ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມືປືນ ໂຈມຕີ ຂະບວນລົດ ສະຫະປະຊາຊາດ ທີ່ ຊູດານໃຕ້ (ວີດີໂອ)


ແຜນທີ່ຊູດານໃຕ້
ແຜນທີ່ຊູດານໃຕ້
ສະຫະ​ປະຊາ​ຊາດກ່າວ​ວ່າ ພວກ​ມື​ປືນ​ທີ່ໄດ້ໂຈມ​ຕີຂະ​ບວນລົດ
ສະຫະ​ປະຊາ​ຊາດ ​ໃນຊູ​ດານໃຕ້ ເມື່ອ​ວັນ​ອັງຄານ​ວານ​ນີ້ ​ເຮັ​ດ​
ໃຫ້​ກຳລັງ​ຮັກສາ​ສັນ​ຕິ​ພາບ ອິນ​ເດຍ 5 ຄົນ​ເສຍ​ຊີ​ວິດ ​ແລະ​ພະ
ນັກງານສະຫະ​ປະຊາ​ຊາດອີກ 7 ຄົນ.

ການ​ໂຈມ​ຕີ​ໄດ້​ເກີດ​ຂື້ນ​ໃກ້​ກັບ​ເມືອງ Gumuruk ຢູ່​ໃນ​ລັດ
Jonglei. ຖະ​ແຫລງການ​ສະບັບ​ນຶ່ງ​ຈາກ ​ເລຂາທິການ​ໃຫຍ່
ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ກ່າວ​ວ່າ ອີກ 9
ຄົນ​ໄດ້​ຮັບ​ບາດ​ເຈັບ​ ​ໃນ​ການ​ໂຈມ​ຕີຄັ້ງນີ້ ​ແລະ​ຈໍານວນ​ນຶ່ງ
ແມ່ນ​ມີ​ອາການຮ້າຍ​ແຮງ.

ໂດຍ​ຜ່ານ​ທາງ​ໂຄສົກ​ຂອງ​ສະຫະ​ປະຊາ​ຊາດ ທ່ານ Ban ​ໄດ້​ປະນາມ​ການ​ໂຈມ ຕີ​ໃນ​ຄັ້ງນີ້ ​ດ້ວຍ​ການໃຊ້​ຄໍາ​ເວົ້າທີ່ “​ແຮງສຸດ” ​ແລະຮຽກຮ້ອງ​ໃຫ້​ນຳ​ເອົາ​ພວກ​ກະ ທຳ​ຜິດ​ມາ​ລົງ​ໂທດ.

​ໂຄສົກ ທະຫານ​ຊູ​ດານ ຄົນ​ນຶ່ງ ຖິ້ມ​ໂທດ​ການໂຈມ​ຕີ​ໃສ່ພວກ​ກະບົດ ທີ່​ນຳພາ ​ໂດຍ​ທ້າວ David Yau Yau ຊຶ່ງ​ພວມ​ທຳ​ການ​ສູ້​ລົບ​ກັບທະຫານລັດຖະບານ ຢູ່​ໃນ​ຂົງ​ເຂດດັ່ງກ່າວ.

ຊູ​ດານ​ໃຕ້ກ່າວ​ຫາ​ເພື່ອນ​ບ້ານຄືຊູ​ດານວ່າ ​ໃຫ້ການ​ຊຸກຍູ້ທ້າວ Yau Yau ​ເພື່ອ​ ຂັດ
ຂວາງ​ຕໍ່ແຜນການ​ສ້າງທໍ່ລຳລຽງ​ນໍ້າ​ມັນ​ແຫ່ງ​ໃໝ່​ທີ່​ເປັນ​ທາງ​ເລືອກ ​ຜ່ານ​ລັດ Jonglei ​ແລະປະ​ເທດເອທິ​ໂອ​ເປຍ.

ຊູ​ດານໃຕ້​ຊຶ່ງເປັນ​ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ ປັດ​ຈຸ​ບັນ​ນີ້​ຕ້ອງ​ໄດ້​ສົ່ງອອກ​ນໍ້າມັນ ຜ່ານ​ຊູ​ດານ.

Sudan
please wait
Embed

No media source currently available

0:00 0:00:50 0:00

XS
SM
MD
LG