ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກປະທ້ວງຊູດານໃຕ້ ເຕົ້າໂຮມກັນ ໃນນະຄອນຫຼວງວໍຊິງຕັນ ເພື່ອປະນາມສົງຄາມ


ພວກປະທ້ວງພາກັນເຕົ້າໂຮມຢູ່ຕໍ່ໜ໊າ ທຳນຽບຂາວ ທີ່ນະຄອນ ຫຼວງວໍຊິງຕັນ ກ່ຽວກັບສົງຄາມທີ່ຍັງດຳເນິນຢູ່ໃນຊູດານ.
ພວກປະທ້ວງພາກັນເຕົ້າໂຮມຢູ່ຕໍ່ໜ໊າ ທຳນຽບຂາວ ທີ່ນະຄອນ ຫຼວງວໍຊິງຕັນ ກ່ຽວກັບສົງຄາມທີ່ຍັງດຳເນິນຢູ່ໃນຊູດານ.

ພວກ​ປະ​ທ້ວງທີ່​ເປັນ​ຊາວ​ຊູ​ດານ​ຫຼາຍສິບ​ຄົນ ​ແລະບັນດາ​ນັກ​ເຄື່ອນ​ໄຫວ ຈຳນວນ​ນຶ່ງ
ເຂົ້າ​ຂ້າງ​ກັບ SPLM ​ໃນ​ການ​ຄັດ​ຄ້ານ (SPLM-IO) ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ຕໍ່ໜ້າ​ທຳນຽບ
ຂາວ​ໃນ​ວັນ​ຈັນ​ວານ​ນີ້ ​ເພື່ອ​ປະ​ທ້ວງ​ສົງ​ຄາມ​ທີ່​ກຳລັງ​ດຳ​ເນີນ​ຢູ່ໃນ​ປະ​ເທດ​ຂອງ​ເຂົາ​ເຈົ້າ.

ພວກ​ປະ​ທ້ວງ​ປະມານ 25 ຄົນ​ໄດ້​ຮ້ອງ​ອອກ​ມາ​ວ່າ “ປະຊາຊົນ​ຊູ​ດານ​ໃຕ້​ກຳລັງພາກັນ
ລົ້ມຕາຍ” ​ແລະ “ພວກ​ເຮົາ​ຕ້ອງການ​ສັນຕິພາບ​ຢູ່​ໃນ​ຊູດ​ານ​ໃຕ້.”

ກ່າວ​ເປັນ​ພາສາ​ອາຣັບ ຍານາງ​ເອລີ​ຊາ​ເບັດ ​ເຈ​ມສ໌ ຜູ້​ປະ​ທ້ວງ​ຄົນ​ນຶ່ງ ມາ​ຈາກ​ລັດ​ເທນ
ເນ​ສຊີ ກ່າວ​ວ່າ​ເວລາ​ກຳລັງ​ຈະ​ໝົດ​ລົງ​ໃນ​ການ​ປະຕິບັດຕໍ່ຊູ​ດານ​ໃຕ້.

ຍານາງ​ກ່າວ​ວ່າ “ຢ່າ​ປ່ອຍ​ໃຫ້​ພວກ​ເຮົາ​ຊອກ​ຫາ​ກສັນຕິ​ພາບ​ຢູ່​ໃນ​ກຳມື​ຂອງ​ລັດຖະບານ
​ແລະ​ພວກ​ກະບົດ. ​ເຂົາ​ເຈົ້າ​ຈະ​ໃຊ້​ເວລາ​ຂອງເຂົາ​ເຈົ້າ ​ເພາະວ່າ​ຫຍັງ ​ເພາະວ່າ​ເປັນຜົນ​
ປະ​ໂຫຍ​ດ​ເຂົາ​ເຈົ້າ.”

