ພວກກະບົດທີ່ພວມສູ້ລົບເພື່ອທຳການໂຄ່ນລົ້ມລັດຖະບານ ໄດ້ ເປີດການເຈລະຈາສັນຕິພາບແລ້ວ ທີ່ເອທິໂອເປຍ.
ພວກໄກ່ເກ່ຍໃນພູມີພາກຫວັງວ່າ ຈະໃຫ້ບັນລຸການຢຸດຍິງ ໃນ
ບັນຫາຂັດແຍ້ງທີ່ດຳເນີນມາເປັນເວລາ 3 ອາທິດຊຶ່ງໄດ້ແກ່ດຶງ ເອົາປະເທດທີ່ເກີດໃໝ່ທີ່ສຸດໃນໂລກໃຫ້ກ້າວເຂົ້າໄປສູ່ສົງຄາມ
ກາງເມືອງ.
ກະຊວງການຕ່າງປະເທດເອທິໂອເປຍກ່າວວ່າ ການເຈລະຈາ
ໄດ້ເລີ້ມຂຶ້ນໃນວັນສຸກມື້ນີ້ ແລະເວົ້າຕື່ມວ່າ ອົງການພັດທະນາ
ຂອງລັດຖະບານ ໃນເຂດອາຟຣິກາຕາເວັນອອກ ຫຼື IGAD ແມ່ນມີຄວາມໝາຍໝັ້ນ ທີ່ຈະ
ໃຫ້ການຊ່ອຍເຫລືອໃນທຸກວິທີທາງເທົ່າທີ່ເປັນໄປໄດ້.
ການສູ້ລົບກັນ ລະຫວ່າງກອງກຳລັງ ຂອງປະທານາທິບໍດີ Salva Kiir ແລະອະດີດຮອງປະ
ທານາທິບໍດີ Riek Machar ເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວຫຼາຍ ກວ່າ 1,000 ຄົນ.
ທັງສອງຝ່າຍຍັງສືບຕໍ່ສູ້ລົບກັນຂະນະທີ່ການເຈລະຈາເລີ້ມຂຶ້ນ. ມີລາຍງານວ່າ ທະຫານລັດ
ຖະບານພວມເຄື່ອນກຳລັງບຸກເຂົ້າໂຈມຕີເມືອງ Bor ຊຶ່ງເປັນເມືອງເອກຂອງແຂວງ Jonglei ທີ່ຄວບຄຸມໂດຍພວກກະບົດ ເກືອບ 200 ກິໂລແມັດຫ່າງຈາກນະຄອນຫຼວງ Juba ໄປທາງ
ທິດເໜືອ. ແຕ່ແນວໃດກໍຕາມ ຜູ້ບັນຊາການຂອງພວກກະບົດເຕືອນວ່າ ເຂົາເຈົ້າພ້ອມແລ້ວ ທີ່ຈະບຸກໂຈມຕີຈາກເມືອງ Bor ໄປຍັງນະຄອນຫຼວງ Juba.
ຂະນະດຽວກັນ ສະຖານທູດສະຫະລັດທີ່ນະຄອນ Juba ໄດ້ສັ່ງໃຫ້ຍົກຍ້າຍພະນັກງານເພີ້ມ
ຕື່ມ ຍ້ອນສະຖານະການດ້ານຄວາມໝັ້ນຄົງ ທີ່ພວມຊຸດໂຊມລົງ ໃນຊູດານໃຕ້.