື່ອກະຈາຍການກຳອຳນາດ, ​ແບ່ງປັນຊັບພະຍາກອນຕ່າງໆ ໃຫ້ຢູ່ໃກ້ກັບປະຊາກອນໃນເຂດຊົນນະບົດຊຶ່ງໃນຂະນະດຽວກັນກໍຫຼຸດ ຜ່ອນຂະໜາດຂອງລັດ ຖະບານແຫ່ງຊາດ.

ພວກ​ຜູ້ນຳກຸ່ມກະບົດໄດ້ກ່າວວ່າ ການແບ່ງປະເທດ ຊູດານໃຕ້ ອອກເປັນ 28 ລັດ ຈະນຳເອົາ ຄວາມບໍ່ສະຫງົບມາສູ່ຊຸມຊົນ ເພາະວ່າ ມັນເປັນການນຳເອົາທີ່ດິນຈາກຊົນເຜົ່າໜຶ່ງ ແລະ ມອບ ໃຫ້ອີກຊົນ​ເຜົ່າໜຶ່ງ.

​ເລຂາທິການ​ໃຫຍ່​ຮັບຜິດຊອບ​ກິດຈະການ​ຕ່າງປະ​ເທດ ຂອງ​ຂະ​ບວນ ການ​ປົດ​ປ່ອຍປະ​ຊາ​ຊົນ​ຊູ​ດານ ທ່ານ Ezekiel Lol Gatkuoth ໄດ້ກ່າວວ່າ ອີຈິບເຄີຍມີສາຍພົວພັນທາງປະຫວັດ ສາດກັບຊູດານໃຕ້ ແລະ ທ່ານ Machar ຈະຮຽກຮ້ອງໃຫ້ນາຍພົນ Sissi ໃຊ້ສາຍພົວພັນດັ່ງ ກ່າວນັ້ນ ເພື່ອຊ່ວຍຊຸກຍູ້ຂັ້ນຕອນສັນຕິພາບ.

XS
SM
MD
LG