ພວກປະທ້ວງພາກັນເຕົ້າໂຮມຢູ່ຕໍ່ໜ໊າ ທຳນຽບຂາວ ທີ່ນະຄອນ ຫຼວງວໍຊິງຕັນ ກ່ຽວກັບສົງຄາມ ທີ່ຍັງດຳເນິນຢູ່ໃນຊູດານໃຕ້ ທີ 16 ເມສາ 2018. 16, 2018.
ພວກປະທ້ວງພາກັນເຕົ້າໂຮມຢູ່ຕໍ່ໜ໊າ ທຳນຽບຂາວ ທີ່ນະຄອນ ຫຼວງວໍຊິງຕັນ ກ່ຽວກັບສົງຄາມ ທີ່ຍັງດຳເນິນຢູ່ໃນຊູດານໃຕ້ ທີ 16 ເມສາ 2018. 16, 2018.

ຍານາງ​ເຈ​ມສ໌ ໃຊ້​ເວລາ​ຂັບ​ລົດ​ແປດ​ຊົ່ວ​ໂມງ​ເພື່ອ​ໃຫ້​ທັນ​ກັບ​ການ​ປະ​ທ້ວງ​ໃນ​ວັນ​ຈັນ​
ວານນີ້ ກ່າວ​ວ່າ​ມັນ​ເປັນ​ໜ້າ​ທີ່​ຂອງ​ນາງ​ເພື່ອ​ເປັນ​ປາກ​ສຽງ​ຄວາມ​ເປັນ​ຫ່ວງ​ຂອງ​ນາງ.

ຍານາງ​ເຈ​ມສ໌ ກ່າວ​ອີກ​ວ່າ “​ແລະ​ບ່ອນ​ໃດ​ທີ່ພວກ​ເຮົາເປັນ​ສັນຊາດ​ຊູ​ດານ? ທຸກໆ​ມື້
ພວກ​ເຮົາ​ພາກັນ​ຕາຍ ທຸກໆ​ມື້​ພວກ​ເຮົາ​ພາກັນ​ໂຫຍ​ຫີ​ວ ທຸກໆ​ມື້​ພວກ​ເຮົາ​ພາກັນ​ຢູ່
ກະ​ຈັກກະ​ຈາ​ຍ ​ທຸກໆ​ມື້​ພວກ​ເຮົາ​ພາກັນ​ໄປ​ຢູ່​ປະ​ເທດ​ຕ່າງໆ.”

ພວກປະທ້ວງພາກັນເຕົ້າໂຮມຢູ່ຕໍ່ໜ໊າ ທຳນຽບຂາວ ທີ່ນະຄອນ ຫຼວງວໍຊິງຕັນ ກ່ຽວກັບສົງຄາມ ທີ່ຍັງດຳເນິນຢູ່ໃນຊູດານໃຕ້.
ພວກປະທ້ວງພາກັນເຕົ້າໂຮມຢູ່ຕໍ່ໜ໊າ ທຳນຽບຂາວ ທີ່ນະຄອນ ຫຼວງວໍຊິງຕັນ ກ່ຽວກັບສົງຄາມ ທີ່ຍັງດຳເນິນຢູ່ໃນຊູດານໃຕ້.

ພວກ​ປະ​ທ້ວງ​ພາກັນ​ຖື​ປ້າຍ ​ແລະ​ນຸ່ງ​ເສື້ອ​ທີ່​ອ່ານ​ວ່າ “ປະທານາທິບໍດີ​ທຣໍາ ຈະ​ເຮັດ​
ໃຫ້​ຊູ​ດານ​ຍິ່ງ​ໃຫຍ່​ອີກ​ຄັ້ງ​ນຶ່ງ” ​ໃນ​ຂະນະ​ທີ່​ອີກ​ຫຼາຍປ້າຍ​ໄດ້​ແນ​ໃສ່ກຸ່ມແລກປ່ຽນການ​ຄ້າ​ອາຟຣິກັນ ພວກ​ເຈົ້າ​ໜ້າ​ທີ່​ລັດຖະບານ​ຕ່າງປະ​ເທດ​ກ່ຽວ​ກັບ​ການ​ພັດທະນາ ຫຼື
(IGAD) ກ່າວ​ວ່າ “IGAD ​ໄດ້ລົມແຫຼວ ​ແລະ​ມີ​ການ​ສໍ້​ລາດ​ບັງ​ຫຼວງ​ຫຼາ​ຍທີ່​ຈະ​ນຳ​ເອົາ
​ສັນຕິພາບ​ມາສູ່​ຊູ​ດານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG