ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊູດານໃຕ້ ປ່ອຍນັກໂທດ ການເມືອງ ທີ່ຖືກຄຸມຂັງ 4 ຄົນ (ວີດີໂອ)


ອະດີດ ເລຂາທິການຂອງຂະບວນການປົດປ່ອຍ ປະຊາຊົນຊູດານ ທ່ານ Pagan Amum ກ່າວຕໍ່ພວກນັກຂ່າວ ຫລັງຈາກຜູ້ພິພາກສາຊູດານໃຕ້ ປ່ອຍທ່ານ ແລະອີກ 3 ຄົນທີ່ຖືກຄຸມ ຂັງ ມາໄດ້ 4 ເດືອນກວ່າໆ ຍ້ອນຖືກກ່າວຫາວ່າ ພະຍາຍາມກໍ່ລັດຖະປະຫານ.
ອະດີດ ເລຂາທິການຂອງຂະບວນການປົດປ່ອຍ ປະຊາຊົນຊູດານ ທ່ານ Pagan Amum ກ່າວຕໍ່ພວກນັກຂ່າວ ຫລັງຈາກຜູ້ພິພາກສາຊູດານໃຕ້ ປ່ອຍທ່ານ ແລະອີກ 3 ຄົນທີ່ຖືກຄຸມ ຂັງ ມາໄດ້ 4 ເດືອນກວ່າໆ ຍ້ອນຖືກກ່າວຫາວ່າ ພະຍາຍາມກໍ່ລັດຖະປະຫານ.
ລັດຖະບານຊູດານໃຕ້ກ່າວວ່າ ຕົນໄດ້ປ່ອຍນັກໂທດການເມືອງ
4 ຄົນທີ່ຖືກກ່າວຫາວ່າວາງແຜນກໍ່ລັດຖະປະຫານໃນຄວາມພະ
ຍາຍາມ ເພື່ອຈະຟື້ນຟູ ການເຈລະຈາສັນຕິພາບ ກັບພວກຝ່າຍ
ຄ້ານ.

ນັກໂທດທັງ 4 ແມ່ນຮວມທັງທ່ານ Pagan Amum ເລຂາທິການ
ໃຫຍ່ຂອງຂະບວນການປົດປ່ອຍປະຊາຊົນຊູດານຊຶ່ງເປັນພັກລັດ
ຖະບານ ທີ່ປົກຄອງປະເທດຢູ່ໃນເວລານີ້.

ການຄຸມຂັງພວກນັກໂທດທັງ 4 ແມ່ນເປັນອຸບປະສັກອັນສຳຄັນ ໃນການເຈລະຈາ ລະຫວ່າງລັດຖະບານຂອງປະທານາທິບໍດີ Salva Kiir ແລະພວກກະບົດ ທີ່ຈົງຮັກພັກດີ ຕໍ່ອະດີດ ຮອງປະທານາທິບໍດີ Riek Machar.

ໃນການໃຫ້ສຳພາດແກ່ວີໂອເອ ພະແນກພາສາອັງກິດໄປຍັງອາຟຣິການັ້ນ ໂຄສົກຂອງປະ ທານາທິບໍດີ ທ່ານ Ateny Wek Ateny ກ່າວວ່າ ພວກກະບົດບໍ່ສາມາດ ທີ່ຈະໃຊ້ການຄຸມ ຂັງຂອງພວກທີ່ຖືກກ່າວຫາວ່າ ພະຍາຍາມກໍ່ລັດຖະປະຫານ ເປັນຂໍ້ອ້າງ ເພື່ອຖ່ວງເວລາ ໃນການເຈລະຈາ ໄດ້ອີກຕໍ່ໄປ.

ທ່ານເວົ້າວ່າ “ເລື່ອງນີ້ ທີ່ຈິງແລ້ວແມ່ນມີຄວາມສຳຄັນ ຍ້ອນວ່າບັນຫາຂອງຜູ້ຕ້ອງສົງໄສທີ່ ສຳຄັນທັງ 4 ໃນການພະຍາຍາມກໍ່ລັດຖະປະຫານນັ້ນຈະບໍ່ສາມາດໃຊ້ໂດຍຝ່າຍໃດຝ່າຍ
ນຶ່ງເປັນແຜນເພື່ອບໍ່ເຂົ້າຮ່ວມ ການເຈລະຈາ ດ້ວຍຄວາມສຸດຈະລິດໃຈ ດັ່ງນັ້ນມັນຈະບໍ່ສາ ມາດ ເປັນເງື່ອນໄຂ ໃນການເຈລະຈາໄດ້ອີກ.”

ລັດຖະບານໄດ້ຈັບພວກຜູ້ນຳການເມືອງທັງ 4 ບໍ່ດົນຫລັງຈາກປະທານາທິບໍດີ Kiir ໄດ້ກ່າວ ຫາໃນເດືອນທັນວາ ທ້າຍປີກາຍນີ້ວ່າ ທ່ານ Machar ພະຍາຍາມ ກໍ່ການລັດຖະປະຫານ.

ການກ່າວຫາທີ່ວ່ານີ້ ໄດ້ພາໃຫ້ເກີດການສູ້ລົບກັນ ເປັນເວລາຫຼາຍໆເດືອນ ລະຫວ່າງກອງ ກຳລັງທີ່ຈົງຮັກພັກດີ ຕໍ່ທ່ານ Kiir ແລະກຳລັງທີ່ຈົງຮັກພັກດີ ຕໍ່ທ່ານ Machar.
SOUTH SUDAN VOSOTVO
please wait
Embed

No media source currently available

0:00 0:00:49 0:00
XS
SM
MD
LG