ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊູດານໃຕ້ ພິຈາລະນາຄະດີ ພວກທະຫານ ທີ່ໄດ້ທຳການຂົ່ມຂືນ ແລະ ຄາດຕະກຳ


ທະຫານຊູດານໃຕ້ ປ້ອງກັນເພື່ອນທະຫານຂອງພວກເຂົາເຈົ້າ, ເຊິ່ງເປັນຜູ້ຕ້ອງສົງໄສສຳລັບການຂົ່ມຂືນ, ຄາດຕະກຳ, ໃນະຂະນະທີ່ພວກເຂົາເຈົ້່າຂີ່ລົດຕູ້ ກ່ອນເດີນທາງໄປຮອດສານທະຫານ ໃນນະຄອນຫຼວງ ຈູບາ ປະເທດ ຊູດານໃຕ້. 30 ພຶດສະພາ, 2017.
ທະຫານຊູດານໃຕ້ ປ້ອງກັນເພື່ອນທະຫານຂອງພວກເຂົາເຈົ້າ, ເຊິ່ງເປັນຜູ້ຕ້ອງສົງໄສສຳລັບການຂົ່ມຂືນ, ຄາດຕະກຳ, ໃນະຂະນະທີ່ພວກເຂົາເຈົ້່າຂີ່ລົດຕູ້ ກ່ອນເດີນທາງໄປຮອດສານທະຫານ ໃນນະຄອນຫຼວງ ຈູບາ ປະເທດ ຊູດານໃຕ້. 30 ພຶດສະພາ, 2017.

ການພິຈາລະນາຄະດີທະຫານໄດ້ໄຂຂຶ້ນໃນປະເທດ ຊູດານໃຕ້ ໃນວັນອັງຄານວານນີ້ ສຳລັບທະຫານ 20 ຄົນທີ່ຖືກກ່າວຫາວ່າ ຄາດຕະກຳ ແລະ ຂົ່ມຂືນ ໃນການໂຈມຕີເຈົ້າ ໜ້າທີ່ຊ່ວຍເຫຼືອ ຂອງ​ອົງການ​ສາກົນໃນປີກາຍນີ້.

ຜູ້ຕ້ອງສົງໄສ 13 ຄົນ, ທັງໝົດແມ່ນທະຫານໃນເຄື່ອງແບບ, ໄດ້ຖືກນຳຕົວຂຶ້ນສານໃນ
ນະຄອນຫຼວງ ຈູບາ ເພື່ອຟັງຂໍ້ກ່າວຫາສຳລັບພວກເຂົາລວມມີ ການຄາດຕະກຳ, ຂົ່ມຂືນ, ທໍລະມານ ແລະ ປຸ້ນສະດົມໃນລະຫວ່າງການໂຈມຕີ ໂຮງແຮມ Terrain ຕັ້ງຢູ່ນະຄອນ
ຫຼວງຂອງປະເທດ ຊູດານໃຕ້ ເມື່ອເດືອນກໍລະກົດປີກາຍນີ້. ຫົວໜ້າໄອຍະການກອງທັບ ໄດ້ກ່າວວ່າ ຜູ້ຖືກກ່າວຫາອາດປະເຊີນກັບການຖືກປະຫານຊີວິດ ຖ້າພົບເຫັນວ່າມີ
ຄວາມຜິດ.

ການດຳເນີນຄະດີໄດ້ເລີ່ມຂຶ້ນທີ່ຄ້າຍ Giada ໃນ​ນະຄອນ​ຈູ​ບາ. ຈຳເລີຍສີ່ຄົນໄດ້​ໃສ່​
ເຄື່ອງ​ແບບຕິດກາກອງພັນເສືອ, ເຊິ່ງແມ່ນໜ່ວຍຄຸ້ມກັນປະທານາທິບໍດີຂອງປະເທດ.

ທະຫານ ຊູດານໃຕ້ ທີ່ຖືກຕ້ອງສົງໄສໃນການຂົ່ມຂືນພະນັກງານຊ່ວຍເຫຼືອຂອງອົງການສາກົນ.
ທະຫານ ຊູດານໃຕ້ ທີ່ຖືກຕ້ອງສົງໄສໃນການຂົ່ມຂືນພະນັກງານຊ່ວຍເຫຼືອຂອງອົງການສາກົນ.

ນາຍພົນໂທ Mangar Buong, ຮອງຜູ້​ບັນຊາ​ການ​ກອງທັບ ຮັບຜິດຊອບ​ໃນ​ດ້ານການ
​ປົກຄອງ ການເງິນ ແລະ ພະນັກງານ ໄດ້ກ່າວວ່າ ການດຳ​ເນີນຄະດີດັ່ງກ່າວ ໄດ້ພິສູດ
ໃຫ້ເຫັນວ່າ ກອງທັບປົດປ່ອຍຂອງປະຊາຊົນ ຊູດານ ບໍ່​ໄດ້ໃຫ້ອະໄພແກ່ຜູ້ລ່ວງລະເມີດ
ສິດທິມະນຸດ. ການພິຈາລະນາຄະດີນີ້ ແມ່ນການຟ້ອງຮ້ອງທີ່ເປັນທີ່ຮູ້ຈັກຄັ້ງທຳອິດ ສຳລັບສະມາຊິກຂອງກອງກຳລັງລັດຖະບານ ກ່ຽວກັບ ການກ່າວຫາ ຂົ່ມຂືນ.

ຫົວໜ້າໄອຍະການ, ພັນ​ເອກ Abubakar Mohammed Rama-dhan ໄດ້ຂໍໃຫ້ຜູ້ບໍລິ ຫານຂອງໂຮງແຮມ Terrain ອະທິບາຍສິ່ງທີ່ໄດ້ເກີດຂຶ້ນໃນວັນທີ 11 ກໍລະກົດ ປີກາຍນີ້. ຜູ້ເຫັນເຫດການ ທ່ານ Michael Woodward ໄດ້ກ່າວວ່າ ມີ່ທະຫານຕິດອາວຸດ 50
ຫາ 100 ຄົນ, ພ້ອມກັບລົດຕິດປືນກົນ, ໄດ້ບຸກຜ່ານປະຕູໂຂງຂອງໂຮງ ແຮມ ແລະ ບຸກ ເຂົ້າໃນໂຮງແຮງ ຫຼັງຈາກໄດ້​ເອົ​າຊະນະພວກຍາມຮັກ ສາຄວາມປອດໄພ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG