ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ເກຍ ແລະ ທ່ານມາຊາ ເຊັນຂໍ້ຕົກລົງ ຢຸດຍິງ ຢູ່ນະຄອນຫຼວງ ຄາຣ໌ທູມ

ປະທານາທິບໍດີຊູດານ ທ່ານໂອມາ ອາລ-ບາເຊຍ, ກາງ, ຊູແຂນຂຶ້ນພ້ອມກັນກັບ ປະທານາທິບໍດີ ຊູດານໃຕ້ ທ່ານ ຊາລວາ ເກຍ, ຊ້າຍ, ແລະຜູ້ນຳກຸ່ມກະບົດ ຊູດານໃຕ້ ທ່ານຣິກ ມາຊາ ຫຼັງຈາກທີ່ ທັງສອງຄູ່ປໍລະປັກ ໄດ້ຕົກລົງກັນ ຢູ່ໃນນະຄອນຫຼວງຄາຣ໌ທູມ, ວັນທີ 27 ມິຖຸນາ 2018, ກ່ຽວກັບ ການຢຸດຍິງ "ຢ່າງຖາວອນ" ທີ່ມີຜົນບັງຄັບໃຊ້ ພາຍໃນ 72 ຊົ່ວໂມງ.

ປະທານາທິບໍດີຊູດານໃຕ້ ທ່ານຊາລວາ ເກຍ ແລະຜູ້ນຳຂອງຝ່າຍກະບົດ ທ່ານຣິກ ມາ
ຊາ ໄດ້ລົງນາມກ່ຽວກັບ ຂອບຂອງຂໍ້ຕົກລົງ ຢູ່ທີ່ນະຄອນຫຼວງຄາຣ໌ທູມ ຂອງປະເທດຊູ
ດານ ໃນວັນພຸດວານນີ້ ໂດຍໄດ້ປະກາດ ໃຫ້ມີການຢຸດຍິງ ຢ່າງເປັນການຖາວອນ ຢູ່
ໃນຊູດານໃຕ້ ຊຶ່ງຈະເລີ້ມມີຜົນບັງຄັບໃຊ້ 72 ຊົ່ວໂມງ ຫຼັງຈາກທີ່ ໄດ້ມີການລົງນາມກັນ
ແລ້ວ.

ຂໍ້ຕົກລົງດັ່ງກ່າວຍັງໄດ້ສະໜອງການຈັດແຈງ ໃນດ້ານຄວາມປອດໄພຕ່າງໆຮວມທັງ
ການຄຸ້ມຄອງປ້ອງກັນບໍ່ນ້ຳມັນແຫ່ງຕ່າງໆ ໃນຊູດານໃຕ້ ແລະການພັດທະນາພື້ນຖານ
ໂຄງລ່າງຂອງປະເທດ ແຕ່ບໍ່ໄດ້ກວມເອົາບັນຫາ ທີ່ຍັງມີການໂຕ້ຖຽງກັນຢູ່ ເຊັ່ນ ການ
ຄອງອຳນາດຮ່ວມກັນ ແລະການທ້ອນໂຮມລະຫວ່າງກຳລັງຂອງຝ່າຍລັດຖະບານແລະ
ພວກຕໍ່ຕ້ານ.

ປະທານາທິບໍດີ ຊູດານໃຕ້ ທ່ານ ຊາລວາ ເກຍ, ຊ້າຍ, ເຊັ່ນເອກກະສານ ໃນຂະນະທີ່ ປະທານາທິບໍດີ ຂອງຊູດານ ທ່ານ ໂອມາຣ ອາລ-ບາເຊຍ ແນມເບິ່ງ ຢູ່ໃນນະຄອນຫຼວງ ຄາຣ໌ທູມ, ວັນທີ 27 ມິຖຸນາ 2018.
ປະທານາທິບໍດີ ຊູດານໃຕ້ ທ່ານ ຊາລວາ ເກຍ, ຊ້າຍ, ເຊັ່ນເອກກະສານ ໃນຂະນະທີ່ ປະທານາທິບໍດີ ຂອງຊູດານ ທ່ານ ໂອມາຣ ອາລ-ບາເຊຍ ແນມເບິ່ງ ຢູ່ໃນນະຄອນຫຼວງ ຄາຣ໌ທູມ, ວັນທີ 27 ມິຖຸນາ 2018.

ການຕົກລົງກັນໃນວັນພຸດວານນີ້ ປະກາດວ່າ ການຢຸດຍິງຢ່າງເປັນການຖາວອນ ໃນ
ຊູດານໃຕ້ແມ່ນອີງຕາມຂໍ້ຕົກລົງ ຍຸຕິຄວາມເປັນປໍລະປັກ ຊຶ່ງໄດ້ມີການລົງນາມກັນ ໃນ
ເດືອນທັນວາ ປີ 2017 ໂດຍຜູ້ຕາງໜ້າຂອງທ່ານເກຍ ແລະທ່ານມາຊາ ບັນດາຜູ້ແທນ
ທີ່ຖືກຄຸມຂັງ ແລະພັກການເມືອງຕ່າງໆ ໃນຊູດານໃຕ້.

ໃນການໃຫ້ຄວາມເຫັນ ຫຼັງຈາກພິທີລົງນາມແລ້ວນັ້ນ ທ່ານມາຊາກ່າວວ່າ ຂໍ້ຕົກລົງ
ສະບັບນີ້ ຄວນຈະຍຸຕິການສູ້ລົບກັນ. ທ່ານມາຊາ ຊຶ່ງເຄີຍເປັນຮອງປະທານາທິບໍດີ
ຂອງທ່ານເກຍ ກ່າວອີກວ່າ “ຂໍ້ຕົກລົງນີ້ມີຄວາມໝາຍຫຼາຍ ກ່ອນອື່ນໝົດ ສົງຄາມ
ຄວນຈະຍຸຕິລົງ ດ້ວຍການປະກາດຢຸດຍິງ. ຂ້າພະເຈົ້າເຊື່ອວ່າປະຊາຊົນໃນຊູດານ
ໃຕ້ ຈະເປັນຜູ້ທີ່ມີຄວາມຍິນດີທີ່ສຸດ ທີ່ໄດ້ມີການປະກາດກ່ຽວກັບ ການຢຸດຍິງ ແລະ
ຈະເລີ້ມມີຜົນບັງຄັບໃຊ້ ໃນສາມມື້ຂ້າງໜ້າ.”

ທ່ານມາຊາ ກ່າວວ່າ “ຂອບຂອງຂໍ້ຕົກລົງສະບັບນີ້ ຄວນຈະນຳໄປສູ່ການຕົກລົງກັນ
ຕື່ມອີກ ກ່ຽວກັບບັນຫາຕ່າງໆ ທີ່ຍັງຕົກລົງກັນບໍ່ໄດ້.”
ທ່ານເວົ້າວ່າ “ມັນເປັນການ
ເລີ້ມຕົ້ນ ຂອງຂັ້ນຕອນໃໝ່ ໃນຊີວິດປະຊາຊົນ ຂອງພວກເຮົາ. ຂ້າພະເຈົ້າເຊື່ອວ່າ
ຂໍ້ຕົກລົງນີ້ ຈະອຳນວຍໃຫ້ພວກເຮົາເຮັດວຽກຢ່າງວ່ອງໄວ ເພື່ອວ່າພວກເຮົາຈະ
ສາມາດຕົກລົງກັນໄດ້ ກ່ຽວກັບບັນຫາທີ່ສຳຄັນໆ ທີ່ໄດ້ສະເໜີ ໃຫ້ມີການແກ້ໄຂ
ກັນນັ້ນ.”

ໃນພິທີດຽວກັນນີ້ ທ່ານເກຍ ໄດ້ກ່າວຊົມເຊີຍ ປະທານາທິບໍດີຊູດານ ທ່ານໂອມາ ອາລ-
ບາເຊຍ ຊຶ່ງເປັນຜູ້ຊ່ວຍໄກ່ເກ່ຍ ໃຫ້ມີການເຈລະຈາແບບເຊິ່ງໜ້າ ທີ່ນຳໄປສູ່ການລົງນາມ
ດັ່ງກ່າວນີ້.

ທ່ານເກຍກ່າວວ່າ “ຂ້າພະເຈົ້າມາທີ່ນີ້ ເພື່ອສະແດງຄວາມຂອບອົກຂອບໃຈ ຕໍ່ພະນະ
ທ່ານປະທານາທິບໍດີ ໂອມາ ອາລ-ບາເຊຍ ທີ່ໄດ້ຊ່ວຍພວກເຮົາ ໃຫ້ມາເຖິງມື້ນີ້ ທີ່
ພວກເຮົາໄດ້ລົງນາມ ໃນຂໍ້ຕົກລົງກັນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG