ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​​​​ປ. ​ຊູ​ດານ​ໃຕ້ ພົບປະ ກັບ​ຜູ້ນຳ​ ຝ່າ​ຍກະບົດ ແບບ​ຊຶ່ງ​ໜ້າ ​ໃນ​ຮອບ 2 ປີ

​​​​ປະທານາທິບໍ​ດີ​ຊູ​ດານ ​ໃຕ້ ທ່ານ ຊາ​ລວາ ​ເກຍ (Salva Kiir) ​- ຂວາ ໄດ້ຮັບການຕ້ອນຮັບຂອງປະທານາທິບໍດີ ເອທິໂອເປຍ ທ່ານອາບີ ອາເມດ - ຊ້າຍ ໃນຂະນະທີ່ທ່ານພົບຕ້ອນຮັບທ່ານ ຣິຄ ມາ​ຊາຣ (Riek Machar)ທີ່ນະຄອນຫຼວງອາດິສ ອາບາບາ ຂອງເອທິໂອເປຍ, 20 ມິຖຸນາ 2018.

ປະທານາທິບໍ​ດີ​ຊູ​ດານ ​ໃຕ້ ທ່ານ ຊາ​ລວາ ​ເກຍ (Salva Kiir) ​ແລະ​ຜູ້ນຳ​ຝ່າ​ຍກະບົດ
ທ່ານ ​ຣິຄ ມາ​ຊາຣ (Riek Machar) ​ໄດ້​ພົບ​ກັນ​ໃນ​ວັນ​ພຸດ​ວານ​ນີ້ ຊຶ່ງ​ເປັນ​ຄັ້ງ​ທຳ​ອິດ ​
ແບບ​ຊຶ່ງ​ໜ້າ ​ໃນ​ຮອບ 2 ປີ.

ການ​ພົບ​ປະກັນ ​ທີ່ນະຄອນຫຼວງ​ອາດິສ ອາບາບາ ຂອງ​ເອທິໂອ​ເປຍ ຊຶ່ງມີ​ຂຶ້ນ​ຖ່າມກາງການພະຍາຍາມຫາທາງຍຸຕິສົງຄາມ​ກາງ​ເມືອງ ທີ່​ດຳ​ເນີນ​ມາ​ເປັນ​ເວລາ
5 ປີ ຂອງ​ປະ​ເທດ​ທີ່​ໜຸ່ມ​ນ້ອຍ​ທີ່​ສຸດ ​ທີ່​ໄດ້​ສັງຫານຫຼາຍ​ສິບ​ພັນ​ຄົນ ​ແລະໄດ້ບັງຄັບ​
ໃຫ້​ 4 ລ້ານຄົນ​ ອົບ​ພະຍົບອອກ​ຈາກ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ພວກ​ເຂົາ​ເຈົ້າ.

ຜົນ​ຂອງ​ການ​ພົບ​ປະກັນ ທີ່​ມີ​ການ​ຄອງ​ຄອຍ​ຖ້າ​ນັ້ນ​ແມ່ນ​ບໍ່​ຮູ້​ກັນ, ​ແຕ່​ວ່າ ມີ​ພວກ​
ສັງ​ເກດ​ການ​ຫຼາຍຄົນ ​ໄດ້​ເຝົ້າ​ຕິດຕາມ​ເບິ່ງຢ່າງ​ໃກ້ຊິດ.

ທ່ານນາງ​ເຄຊີ ​ໂຄບ​ແລນ ນັກວິ​ເຄາະອະ​ວຸ​ໂສ ຂອງ​ອົງການ​ວິ​ກິດ​ການ​ນາໆ​ຊາດ
​ໄດ້​ກ່າວ​ວ່າ ການ​ພົບ​ປະກັນ​ນັ້ນ ​ແມ່ນ​ບໍ່​ໄດ້​ດຳ​ເນີນ​ໄປ​ດ້ວຍ​ດີ, ​ແລະ​ທ່ານ​ມາ​ຊາຣ
ແລະ​ທ່ານ​ເກຍ ​ໄດ້ຍ່າງອອກຈາກກອງປະຊຸມ, ມັນ​ພາ​ໃຫ້​ມີ​ຄຳ​ຖາມ​ທີ່​ວ່າ ​ເຈົ້າ​ໜ້າ
​ທີ່ລັດຖະບານ​ພາຍ​ໃນ ຂອງ​ການ​ພັດທະນາລະຫວ່າງລັດຖະບານ ຫຼື IGAD ຊຶ່ງ​
ເປັນກຸ່ມ​ການ​ຄ້າ​ ຂອງ 8 ປະ​ເທດອາ​ຟຣິກາ ຈະ​ສາມາດ​ດຳເນີນການໄປໜ້າ ກ່ຽວ
ກັບຂັ້ນຕອນຢ່າງໃດຢ່າງນຶ່ງ ​ໃນການສ້າງສັນຕິພາບໄດ້ຫຼືບໍ່.

“ບໍ່​ມີ​ຜູ້ໃດມີ​ຄວາມ​ຄິດ​ທີ່​ດີ ທີ່ີວ່າ​ແມ່ນ​ຜູ້​ໃດ​ຈະ​ເປັນ​ຜູ້​ທີ່​ກຳກັບ​ຂັ້ນ​ຕອນ​ນີ້​ ນອກ​ເໜືອ
​ຈາກ​ກຸ່ມ IGAD. ​ແລະ​ຖ້າ​ຫາກ​ວ່າ​ກຸ່ມ IGAD ບໍ່​ປະສົບ​ຜົນ​ສຳ​ເລັດ, ຈະມີກຸ່ມໃດອີກ
ທີ່ຈະ​ສາມາ​ດ​ເຮັດ​ໄດ້? ນັ້ນຄືຄຳເວົ້າຂອງ​ທ່ານນາງ​ໂຄບ​ແລນ ທີ່​ໄດ້​ກ່າວ​ຕໍ່ລາຍການ​
ຂອງ ​ວີ​ໂອ​ເອ ​ທີ່​ເພັ່ງ​ເລັງ​ໃສ່​ຊູ​ດານ​ໃຕ້ ຫຼື South Sudan in Focus.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

​ຜູ້ນຳ​ຝ່າ​ຍກະບົດ ທ່ານ ​ຣິຄ ມາ​ຊາຣ (Riek Machar) ໄປຮອດຫ້ອງການທີ່ ປະທານາທິບໍດີ ເອທິໂອເປຍ ເພື່ອປະຊຸມກັບ ປະທານາທິບໍດີຊູດານ ໃຕ້ ທ່ານ ຊາລວາ ເກຍ (Salva Kiir) ທີ່ນະຄອນຫຼວງອາດິສ ອາບາບາ ຂອງເອທິໂອເປຍ, 20 ມິຖຸນາ 2018.

XS
SM
MD
LG