ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕາຍ 3,000 ກວ່າຄົນແລ້ວ ໃນເຫດການກໍ່ຄວາມຮຸນແຮງ ໃນຊູດານໃຕ້


ພວກພັດພາກຖິ່ນຢູ່ອາໃສຍ້ອນເຫດການກໍ່ຄວາມຮຸນແຮງ ທີ່ເຂດ Pibor ລັດ Jonglei ຊູດານໃຕ້
ພວກພັດພາກຖິ່ນຢູ່ອາໃສຍ້ອນເຫດການກໍ່ຄວາມຮຸນແຮງ ທີ່ເຂດ Pibor ລັດ Jonglei ຊູດານໃຕ້

ເຈົ້າໜ້າ​ທີ່​ຊູ​ດານ​ໃຕ້​ທ້ອງ​ຖິ່ນຄົນ​ນຶ່ງ ກ່າວ​ວ່າ ປະຊາຊົນ 3,000 ກວ່າ​ຄົນ ຖືກ​ຂ້າ​ຕາຍ​ໃນ
ລະຫວ່າງ​ເຫດການ​ປະ​ທະ​ກັນ​ຫລາຍ​ບັ້ນ ທີ່​ເກີດຂຶ້ນລະຫວ່າງພວກ​ຊົນ​ເຜົ່າ ເມື່ອ​ອາທິດ
ຜ່ານ​ມາ ທີ່​ລັດ Jonglei ທີ່​ບໍ່​ສະຫງົບ​ສຸກ​ນັ້ນ.

ທ່ານ Joshua Kronyi ຜູ້​ປົກຄອງ​ເມືອງ Pibor ຂອງ​ລັດ Jonglei ກ່າວ​ວ່າ​ເທົ່າ​ເຖິງປັດ
ຈຸບັນ​ນີ້ ​ໄດ້ນັບ​ຈໍານວນ​ຜູ້​ເສຍ​ຊີວິດ​ແລ້ວ​ມີ ​ແມ່ຍິງ​ແລະ ​ເດັກນ້ອຍ 2,182 ຄົນ ​ແລະ
ຜູ້​ຊາຍ​ 959 ຄົນ.

ເມື່ອ​ອາທິດ​ຜ່ານ​ມາ​ນີ້ ກຸ່ມ​ຜູ້​ຊາຍ​ປະກອບ​ອາທິດ 6,000 ຄົນ​ກຸ່ມ​ນຶ່ງ ຈາກເຂດ​ຊົນ​ເຜົ່າ
Lou-Nuer ​ໄດ້​ປະ​ທະ​ກັບພວກ​ສະມາ​ຊິກ​ກຸ່ມຂູ່​ແຂ່ງ​ຊົນ​ເຜົ່າ Murle ຢູ່​ເຂດ​ສອກຫລີກ​
ເມືອງ Pibor. ພວກ​ສູ້​ລົບ​ໄດ້​ຖອຍໜີ​ຫລັງ ຈາກ​ກໍາລັງ​ທະຫານ​ຊູ​ດານ​ໃຕ້​ເປີດ​ສາກ​ລະດົມ​
ຍິງ​ໃສ່.

ເມື່ອ​ວັນ​ພະຫັດ​ວານ​ນີ້ ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ຕົນ​ກໍາ​ລົງ​ຈະ ​ເສີມ​ການ​ມີໜ້າ
ຂອງ​ກໍາລັງ​ຮັກສາ​ສັນຕິພາບ​ເພີ່ມ​ຂຶ້ນ​ໃນ​ເມືອງ Pibor ​ເພື່ອ​ຄໍ້າປະກັນ ບໍ່​ໃຫ້​ພວກໂຈມ​ຕີ
ຫວນ​ຄືນ​ມາ​ໃນ​ໝູ່​ບ້ານ​ອີກ​ໄດ້.
ຫລື​ເຈົ້າໜ້າ​ທີ່​ອົງການ​ສະຫະ​ປະຊາ​ຊາດ​ເທື່ອ. ທ່ານ Herve Ladsous ຫົວໜ້າ​ກໍາລັງ​ຮັກ
ສາ​ສັນ​ຕິ​ພາບ​ອົງການ​ສະຫະ​ປະ ຊາດ ກ່າວ​ເມື່ອ​ວັນ​ພະຫັດ​ວານ​ນີ້​ວ່າ ພວກ​ກໍາລັງ​ຮັກສາ​
ສັນຕິພາບ​ທີ່​ປະ ຈໍາ​ຢູ່​ໃນ​ຂົງ​ເຂດ​ດັ່ງກ່າວ ​ໄດ້​ເຫັນ​ຊາກ​ສົບ​ຫລາຍສິບ​ຄົນ.

ພວກ​ຊາວ​ບ້ານຫລາຍ​ສິບ​ພັນ​ຄົນ ທີ່​ຫລົບໜີ​ການ​ສູ້​ລົບ​ໄດ້​ພາ​ກັນ​ກັບ​ຕ່າວ ຄືນ​ບ້ານ ​ແຕ່
ຫລາຍໆ​ຄົນ​ຕ້ອງການ​ການ​ປິ່ນປົວ ພ້ອມ​ທັງ​ອາຫານ ​ແລະ ນໍ້າ.

XS
SM
MD
LG