ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ຊູດານໃຕ້ ເປີດການ ເຈລະຈາ ສັນຕິພາບ ກັບຜູ້ນຳ ກະບົດ (ສະໄລດ໌)


ປະທານາທິບໍດີ Salva Kiir ໃນລະຫວ່າງການຖະແຫຼງຂ່າວ ທີ່ນະຄອນ Juba ໃນຊູດານໃຕ້.
ປະທານາທິບໍດີ Salva Kiir ໃນລະຫວ່າງການຖະແຫຼງຂ່າວ ທີ່ນະຄອນ Juba ໃນຊູດານໃຕ້.
ປະທານາທິບໍດີຊູດານໃຕ້ ທ່ານ Salva Kiir ແລະຜູ້ນຳຂອງພວກ
ກະບົດທ່ານ Riek Machar ມີກຳນົດທີ່ຈະເປີດການເຈລະຈາສັນ
ຕິພາບໂດຍກົງ ເປັນເທື່ອທຳອິດ ໃນວັນສຸກມື້ນີ້ ນັບຕັ້ງແຕ່ການສູ້
ລົບ ແລະຄວາມຮຸນແຮງລະຫວ່າງຊົນຊາດຊົນເຜົ່າໄດ້ລະເບີດຂຶ້ນ ໃນເດືອນທັນວາທ້າຍປີກາຍນີ້.

ທ່ານ Machar ໄດ້ເດີນທາງໄປເຖິງນະຄອນຫຼວງເອທິໂອເປຍໃນ
ຕອນແລງວັນພະຫັດວານນີ້. ສ່ວນປະທານາທິບໍດີ Kiir ເດີນທາງ
ໄປຮອດໃນວັນສຸກມື້ນີ້ ເພື່ອເລີ້ມການເຈລະຈາສັນຕິພາບ ຊຶ່ງໄດ້
ຮັບການໄກ່ເກ່ຍ ໂດຍກຸ່ມປະເທດໃນເຂດອາຟຣິກາຕາເວັນອອກ
ຫຼື IGAD.

ການເຈລະຈາລະຫວ່າງຄະນະຜູ້ຕາງໜ້າຂອງພວກກະບົດແລະລັດຖະບານໄດ້ແກ່ຍາວ ມາ ເປັນເວລາຫຼາຍໆເດືອນ ໂດຍທີ່ບໍ່ມີຄວາມກ້າວໜ້າຫຍັງຫຼາຍ. ປະທານາທິບໍດີ Kiir ໄດ້ຕົກ ລົງທີ່ຈະໄປຮ່ວມການເຈລະຈາກັບອະດີດຮອງປະທານາທິບໍດີຂອງທ່ານ ຫຼັງງຈາກໄດ້ພົບປະ ກັບລັດຖະມົນຕີການຕ່າງປະເທດສະຫະລັດທ່ານ John Kerry ທີ່ຊູດານໃຕ້ໃນສັບປະດາແລ້ວ.

ບໍ່ດົນລຸນຫຼັງທີ່ທ່ານ Kerry ໄດ້ເດີນທາງໄປຢ້ຽມຢາມ ສະຫະລັດກໍໄດ້ປະກາດການລົງໂທດ ເປັນເທື່ອທຳອິດກ່ຽວກັບບັນຫາຂັດແຍ້ງຢູ່ໃນຊູດານໃຕ້. ການລົງໂທດເຫຼົ່ານີ້ແມ່ນໄດ້ແນເປົ້າ ໝາຍໃສ່ຜູ້ນຳຂອງລັດຖະບານ ແລະພວກກະບົດທີ່ ພົວພັນກັບຄວາມຮຸນແຮງ ທີ່ເຮັດໃຫ້ປະ ຊາຊົນຫຼາຍພັນຄົນ ເສຍຊີວິດ ນັບແຕ່ກາງເດືອນທັນວາເປັນຕົ້ນມາ ແລະອີກຫຼາຍກວ່ານຶ່ງ ລ້ານຄົນ ຕ້ອງໄດ້ອົບພະຍົບຫຼົບໄພ.

ຄວາມວຸ້ນວາຍດັ່ງກ່າວໄດ້ເກີດຂຶ້ນຍ້ອນການຂັດແຍ້ງໃນເລື່ອງອຳນາດລະຫວ່າງປະທານາ
ທິບໍດີ Kiir ແລະທ່ານ Machar.

ໃນລາຍງານສະບັບນຶ່ງ ທີ່ນຳອອກເຜີຍແຜ່ໃນວັນພະຫັດວານນີ້ ອົງການສະຫະປະຊາຊາດ ກ່າວວ່າ ມີພື້ນຖານ ທີ່ສົມເຫດສົມຜົນ ທີ່ເຊື່ອວ່າ ທັງສອງຝ່າຍໄດ້ລ່ວງລະເມີດ ການເຄົາລົບ ນັບຖືສິດທິມະນຸດຂອງນາໆຊາດ ແລະການກໍ່ໂທດກຳຕ້ານມະນຸດຊາດໄດ້ເກີດຂຶ້ນ.

ການປະຕິບັດງານຂອງອົງການສະຫະປະຊາຊາດໃນຊູດານໃຕ້ກ່າວວ່າ ການລະເມີດເຫລົ່າ ນີ້ ແມ່ນຮວມທັງ ການສັງຫານແບບຮວບຮັດຕັດຕອນການບັງຄັບໃຫ້ຫາຍສາບສູນ ແລະການ ຂົ່ມຂືນສຳເລົາ.
XS
SM
MD
LG