ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຜູ້​ນຳ ​ກະ​ບົດ ​ຊູ​ດານ​ໃຕ້ ກັບໄປ ​ນະ​ຄອນ​ຈູ​ບາ ເພື່ອ​ສະ​ຫຼອງ ​ຂໍ້​ຕົກ​ລົງ ​ສັນ​ຕິ​ພາບ


ປະ​ທາ​ນາ​ທິ​ບໍ​ດີ ຊາ​ລ​ວາ ເກ​ຍ ໂບກ​ມຶ​ຕໍ່​ພວກ​ນັກ​ຮຽນ ທີ່​ສະ​ໜາມ​ບິນ​ສາ​ກົນ​ຈູ​ບາ ວັນ​ທີ 13 ກັນ​ຍາ 2018.
ປະ​ທາ​ນາ​ທິ​ບໍ​ດີ ຊາ​ລ​ວາ ເກ​ຍ ໂບກ​ມຶ​ຕໍ່​ພວກ​ນັກ​ຮຽນ ທີ່​ສະ​ໜາມ​ບິນ​ສາ​ກົນ​ຈູ​ບາ ວັນ​ທີ 13 ກັນ​ຍາ 2018.

ຜູ້​ນຳກະ​ບົດຊູ​ດານ​ໃຕ້ ທ່ານຣິກ ມາ​ຊາ​ຣ ໄດ້​ກັບ​ຄືນໄປ​ນະ​ຄອນ​ຫຼວງ​ຂອງ​ຊູດ​ານ​ໃຕ້
​ທີ່​ເກີດ​ສົງ​ຄາມ​ ເປັນ​ເທື່ອ​ທຳ​ອິດ​ ໃນຮອບ​ສອງ​ປີ.

ທ່ານ​ມາ​ຊາ​ຣ ໄດ້​ເດີນ​ທາງ​ໄປ​ເຖິງ​ ໃນຕ​ອນ​ເຊົ້າ​ວັນ​ພຸດ​ມື້​ນີ້ ຢູ່​ສະ​ໝາມ​ບິນ​ນະ​ຄອນ
ຈູ​ບາ ຈາກ​ອາ​ຟ​ຣິ​ກາ​ໃຕ້ ເພື່ອ​ເຂົ້າ​ຮ່ວມ​ພິ​ທີ​ຕ້ອນ​ຮັບ ໂດ​ຍ​ຄູ່​ແຂ່ງ​ມາ​ເປັນ ເວ​ລາ​ດົນ
ນານ​ຂອງ​ທ່ານ ​ຄືປະ​ທາ​ນາ​ທິ​ບໍ​ດີ ຊາ​ລ​ວາ ເກ​ຍ. ທັງ​ສອງ​ທ່ານ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​
ລົງ​ຟື້ນ​ຟູ​ສັນ​ຕິ​ພາບ ທີ່​ເຊັນ​ກັນໃນ​ເດືອນ​ກັນ​ຍາ ​ແນ​ໃສ່່​ເພື່ອ​ຍຸ​ຕິ​ສົງ​ຄາມ​ກາງ​ເມືອງ
​ທີ່​ດຳ​ເນີນ​ມາເກືອບ​ຫ້າ​ປີ​ໃນ​ຊູ​ດານ​ໃຕ້.

