ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້​ນຳ​ ຊູ​ດານ​ໃຕ້ ຕົກ​ລົງ​ກັນ​ອີກ​ຄັ້ງ​ນຶ່ງ ທີ່​ຈະ​ຕັ້ງ​ລັດ​ຖະ​ບານ​ສາ​ມັກ​ຄີ


ປະ​ທາ​ນາ​ທິ​ບໍ​ດີ ຊູ​ດານ​ໃຕ້ ທ່ານ ຊາ​ລ​ວາ ເຄຍ, ຊ້າຍ, ຜູ້​ນຳ​ຝ່າຍ​ຄ້ານ​ ຊູ​ດານ​ໃຕ້ ທ່ານ ຣຽກ ມາ​ຈາ, ຂວາ, ແລະ ຮອງ​ຫົວ​ໜ້າ​ສະ​ພາ​ກອງ​ທັບ​ລັດ​ຖະ​ບານ​ໃໝ່ ຈັບ​ມື​ກັບຫຼັງ​ຈາກ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ. ນະ​ຄອນຫຼວງ ຈູ​ບາ, ປະ​ເທດ ຊູ​ດານ​ໃຕ້. 17 ທັນ​ວາ, 2019.
ປະ​ທາ​ນາ​ທິ​ບໍ​ດີ ຊູ​ດານ​ໃຕ້ ທ່ານ ຊາ​ລ​ວາ ເຄຍ, ຊ້າຍ, ຜູ້​ນຳ​ຝ່າຍ​ຄ້ານ​ ຊູ​ດານ​ໃຕ້ ທ່ານ ຣຽກ ມາ​ຈາ, ຂວາ, ແລະ ຮອງ​ຫົວ​ໜ້າ​ສະ​ພາ​ກອງ​ທັບ​ລັດ​ຖະ​ບານ​ໃໝ່ ຈັບ​ມື​ກັບຫຼັງ​ຈາກ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ. ນະ​ຄອນຫຼວງ ຈູ​ບາ, ປະ​ເທດ ຊູ​ດານ​ໃຕ້. 17 ທັນ​ວາ, 2019.

ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ປະ​ເທດ ຊູ​ດານ​ໃຕ້ ທ່ານ ຊາ​ລ​ວາ ເຄຍ ແລະ ຜູ້​ນຳ​ກຸ່ມ​ກະ​ບົດ ທ່ານ ຣຽກ ມາ​ຈາ ໄດ້​ຕົ​ກ​ລົງ​ທີ່​ຈະ​ຕັ້ງ​ລັດ​ຖະ​ບານ​ສາ​ມັກ​ຄີ​ໃໝ່ ພາຍ​ໃນ​ຂີດ​ເສັ້ນ​ຕາຍ​ເດືອນ​ກຸມ​ພາ​ປີ​ໜ້າ ເຖິງ​ແມ່ນ​ເຂົາ​ເຈົ້າ​ຈະ​ບໍ່​ໄດ້​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ທາງ​ການ​ເມືອງ​ທີ່​ສຳ​ຄັນ​ໃນ​ເວ​ລາ​ນັ້ນ​ກໍ​ຕາມ.

ຜູ້​ນຳ​ທັງ​ສອງ, ຜູ້​ທີ່​ໄດ້​ເຊັນ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ ໃນ​ເດືອນ​ກັນ​ຍາ​ປີ 2018 ພາຍ​ໃຕ້​ການ​ກົດ​ດັນ​ຢ່າງ​ໜັກ​ຈາກ​ອົງ​ການ ສະ​ຫະ​ປະ​ຊາ​ຊາດ, ສະ​ຫະ​ລັດ ແລະ ກຸ່ມ IGAD ໃນ​ພາກ​ພື້ນ​ນັ້ນ, ກ່ອນ​ໜ້ານີ້​ ໄດ້ພາ​ດ​ຂີດ​ເສັ້ນ​ຕາຍ​ທີ່​ຈະ​ຕັ້ງ​ລັດ​ຖະ​ບານ​ໃໝ່​ສອງ​ຄັ້ງ. ຂີດ​ເສັ້ນ​ຕາຍ​ຄັ້ງທຳ​ອິດ​ແມ່ນ​ໃນ​ເດືອນພຶດ​ສະ​ພາ ແລະ ຄັ້ງຫຼ້າ​ສຸດ​ແມ່ນ​ໃນ​ເດືອນພະ​ຈິກທີ່​ຜ່ານ​ມາ.

ໃນ​ເດືອນ​ແລ້ວນີ້, ຂີດ​ເສັ້ນ​ຕາຍ​ໄດ້​ຖືກ​ຍ້າຍ​ກັບ​ຄືນ​ໄປ​ຫາ​ເດືອນກຸມ​ພາ, ກໍ່​ໃຫ້ ສະ​ຫະ​ລັດ ຕ້ອງ​ເອີ້ນ​ເອກ​ອັ​ກ​ຄະ​ລັດ​ຖະ​ທູດ​ຂອງ​ເຂົາ​ເຈົ້າ​ກັບ​ຄືນ ແລະ ໄດ້​ເພີ່ມ​ຄວາມ​ຢ້ານ​ກົວ​ວ່າ ປະ​ເທດ​ດັ່ງ​ກ່າວ​ອາດ​ກັບ​ຄືນ​ໄປ​ສູ່​ສົງ​ຄາມ​ກາງ​ເມືອງ.

ຄວາມ​ຂັດ​ແຍ້ງ​ດົນ​ຫ້າ​ປີ​ຂອງ ຊູ​ດານ​ໃຕ້ ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນຫຼາຍ​ຮ້ອຍ​ພັນ​ຄົນ​ເສຍ​ຊີ​ວິດ ແລະ ໄດ້​ບັງ​ຄັບ​ໃຫ້​ປະ​ຊາ​ຊົນ​ຕ້ອງຫຼົບ​ໜີ​ໄປ​ປະ​ເທ​ດ​ອື່ນ ຫຼື ສະ​ຖານ​ທີ່​ການ​ປົກ​ປ້ອງ​ພາຍ​ໃນ​ປະ​ເທດ ທີ່​ດຳ​ເນີນ​ການ​ໂດຍ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. ການ​ຕໍ່​ສູ້​ເພື່​ອ​ອຳ​ນາດ​ລະ​ຫວ່າງ​ຜູ້​ຊາຍ​ສອງ​ຄົນ​ນັ້ນ​ໄດ້​ນຳ​ໄປ​ສູ່​ຄວາມ​ຂັ້ນ​ແຍ້ງ.

ທ່ານ ເຄຍ ແລະ ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ທ່ານ​ ໄດ້​ຈັດ​ການ​ເຈ​ລະ​ຈາ​ສາມ​ວັນ​ໃນ​ນະ​ຄອນຫຼວງ ຈູ​ບາ, ໃນ​ອາ​ທິດນີ້ ພ້ອມ​ກັບ​ມີ​ລາຍ​ງານ​ວ່າ ມີ​ຄວາມ​ກ້າວ​ໜ້າ​ທີ່​ຊັດ​ເຈນ​ພຽງ​ເລັກ​ນ້ອຍ. ທັງ​ສອງ​ທ່ານ​ໄດ້​ອອກ​ມາ​ຈາກກອງ​ປະ​ຊຸມ​ດົນ​ເປັນ​ຊົ່ວ​ໂມງ​ຢູ່ສະ​ພາ​ໃນ​ວັນ​ອັງ​ຄ​ານ​ວານນີ້ ເພື່ອ​ເວົ້າ​ວ່າພວກ​ເພິ່ນ​ໄດ້​ຕົກ​ລົງ​ທີ່​ຈະ​ຮັກ​ສາສັນ​ຍາ​ຢຸດ​ຍິງ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່​ໄວ້.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG