ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ ຊູ​ດານ​ໃຕ້ ສະ​ເໜີ​ການ​ປະ​ນີ​ປະ​ນອມ ທີ່​ສຳ​ຄັນ ເພື່ອ​ສັນ​ຕິ​ພາບ


ປະ​ທາ​ນາ​ທິ​ບໍ​ດີ ຊູ​ດານໃຕ້ ທ່ານ ຊາ​ລ​ວາ ເຄຍ ເຂົ້າ​ຮ່ວມ​ງານ​ສົ່ງ​ສະ​ການ ອະ​ດີ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ ເຄັນ​ຢາ ທ່ານ ແດ​ນຽ​ລ ອາ​ຣາ​ບ ມອຍ, ສະ​ໜາມ​ກິ​ລາ ເນຍ​ໂຢ, ນະ​ຄອນຫຼວງ ໄນ​ໂຣ​ບີ, ເຄັນ​ຢາ. 11 ກຸມ​ພາ, 2020.
ປະ​ທາ​ນາ​ທິ​ບໍ​ດີ ຊູ​ດານໃຕ້ ທ່ານ ຊາ​ລ​ວາ ເຄຍ ເຂົ້າ​ຮ່ວມ​ງານ​ສົ່ງ​ສະ​ການ ອະ​ດີ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ ເຄັນ​ຢາ ທ່ານ ແດ​ນຽ​ລ ອາ​ຣາ​ບ ມອຍ, ສະ​ໜາມ​ກິ​ລາ ເນຍ​ໂຢ, ນະ​ຄອນຫຼວງ ໄນ​ໂຣ​ບີ, ເຄັນ​ຢາ. 11 ກຸມ​ພາ, 2020.

ປະ​ທາ​ນາ​ທິ​ບໍ​ດີ ຊູ​ດານ​ໃຕ້ ທ່ານ ຊາ​ລວາ ເຄຍ ໄດ້ຫຼຸດ​ 32 ລັດທີ່​ທ່າ​ນ​ໄດ້​ສ້າງ​ຂຶ້ນ​ດ້ວຍ​ທ່ານ​ພຽງ​ຄົນ​ດຽວ​ໃນ​ເດືອນ​ມັງ​ກອນ​ ປີ 2017. ໃນ​ການ​ເຄື່ອນ​ໄຫ​ວ​ທີ່​ໜ້າ​ປະຫຼາດ​ໃຈ​ໃນ​ວັນ​ເສົາ​ວານນີ້, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ພົບ​ປະ​ກັບ​ຄະ​ນະ​ລັດ​ຖະ​ມົນ​ຕີ, ທີ່​ປຶກ​ສາ​ຂອງ​ທ່ານ, ບັນ​ດາ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂອງ​ພັກ ແລະ ສະ​ມາ​ຊິກ​ການ​ຮັກ​ສາ​ຄວາມ​ປອດ​ໄພ ເພື່ອ​ປະ​ກາດ​ວ່າ​ທ່ານຈະ​ປົດ 32 ລັດ​ທີ່​ໄດ້​ເປັນ​ສິ່ງ​ກີດ​ຂວາງ ເພື່ອ​ແກ້​ໄຂ​ບັນ​ຫາ​ຄວາມ​ຂັດ​ແຍ້ງ​ຫ້າ​ປີ​ຂອງ​ປະ​ເທດ​ນັ້ນ.

ທ່ານ ເຄຍ ໄດ້​ກ່າວ​ວ່າ ປະ​ເທດ​ຈະ​ຖືກ​ແບ່ງ​ອອກ​ເປັນ 11 ລັດ, ບວກ​ກັບ​ເຂດ​ບໍ​ລິ​ຫານ​ສາມ​ເຂດຄື, ພີ​ບໍ, ຣູ​ເວັງ ແລະ ອາ​ບີ​ເຢ.

ທ່ານ​ໄດ້​ກ່າວ​ວ່າ “ການ​ຕັດ​ສິນ​ໃຈ​ດັ່ງ​ກ່າວ ​ໄດ້​ຖືກ​ບັນ​ລຸ​ໂດຍປະ​ທາ​ນາ​ທິ​ບໍ​ດີ ຫຼັງ​ຈາກ​ໄດ້​ພິ​ຈາ​ລະ​ນາຫຼາຍ​ຕົວ​ເລືອກ ແລະ ພວກ​ເຮົາ​ຄິດ​ວ່າ ການປະ​ນີ​ປະ​ນອມ​ນີ້​ຈະ​ຮັກ​ສາ​ຄວາມ​ເປັນ​ນຶ່ງ​ດຽວກັນຂອງ​ປະ​ເທດ ແລະ ຍ້າຍ​ປະ​ຊາ​ຊົນ​ແຫ່ງ ຊູ​ດານ​ໃຕ້ ອອກ​ຈາກ​ຄວາມ​ຂັດ​ແຍ້ງ​ທີ່​ບໍ່​ມີ​ຄວາມ​ໝາຍ​ຫຍັງ​ນີ້ ເຊິ່ງ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ຊູ​ດານ​ໃຕ້.”

ທ່ານ ເຄຍ ແລະ ຜູ້​ນຳ​ກຸ່ມ​ກະ​ບົດ ທ່ານ ຣຽກ ມາ​ຈາ ບໍ່​ເຫັນ​ພ້ອມ​ກັນ ກ່ຽວ​ກັບ ຈຳ​ນວນ​ຂອງ​ລັດ​ໃນ​ປະ​ເທດ ຊູ​ດານ​ໃຕ້, ເລື່ອນ​ເວ​ລາ​ການ​ສ້າງ​ຕັ້ງ​ລັດ​ຖະ​ບານສາ​ມັກ​ຄີ​ຊາດ. ຄູ່​ແຂ່ງ​ທັງ​ສອງ​ນັ້ນ​ໄດ້​ຕົກ​ຢູ່​ພາຍ​ໃຕ້​ຄວາມ​ກົດ​ດັນ​ຍິ່ງ​ຂຶ້ນ​ຈາກ​ປະ​ຊາ​ຄົມ​ໂລກ ເພື່ອ​ໃຫ້​ຕັ້ງ​ລັດ​ຖະ​ບານ​ສາ​ມັກ​ຄີພາຍ​ໃນ​ວັນ​ທີ 22 ກຸມ​ພານີ້.

ທ່ານ ເຄຍ ໄດ້​ຂໍ​ຮ້ອງ​ຕໍ່​ປະ​ຊາ​ຄົມ​ໂລກ ​ໃຫ້​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ​ຂອງ​ທ່ານ ເພື່ອ​ນຳ​ເອົາ​ສັນ​ຕິ​ພາບ​ມາ​ສູ່ ຊູ​ດານ​ໃຕ້. ທ່ານ ເຄຍ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຂໍ​ຮ້ອງ​ປະ​ຊາ​ຄົມ​ສາ​ກົນ​ ໂດຍ​ສະ​ພາ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, IGAD, ສະ​ຫະ​ພາບ ອາ​ຟ​ຣິ​ກາ, ສະ​ຫະ​ພາບ​ຢູ​ໂຣບ ແລະ ອົງ​ການ Troika “ເຊິ່ງ​ປະ​ກອບ​ມີ​ປະ​ເທດ ນໍ​ເວ, ອັງ​ກິດ ແລະ ສະ​ຫະ​ລັດ” ໃຫ້​ຮັບ​ຮູ້​ການ​ປະ​ນີ​ປະ​ນອມ​ຄັ້ງ​ສຳ​ຄັນ​ທີ່​ພວກ​ເຮົາ​ຫາ​ກໍ​ໄດ້​ເຮັດ​ໃນ​ມື້ນີ້. ຂ້າ​ພະ​ເຈົ້າ​ຈະ​ຂໍ​ຮ້ອງ​ຕໍ່​ເຂົາ​ເຈົ້າ​ເພື່ອ​ສະ​ໜັບ​ສະ​ໜູນ​ການ​ປ​ະ​ຕິ​ບັດ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບຢ່າງ​ມີ​ສິນ​ທຳ ແລະ ຢ່າງ​ຍິ່ງ.

ໃນ​ການ​ກ່າວ​ທີ່ກອງ​ປະ​ຊຸມ​ໃນ​ນະ​ຄອນຫຼວງ ຈູ​ບາ ເມື່ອ​ວັນ​ສຸກ​ທີ່​ຜ່ານ​ມາ​ນັ້ນ, ທ່ານ ເຄຍ ໄດ້​ກ່າວ​ຫາ​ທູດ​ພິ​ເສດ ຜູ້​ທີ່​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ເມື່ອ​ອາ​ທິດ​ທີ່​ຜ່ານ​ມາ​ໃນ​ນະ​ຄອນຫຼວງ ອາ​ດິ​ສ ອາ​ບາ​ບາ ປະ​ເທດ ເອ​ທິ​ໂອ​ເປຍ ກ່ຽວ​ກັບ ການ​ປ່ຽນ​ຄຳ​ເວົ້າ​ຂອງ​ທ່ານ ແລະ ພະ​ຍາ​ຍາມ​ທີ່​ຈະ​ແກ່​ຍາວ​ຄວາມ​ຂັດ​ແຍ້ງ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ເຂົາ​ເຈົ້າ​ເອງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG