ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຸ່ມກະບົດ​ຊູ​ດານໃຕ້ ກ່າວວ່າ ປະທານາທິບໍດີ ປະຕິເສດ ຕໍ່ການແບ່ງປັນອຳນາດ


South Sudan Peace Talks
please wait

No media source currently available

0:00 0:02:22 0:00

ປະທານາທິບໍດີ​ຂອງ​ຊູ​ດານໃຕ້ ທ່ານ Salva Kir ​ໄດ້​ປະຕິ​ເສດ ທີ່​ຈະ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ສັນຕິພາບ ທີ່​ມີ​ຈຸດປະສົງ ​ເພື່ອ​ຍຸຕິສົງຄາມ​ກາງ​ເມືອງ ທີ່​ຍືດ​ເຍື້ອຍາວ​ນານ​ມາ​ໄດ້ 20 ​ເດືອນ​ແລ້ວ​ນັ້ນ.

ຜູ້ໄກ່​ເກ່ຍ ​ໃນ​ການ​ເຈລະຈາ​ທີ່ນະຄອນຫຼວງ Addis Ababa ປະ​ເທດ​ອິນ​ຕິ​ໂອ​ເປຍ ກ່າວ​ວ່າ ທ່ານ Kir ​ໄດ້​ບອກ​ກັບພວກ​ເຂົາ​ເຈົ້າ​ວ່າ ທ່ານ​ຕ້ອງການ​ເວລາ 15 ມື້ ກ່ອນ​ທີ່​ທ່ານ​ຈະ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ດັ່ງກ່າວ​ນີ້ ເວລາ​ທ່ານເດີນທາງ​ກັບ​ບ້ານ​ຂອງ​ທ່ານ ​ແລະ​ປຶກສາ​ຫາລື​ກັບ​ພວກ​ພັກ​ພວກ​ເສຍ​ກ່ອນ.

ການ​ຕັດສິນໃຈຂອງ​ທ່ານ ​ແມ່ນ​ເປັນການ​ເປີດ​ເຜີຍ​ທີ່​ຫຼ້າ​ສຸດ​ຂອງ​ການ​ເຈລະຈາ​ສັນຕິ​ ລະຫວ່າງ​ລັດຖະບານຊູ​ດານໃຕ້ ​ແລະ​ພວກ​ກະບົດ​ທີ່​ໜຸນ​ຫຼັງ​ໂດຍ​ກຸ່ມ​ອາ​ຟຣິກາ​ຕາ​ເວັນ​ອອກ ຫຼື IGAD ພ້ອມທັງ​ບັນດາ​ປະ​ເທດທັງຫຼາຍ ຊຶ່ງ​ຮວມມີ ສະຫະລັດ ​ແລະ ຈີນ​ນຳ.

​VOA ​ໄດ້​ຖາມ​ວ່າການ​ສູ້​ລົບ​ກັນ​ໃນ​ຊູ​ດານໃຕ້​ນນັ້ນ ຍັງ​ຈະ​ສືບ​ຕໍ່​ໄປ​ຫຼື​ບໍ່​? ​ໂຄສົກ​ຂອງ​ກຸ່ມ​ກະບົດ Stephen Par ​ໄດ້​ຕອບ​ວ່າ ຄືຈະ​ເປັນ​ແບບ​ນັ້ນ.

ຜູ້ນຳ​ກຸ່ມ​ກະບົດ ທ່ານ Riek Machar ​ກ່າວ​ວ່າ ​ທ່ານ​ແປກ​ໃຈ ​ຕໍ່​ການ​ຕັດສິນໃຈຂອງ​ທ່ານ Kir ຄັ້ງ​ນີ້.

ສະຫຼັບ​ຂ້າພະ​ເຈົ້າ​ແລ້ວ ມັນ​ບໍ່​ມີ​ເຫດຜົນ​ຫຍັງ​ພຽງພໍ ທີ່​ທ່ານ​ຂໍ​ເວລາ​ເພີ່ມຕື່ມອີກ. ທ່ານ​ແມ່ນ​
ມີ​ຂໍ້​ຕົກລົງ​ທີ່​ດີ​ຢູ່​ແລ້ວ. ມັນ​ເປັນ​ການ​ກະຈາຍ​ແລະ​ແບ່ງປັນ​ອຳນາດ​ໃນ​ທຸກໆລະດັບ ແມ້ນ​ແຕ່​ລະດັບ​ຊາດ ພວກ​ເຂົາ​ເຈົ້າ​ມີ​ລະບົບ Lion ທີ່​ຕ້ອງ​ແບ່ງປັນ ​ໃນ​ລະດັບ​ລັດ ພວກ​ເຂົາ​ເຈົ້າກໍ​ມີ​ລະບົບ Lion ທີ່​ຕ້ອງ​ແບ່ງປັນອຳນາດ​ເຊັ່ນ​ກັນ ​ເພາະສະ​ນັ້ນ ຂ້າພະ​ເຈົ້າ​ບໍ່​ເຫັນ​ວ່າ ​ດ້ວຍສາ​ເຫດ​ອັນໃດ ທ່ານ​ຈຶ່ງ​ບໍ່​ລົງ​ນາມ ໃນ​ຂໍ້​ຕົກລົງນີ້.

XS
SM
MD
LG