ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອົງການ ແພດບໍ່ມີພົມແດນ ໂຈະ ການປະຕິບັດງານ ຢູ່ Malakal (ສະໄລດ໌/ວີດີໂອ)


ເມືອງ Malakal ຕັ້ງຢູ່ແຄມຝັ່ງ ແມ່ນໍ້າ White Nile ໃນຊູດານໃຕ້
ເມືອງ Malakal ຕັ້ງຢູ່ແຄມຝັ່ງ ແມ່ນໍ້າ White Nile ໃນຊູດານໃຕ້
ອົງການແພດບໍ່ມີພົມແດນ ໄດ້ໂຈະ ກິດຈະກຳຕ່າງໆ ຢູ່ໃນເມືອງ
ເອກຂອງລັດນຶ່ງໃນຊູດານໃຕ້ ລຸນຫຼັງທີ່ໄດ້ເກີດໃນອັນທີ່ອົງການ
ດັ່ງກ່າວເວົ້າວ່າ ການປຸ້ນສະດົມເອົາເຄື່ອງຂອງທີ່ຫ້ອງການຂອງ
ຕົນ.

ອົງການແພດບໍ່ມີພົມແດນຖະແຫຼງ ໃນມື້ວັນສຸກວານນີ້ວ່າ ພວກ
ຜູ້ຊາຍຕິດອາວຸດຈຸນຶ່ງ ໄດ້ບຸກເຂົ້າໄປໃນຫ້ອງການຂອງຕົນ ທີ່
ເມືອງ Malakal ໃນລັດ Upper Nile ແລະກໍຂົ່ມຂູ່ ພວກພະນັກ
ງານ ແລ້ວກໍປຸ້ນເອົາເຄື່ອງຂອງໄປ.

ເມືອງ Malakal ເປັນບ່ອນທີ່ ເກີດການສູ້ລົບກັນ ໃນອາທິດນີ້ ລະ
ຫວ່າງກຳລັງທີ່ນິຍົມແລະຕໍ່ຕ້ານລັດຖະບານຊຶ່ງທັງສອງຝ່າຍຕ່າງກໍອ້າງວ່າຕົນເປັນຜູ້ຄວບ ຄຸມເມືອງນີ້. ອົງການແພດບໍ່ມີພົມແດນກ່າວວ່າ ໂຮງໝໍ ໄດ້ປິ່ນປົວພວກທີ່ບາດເຈັບ ຫຼາຍ ກວ່າ 80 ຄົນ ໃນມື້ວັນພະຫັດຜ່ານມາ ກ່ອນທີ່ຈະອັດລົງ.



ທີ່ນະຄອນນິວຢອກ ໃນວັນສຸກວານນີ້ ເລຂາທິການໃຫຍ່ອົງການ ສະຫະປະຊາຊາດ ທ່ານ Ban Ki-moon ກ່າວວ່າມີພົນລະເຮືອນຊາວຊູດານໃຕ້ ຈຳນວນຫຼວງຫຼາຍ ກາງຕໍ່ອາໄສ ກຳລັງຮັກສາສັນຕິພາບ ເພື່ອຊ່ອຍປົກປ້ອງຊີວິດຂອງພວກເຂົາເຈົ້າ.

ອົງການມະນຸດສະທຳຂອງສະຫະປະຊາຊາດກ່າວໃນວັນສຸກວານນີ້ວ່າ ມີປະຊາຊົນເກືອບ 470,000 ຄົນ ພັດພາກຈາກເຮືອນຊານບ້ານຊ່ອງຂອງພວກເຂົາເຈົ້າ ໃນຊູດານໃຕ້ ແລະ ເກືອບ 84,000 ຄົນ ໄດ້ພາກັນຫລົບໜີໄປຍັງປະເທດເພື່ອນບ້ານ.

ການເຈລະຈາກ່ຽວກັບການຢຸດຍິງ ລະຫວ່າງຄະນະຜູ້ຕາງໜ້າ ທີ່ນິຍົມແລະຕໍ່ຕ້ານລັດຖະ ບານ ຍັງດຳເນີນຢູ່ຕໍ່ມາ ທີ່ປະເທດເອທິໂອເປຍ ແຕ່ບໍ່ມີລາຍງານກ່ຽວກັບຄວາມກ້າວໜ້າ ແຕ່ປະການໃດ.

South Sudan
please wait
Embed

No media source currently available

0:00 0:00:47 0:00
XS
SM
MD
LG