ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກົາຫຼີໃຕ້ ຈະຊ່ອຍ ພາກໃຕ້ຊູດານ ສ້າງນະຄອນຫຼວງໃໝ່


ເດັກນ້ອຍແມ່ຍິງຄົນນຶ່ງໃນເຂດພາກໃຕ້ຊູດານ ຖືທຸງຊາດໃໝ່ (30 ມັງກອນ 2011)
ເດັກນ້ອຍແມ່ຍິງຄົນນຶ່ງໃນເຂດພາກໃຕ້ຊູດານ ຖືທຸງຊາດໃໝ່ (30 ມັງກອນ 2011)

ບໍລິສັດລັດວິສາຫະກິດພັດທະນາທີ່ດິນຂອງເກົາຫຼີໃຕ້ກ່າວວ່າ ຕົນໄດ້ລົງນາມໃນຂໍ້ຕົກລົງສະ
ບັບນຶ່ງກັບເຂດພາກໃຕ້ Sudan ເພື່ອສ້າງນະຄອນຫຼວງແຫ່ງໃໝ່ຫຼັງຈາກເຂດດັ່ງກ່າວກາຍ ເປັນປະເທດເອກກະລາດໃນເດືອນໜ້າ.

ບໍລິສັດ LH ກ່າວໃນວັນພະຫັດມື້ນີ້ວ່າ ຕົນຈະໃຫ້ຄວາມສະໜັບສະໜຸນທາງດ້ານເຕັກນິກ
ໃນການອອກແບບແຜນແມ່ບົດສຳລັບສ້າງນະຄອນຫຼວງຂອງເຂດ​ພາກໃຕ້ຊູ​ແດນທີ່ຈະເປັນ
ປະເທດ​ໃໝ່ສຸດຂອງໂລກ.

ເມືອງຫຼວງຂອງພາກໃຕ້ Sudan ເວລານີ້ແມ່ນເມືອງ Juba ແຕ່ໄດ້ມີການພິຈາລະນາທີ່
ຈະສ້າງນະຄອນຫຼວງໃໝ່ຂຶ້ນເພື່ອເປັນການຮັບຮູ້ເຖິງຄວາມເປັນເອກກະລາດຂອງຕົນ.

ເຂດພາກໃຕ້ Sudan ຈະເປັນເອກກະລາດຢ່າງເປັນທາງການ ຈາກພາກເໜືອໃນວັນທີ 9
ເດືອນໜ້ານີ້. ທັງສອງຝ່າຍໄດ້ສູ້ລົບ​ໃນສົງຄາມທີ່​ດໍ​າ​ເນີນມາເປັນເວລາ 21 ປີ ​ແລະໄດ້ສິ້ນ
ສຸດລົງດ້ວຍຂໍ້ຕົກລົງສັນຕິພາບປີ 2005. ພາກໃຕ້ Sudan ໄດ້ລົງຄະແນນສຽງຢ່າງຖ້ວມ
ລົ້ນເພື່ອແຍກໂຕອອກຈາກພາກເໜືອໃນການລົງປະຊາມະຕິ ເມື່ອເດືອນມັງກອນປີນີ້.

XS
SM
MD
LG