ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຜູ້ນໍາ ກຸ່ມກະບົດ ຊູດານໃຕ້ ປ່ຽນໃຈ ຈະຍອມ ເຊັນສັນຍາ ສັນຕິພາບ ກັບຄະນະ ລັດຖະບານ ໃນມື້ອື່ນນີ້


ທ່ານຊາລ໌ວາ ເກຍຣ໌ (Salva Kiir), ປະທານາທິບໍດີຊູດານໃຕ້ ກັບ ທ່ານ ອາລ-ບາຣ໌ເຊຍ, ປະທານາທິບໍດີຊູດານ ແລະທ່ານ ຣິກ ມາຊາ (Riek Machar) ຜູ້ນໍາກຸ່ມກະບົດ ຊາວຊູດານໃຕ້ ໂອລົມກັນພາຍຫລັງ ການເຈລະຈາສັນຕິພາບຢູ່ໃນນະຄອນຫລວງຄາຣ໌ທູມຂອງຊູດານ ໃນວັນທີ 27 ມິຖຸນາ 2018.
ທ່ານຊາລ໌ວາ ເກຍຣ໌ (Salva Kiir), ປະທານາທິບໍດີຊູດານໃຕ້ ກັບ ທ່ານ ອາລ-ບາຣ໌ເຊຍ, ປະທານາທິບໍດີຊູດານ ແລະທ່ານ ຣິກ ມາຊາ (Riek Machar) ຜູ້ນໍາກຸ່ມກະບົດ ຊາວຊູດານໃຕ້ ໂອລົມກັນພາຍຫລັງ ການເຈລະຈາສັນຕິພາບຢູ່ໃນນະຄອນຫລວງຄາຣ໌ທູມຂອງຊູດານ ໃນວັນທີ 27 ມິຖຸນາ 2018.

ນັກເຈລະຈາຊາວຊູດານທ່ານນຶ່ງກ່າວວ່າ ທ່ານ ຣິກ ມາຊາ (Riek Machar) ຜູ້ນໍາ
ກຸ່ມກະບົດຊາວຊູດານໃຕ້ ໄດ້ຕັດສິນໃຈເຊັນຮ່າງຂໍ້ຕົກທີ່ຈະທໍາໃຫ້ມີສັນຕິພາບຄືນ
ອີກເພື່ອຍຸຕິສົງຄາມກາງເມືອງທີ່ທໍາລາຍປະເທດມາໄດ້ 5 ປີແລ້ວນັ້ນ.

ທ່ານ ມາຊາ ໄດ້ເຊັນ ຮ່າງຂໍ້ຕົກລົງຂັ້ນຕົ້ນໃນການຄອງອຳນາດຮ່ວມໃນຕົ້ນເດືອນນີ້ ຢູ່ໃນນະຄອນຫລວງຄາຣ໌ທູມຂອງຊູດານ ກັບປະທານາທິບໍດີຊູດານໃຕ້ ທ່ານ
ຊາລ໌ວາ ເກຍຣ໌ (Salva Kiir). ທ່ານເກຍຣ໌ ໄດ້ເຊັນຮ່າງຂໍ້ຕົກລົງທີ່ມີການດັດແກ້
ໃນວັນອັງຄານວານນີ້ ຢູ່ນະຄອນຫລວງຄາຣ໌ທູມ ແຕ່ວ່າ ທ່ານ ມາຊາ ບໍ່ຍອມເຊັນ
ຍ້ອນມີຂໍ້ຂ້ອງໃຈກ່ຽວກັບຈໍານວນລັດຕ່າງໆ ແລະຂອບເຂດສິດອໍານາດຂອງພວກ
ເຂົາເຈົ້າ. ລັດຖະບານທ່ານເກຍຣ໌ ໄດ້ດັດແກ້ຈໍານວນຂອງລັດ ທີ່ມີໃນເບື້ອງຕົ້ນ
ໃນປີ 2015 ຈາກຈໍານວນ 10 ລັດ ມາເປັນ 32 ລັດ.

ແຕ່ວ່າບໍ່ພໍເທົ່າໃດຊົ່ວໂມງຫລັງຈາກນັ້ນ ທ່ານ ອາລ-ດາຍເດີຣີ ອາເມດ (Al-Dierdiry
Ahmed) ກ່າວຕໍ່ພວກນັກຂ່າວວ່າ ທ່ານມາຊາໄດ້ປ່ຽນໃຈ ແລະຈະເຊັນສັນຍາດັ່ງກ່າວ
ໃນວັນພະຫັດມື້ອື່ນນີ້ ພາຍຫລັງມີການສົນທະນາຫາລືກັນ "ຢ່າງຂຸ້ນຂ້ຽວ" ກັບພວກ
ນັກເຈລະຈາຂອງຊູດານ.

ປະທານາທິບໍດີ ເກຍຣ໌ ແລະທ່ານມາຊາ ຊຶ່ງເປັນອະດີດຜູ້ຮອງຂອງທ່ານ ໄດ້ເຊັນສັນຍາ
ສັນຕິພາບນໍາກັນຫລາຍສະບັບ ນັບແຕ່ມີການຕໍ່ສູ້ກັນເກີດຂຶ້ນໃນທ້າຍປີ 2013 ຍ້ອນ
ການຍາດອໍານາດກັນລະຫວ່າງສອງທ່ານ ພາຍໃນເວລາສອງປີ ຫລັງຈາກຊູດານໃຕ້ໄດ້
ຮັບເອກະລາດຈາກປະເທດຊູດານ ທີ່ເປັນປະເທດເພື່ອນບ້ານນັ້ນ. ສັນຍາສັນຕິພາບ
ແຕ່ລະສະບັບ ແມ່ນຫລົ້ມແຫລວ ແລະການຕໍ່ສູ້ກັນໄດ້ເຮັດໃຫ້ຫລາຍສິບພັນຄົນໃນຊູ
ດານໃຕ້ເສຍຊີວິດ ແລະ ໄດ້ເຮັດໃຫ້ປະຊາຊົນຫລາຍລ້ານຄົນ ຕ້ອງໄດ້ອົບພະຍົບຫລົບ
ໜີໄປ.

ສັນຍາສະບັບໃໝ່ ຈະເຫັນທ່ານມາຊາກັບຄືນມາຈາກການໄປລີ້ໄພຢູ່ໃນປະເທດອາ
ຟຣິກາໃຕ້ ໃນນາມທີ່ເປັນຮອງປະທານາທິບໍດີຄົນທໍາອິດຂອງຈຳນວນທັງໝົດ 5 ຄົນ ຢູ່
ໃນຄະນະລັດຖະບານສາມັກຄີຊາດໄລຍະຂ້າມຜ່ານຂອງປະເທດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG