ພັກຝ່າຍທີ່ເຂົ້າຮ່ວມ ຂັ້ນຕອນສັນຕິພາບ ຢູ່ໃນຊູດານໃຕ້ ໄດ້
ເຫັນດີຕໍ່ການອະນຸຍາດ ໃຫ້ກຳລັງຝ່າຍຄ້ານ 1,370 ຄົນ ເຂົ້າ
ໄປປະຈຳການ ຢູ່ໃນນະຄອນຫລວງ Juba ໃນການກະກຽມ
”ໃຫ້ຜູ້ນຳກະບົດ ທ່ານ Rick Machar ເຂົ້າຮ່ວມລັດຖະບານ
ໄລຍະຂ້າມຜ່ານ.
ຄະນະກຳມາທິການສັງເກດການຮ່ວມແລະຊັ່ງຊາຕີລາຄາ
ຂອງຊູດານໃຕ້ ກ່າວຢູ່ໃນຖະແຫລງການ ໃນວັນອັງຄານວານ
ນີ້ວ່າ ບັນດາເຈົ້າໜ້າທີ່ຕຳຫລວດ ແລະທະຫານທີ່ຈົງຮັກພັກດີ
ຕໍ່ຝ່າຍຄ້ານ ຄາດວ່າຈະເດີນທາງໄປນະຄອນ Juba ໃນທັນທີ.
ເປັນທີ່ຄາດກັນວ່າ ຈະມີກຳລັງຮັກສາຄວາມປອດໄພໃນຈຳນວນເພີ້ມຂື້ນ ໄປ ຮ່ວມສົມທົບ
ຫລັງຈາກລັດຖະບານໄລຍະຂ້າມຜ່ານໃນການຄອງອຳນາດຮ່ວມ ກັນໄດ້ມີການຈັດຕັ້ງຂຶ້ນ
ແລ້ວ.
ສອງປີຫລັງຈາກສົງຄາມກາງເມືອງເລີ້ມຂຶ້ນ ຜູ້ນຳກະບົດ ທ່ານ Machar ແລະ ປະທານາ
ທິບໍດີຊູດານໃຕ້ ທ່ານ Salva Kiir ໄດ້ລົງນາມໃນຂໍ້ຕົກລົງສັນຕິພາບເມື່ອເດືອນສິງຫາປີ
ກາຍເຫັນພ້ອມໃນການສ້າງຕັ້ງລັດຖະບານສາມັກຄີຊາດເປັນ ເວລາ 30 ເດືອນ ກ່ອນຈັດ
ໃຫ້ມີການເລືອກຕັ້ງ. ທ່ານ Kiir ໄດ້ແຕ່ງຕັ້ງທ່ານ Macha ໃຫ້ເປັນຮອງປະທານາທິບໍດີ
ໃນອາທິດແລ້ວນີ້ ອັນເປັນບາດກ້າວທຳອິດໄປສູ່ການສ້າງຕັ້ງລັດຖະບານສາມັກຄີຊາດ.
ເຖິງແມ່ນໄດ້ມີການເຄື່ອນໄຫວໄປສູ່ຄວາມເປັນນໍ້າໜຶ່ງໃຈດຽວກັນກໍຈິງ ແຕ່ການສູ້ລົບຍັງ
ດຳເນີນຢູ່ໃນຫລາຍພາກສ່ວນຂອງຊູດານໃຕ້. ໃນໄລຍະສອງປີທີ່ຜ່ານມານີ້ ຫລາຍສິບ
ພັນຄົນໄດ້ເສຍຊີວິດ ແລະຫລາຍກວ່າສອງລ້ານຄົນ ບໍ່ມີທີ່ຢູ່ອາໄສ ຍ້ອນຄວາມຮຸນແຮງ.
ເລຂາທິການໃຫຍ່ສະຫະປະຊາຊາດ ທ່ານ Ban Ki-Moon ມີກຳນົດເດີນທາງ ໄປເຖິງ
ນະຄອນ Juba ໃນວັນພະຫັດມມື້ອື່ນນີ້ ເພື່ອພົບປະກັບ ທ່ານ Kiir ແລະຢ້ຽມຢາມບ່ອນ
ພັກພາອາໄສ ຂອງພວກພົນລະເຮືອນ ທີ່ໄດ້ຮັບຜົນກະທົບຈາກບັນຫາຂັດແຍ້ງດັ່ງກ່າວ.