ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການເຈລະຈາ ສັນຕິພາບ ຊູດານໃຕ້ ເລີ້ມຂຶ້ນ ຢູ່ເອທິໂອເປຍ (ສະໄລດ໌/ວີດີໂອ)


ສະມາຊິກ ຄະນະຜູ້ແທນ ຂອງກຸ່ມກະບົດຊູດານໃຕ້ ທີ່ໄປຮ່ວມພິທີເປີດ ການເຈລະຈາສັນຕິພາບ ຢູ່ນະຄອນຫຼວງ Addis Ababa ຂອງເອທິໂອເປຍ (4 ມັງກອນ 2014)
ສະມາຊິກ ຄະນະຜູ້ແທນ ຂອງກຸ່ມກະບົດຊູດານໃຕ້ ທີ່ໄປຮ່ວມພິທີເປີດ ການເຈລະຈາສັນຕິພາບ ຢູ່ນະຄອນຫຼວງ Addis Ababa ຂອງເອທິໂອເປຍ (4 ມັງກອນ 2014)
ພັກຝ່າຍທີ່ເຮັດສົງຄາມໃນຊູດານໃຕ້ ໄດ້ເປີດການເຈລະຈາສັນ
ຕິພາບ ຢູ່ເອທິໂອເປຍ ຂະນະທີ່ຄວາມຮຸນແຮງ ຍັງດຳເນີນຕໍ່ມາ ຢູ່ໃນຢ່າງໜ້ອຍສອງເຂດ ຂອງຊູດານໃຕ້.

ທັງສອງຝ່າຍໄດ້ເລີ້ມການເຈລະຈາກັນແບບເຊິ່ງໜ້າທີ່ນະຄອນ
ຫລວງ Addid Ababa ໃນວັນອາທິດມື້ນີ້ ລຸນຫຼັງທີ່ໄດ້ມີການຊັກ
ຊ້າເປັນເວລາຫຼາຍໆມື້.

ພວກຜູ້ຕາງໜ້າ ຂອງປະທານາທິບໍດີ Salva Kiir ແລະອະດີດ
ຮອງປະທານາທິບໍດີ Riek Machar ໄດ້ເຂົ້າຮ່ວມ ໃນພິທີເປີດ ການເຈລະຈາຢ່າງເປັນທາງການ ໃນວັນເສົາວານນີ້.



ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ກ່າວໃນວັນອາທິດມື້ນີ້ວ່າ ກຸງ
ວໍຊິງຕັນຈະໃຫ້ການສະໜັບສະໜຸນ ຕໍ່ພວກທີ່ຊອກສະແຫວງຫາສັນຕິພາບ ແຕ່ຈະດຳເນີນ ງານຮ່ວມກັບນາໆຊາດ ເພື່ອກົດດັນຕໍ່ພວກທີ່ໃຊ້ກຳລັງ ໃນການຊ່ວງຊິງເອົາຄວາມໄດ້ປຽບ. ທ່ານ Kerry ກ່າວຕໍ່ພວກນັກຂ່າວ ທີ່ນະຄອນເຈຣູຊາແລັມວ່າ ການເຈລະຈາຕ້ອງຈິງຈັງ ບໍ່ ແມ່ນເປັນພຽງເລ່ກົນ.

ຄວາມວຸ້ນວາຍ ຢູ່ຊູດານໃຕ້ ເລີ້ມຂຶ້ນໃນກາງເດືອນທັນວາ ເວລາພວກທະຫານ ທີ່ກໍ່ກະບົດ ໂຈມຕີກອງບັນຊາການ ທະຫານທະຫານບົກ. ປະທານາທິບໍດີ Kiir ໄດ້ກ່າວຫາທ່ານ Ma-
char ວ່າ ພະຍາຍາມກໍ່ການລັດຖະປະຫານຂຶ້ນ.

South Sudan
please wait
Embed

No media source currently available

0:00 0:01:09 0:00
XS
SM
MD
LG