ທ່ານ​ມາ​ຊາ​ຣ ໄດ້​ຮັບ​ໃຊ້​ເປັນ​ຮອງ​ປະ​ທາ​ນາ​ທິ​ບໍ​ດີເກຍ ຫຼັງ​ຈາກ​ຊູ​ດານ​ໃຕ້​ໄດ້​ຮັບ
​ເອກ​ກະ​ລາດ​ຈາກ​ຊູ​ດານ ໃນ​ປີ 2011 ແຕ່​ວ່າ​ການ​ຍາດ​ແຍ່ງ​ອຳ​ນາດ​ລະ​ຫວ່າງທັງ
ສອງ​ທ່ານ ໄດ້​ເຮັດ​ໃຫ້​ເກີດ​ການ​ສູ້​ລົບ​ກັນ ​ລະ​ຫວ່າງ​ກຳ​ລັງ​ທີ່​ຈົງ​ຮັກ​ພັກ​ດີ​ຕໍ່ ທ່ານ​
ເກຍ ແລະ​ທ່ານ​ມາ​ຊາ​ຣ. ທ່ານ​ເກຍ ແລະ​ທ່ານ​ມາ​ຊາ​ຣ ໄດ້​ບັນ​ລຸ​ຂໍ້​ຕົກ​ລົງ​ຫຼາຍ​ສະ
​ບັບ ​ນັ​ບ​ແຕ່ນັ້ນ​ມາ ແຕ່​ວ່າ ແຕ່​ລະ​ຂໍ້​ຕົກ​ລົງ​ ໄດ້ປະ​ສົບ​ກັບ ​ຄວາມ​ລົ້​ມ​ແຫຼວ ຮວມ​ທັງ
​ເທື່ອ​ຫລ້າສຸດໃນ​ປີ 2016 ທີ່​ໄດ້​ບັງ​ຄັບ​ໃຫ້​ທ່ານ​ມາ​ຊາ​ຣ ​ຫລົບ​ໜີການ​ສູ້​ລົບຮອບ
​ໃໝ່ ​ຢູ່​ໃນ​ນະ​ຄອນ​ຫຼວງ.

ປະ​ທາ​ນາ​ທິບ​ໍ​ດີ​ຊູ​ດານ ທານ​ໂອ​ມາ​ຣ ອາ​ລ-ບາ​ເຊີ​ຣ ຂວາ ຈັດ​ພິ​ທີ​ສະ​ຫຼອງສັນ​ຕິ​ພາບ ໃນ​ນະ​ຄອນ​ຄາ​ຕູມ ວັນ​ທີ 21 ກັນ​ຍາ 2018 ມອບ​ລາງວັນ​ໃຫ້​ແກ່​ ທ່ານ​ຊາ​ລ​ວາ ເຄຍ ຊ້າຍ ແລະ​ຜູ້​ນຳ​ກະ​ບົດ ທ່ານ​ເຣັກ ມາ​ຊາ​ຣ
ປະ​ທາ​ນາ​ທິບ​ໍ​ດີ​ຊູ​ດານ ທານ​ໂອ​ມາ​ຣ ອາ​ລ-ບາ​ເຊີ​ຣ ຂວາ ຈັດ​ພິ​ທີ​ສະ​ຫຼອງສັນ​ຕິ​ພາບ ໃນ​ນະ​ຄອນ​ຄາ​ຕູມ ວັນ​ທີ 21 ກັນ​ຍາ 2018 ມອບ​ລາງວັນ​ໃຫ້​ແກ່​ ທ່ານ​ຊາ​ລ​ວາ ເຄຍ ຊ້າຍ ແລະ​ຜູ້​ນຳ​ກະ​ບົດ ທ່ານ​ເຣັກ ມາ​ຊາ​ຣ

ການສູ້​ລົບ​ທີ່​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ ໄດ້​ເຮັດ​ໃຫ້​ຊາວ​ຊູ​ດານ​ໃຕ້ເກືອບ 400,000 ຄົນ
ເສຍ​ຊີ​ວິດ ແລະ​ບັ​ງ​ຄັບ​ໃຫ້​ອີກ​ຫຼ​າຍ​ລ້ານ​ຄົນ ​ໜີ​ຈາກ​ບ້ານ​ເຮືອນ​ເຂົາ​ເຈົ້າ.

ພາຍ​ໃຕ້​ຂໍ້​ຕົກ​ລົງ​ໃໝ່ນີ້ີ້ ທ່ານ​ມາ​ຊາ​ຣ ຈະ​ຮັບ​ໃຊ້​ເປັນຮອງ​ປະ​ທາ​ນາ​ທິ​ບໍ​ດີຜູ້​ທີ່​ນຶ່ງ
ໃນ​ຈຳ​ນວນທັງ​ໝົດຫ້າ​ທ່ານ ພາຍ​ໃຕ້ລັດ​ຖະ​ບານ ໃນ​ໄລ​ຍະ​ຂ້າມ​ຜ່ານ​ເພື່ອ​ສ້າງ
ຄວາມ​ສາ​ມັກ​ຄີ​ແຫ່ງ​ຊາດ​.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG