ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປະທານາທິບໍດີ ຊູດານໃຕ້ ສັບປ່ຽນ ຄະນະລັດຖະບານໃໝ່


ປະທານາທິບໍດີຊູ​ດານ​ໃຕ້ ທ່ານ Salva Kiir (ຊ້າຍມື) ກໍ​າລັງ​ສັບ​ປ່ຽນ​ລັດຖະບານໃໝ່
ປະທານາທິບໍດີຊູ​ດານ​ໃຕ້ ທ່ານ Salva Kiir (ຊ້າຍມື) ກໍ​າລັງ​ສັບ​ປ່ຽນ​ລັດຖະບານໃໝ່
ປະທານາທິບໍດີຊູ​ດານ​ໃຕ້ ທ່ານ Salva Kiir ກໍ​າລັງ​ສັບ​ປ່ຽນ​ລັດ
ຖະບານ ​ໂດຍປົດ​ຮອງ​ປະທານາທິບໍດີ ພ້ອມ​ທັງຄະນະ​ລັດຖະ
ບານຂອງ​ທ່ານ​ທັງ​ໝົດ ​ແລະສັ່ງ​ໃຫ້ຫົວໜ້າ​ພັກ​ລັດຖະບານ ພັກ​
ການ​ຊົ່ວຄາວ.

ການ​ເຄື່ອນ​ໄຫວ ທີ່ໄດ້​ປະກາດຢູ່​ໃນ​ດຳລັດ​ສະບັບ​ນຶ່ງ ​ໃນ​ວັນ​ອັງ
ຄານ​ວານ​ນີ້ ມີ​ຂຶ້ນທ່າມກາງທີ່​ມີລາຍ​ງານ ກ່ຽວ​ກັບ​ຄວາມ​ບໍ່ພໍ​ໃຈ
​ໃນບັນດາ​ຜູ້​ນໍາຂອງຊູ​ດານໃຕ້. ຮອງ​ປະທານ​າທິບໍດີ ​ທີ່ປົດ​ອອກ​
ຈາກ​ຕຳ​ແໜ່​ງ ທ່ານ Reik Macher ​ໄດ້​ສະ​ແດງ​ຄວາມ​ສົນ​ໃຈ ​
ທີ່​ຈະ​ສະໝັກ​ແຂ່ງຂັນ​ເປັນປະທານາທິບໍດີ ​ໃນ​ປີ 2015​.

ທ່ານ Banama Marial Benjamin ທີ່​ຖືກ​ປົດ​ອອກຈາກ​ຕຳ​
ແໜ່ງລັດຖະມົນຕີ​ຖະ​ແຫລ​ງຂ່າວນັ້ນ ກ່າວ​ຕໍ່ວີ​ໂອ​ເອວ່າ ການ​ຕັດ
ສິນ​ໃຈ​ຂອງປະທານາທິບໍດີບໍ່ເປັນ​ທີ່​ແປກ​ຫຍັງ​ເລີຍສຳລັບຊາວ​
ຊູ​ດານ​ໃຕ້​ຫລາຍໆ​ຄົນ. ທ່ານ​ກ່າວ​ຕື່ມວ່າ :

“ຂ້າພະ​ເຈົ້າຄິດວ່າ ໝົດ​ທັງປະ​ເທດຄາດ​ວ່າ ຈະ​ມີ​ການ​ສັບ​ປ່ຽນ
ລັດຖະບານ​ເກີດ ຂຶ້ນ. ຂ້າພະ​ເຈົ້າຄິດວ່າ ມັນ​ບໍ່​ແມ່ນ​ເລື່ອງ​ແປກ​ຫຍັງ​ເລີຍ. ​ໄດ້​ມີ​ການ​ສົນ
ທະນາໂອ້​ລົມກັນຢູ່ທົ່ວ​ໄປ ໃນ​ໜັງສື​ພິມຢູ່​ທີ່​ນີ້​ຢ່າງ​ເປີດ​ເຜີຍວ່າ ຈະ​ມີ​ການ​ສັບ​ປ່ຽນ​ເກີດ​ຂື້ນ
​ແຕ່ການ​ສັບ​ປ່ຽນ​ຈະ​ຢູ່​ໃນ​ສະພາບ​ໃດນັ້ນ ​ສຸດແລ້ວ​ແຕ່​ໃຜ​ຈະ​ຄິດ​ເອົາ​ເອງ.”

ທ່ານ Benjamin ບໍ່ໄດ້​ໃຫ້​ຄວາມ​ສຳຄັນ​ຕໍ່ຄວາມ​ກັງວົນ​ທີ່ວ່າ ການ​ປ່ຽນ​ແປງ​ລັດຖະບານ
ໃນ​ຄັ້ງນີ້ ຈະ​ພາ​ໃຫ້​ເກີດ​ຄວາມ​ບໍ່​ທຸ່ນ​ທ່ຽງ​ຫຼາຍຂຶ້ນ ຢູ່​ພາຍໃນ​ປະ​ເທດ.

ທ່ານ Kiir ຍັງ​ບໍ່​ໄດ້​ປະກາດ​ໃຫ້​ຊາບ​ເທື່ອ​ວ່າ ​ມີ​ໃຜ​ແດ່ ​ຈະ​ປະກອບ​ເປັນຄະນະ ລັດຖະ
ບານ​ຊຸດ​ໃໝ່ຂອງ​ທ່ານ ​ແຕ່​ທ່ານ Benjamin ກ່າວ​ວ່າ ທ່ານ​ຄາດ​ວ່າຈະ ຢູ່ໃນ​ຖັນ​ແຖວ​
ຂອງ​ພວກ​ທີ່​ຖືກປົດອອກ​ໄປນັ້ນ ​ປະສົມປະສານ​ກັບ​ພວກ​ທີ່​ເຂົ້າມາ​ຮ່ວມ​ໃນ​ຄະນະ​ລັດ
ຖະບານ​ຈຸ​ໃໝ່.
XS
SM
MD
LG