ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊູດານໃຕ້ ກ່າວວ່າ ເປັນໄປໄດ້ສູງ ທີ່ຈະມີການລົງນາມ ໃນ ຂໍ້ຕົກລົງ ສັນຕິພາບ


ປ. ຊູດານໃຕ້ ທ່ານ Salva Kiir
ປ. ຊູດານໃຕ້ ທ່ານ Salva Kiir

ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດໄດ້ຂົ່ມຂູ່ວ່າ
ຈະ “ດຳເນີນການ ໃນທັນທີ” ຖ້າປະທານາທິບໍດີຊູດານໃຕ້ ທ່ານ
Silva Kiir ບໍ່ຍອມລົງນາມໃນຂໍ້ຕົກລົງສັນຕິພາບກັບພວກກະບົດ
ໃນວັນພຸດມື້ນີ້ ຕາມທີ່ໄດ້ໃຫ້ຄຳໝັ້ນສັນຍາໄວ້ນັ້ນ.

ປະທານສະພາຄວາມໝັ້ນຄົງ ທ່ານນາງ Joy Ogwu ແຫ່ງໄນຈີ
ເຣຍບໍ່ໄດ້ກ່າວຢ່າງເປັນການເຈາະຈົງວ່າ ທາງສະພາດັ່ງກ່າວຈະ
ເຮັດຫຍັງແທ້. ທ່ານນາງ ເວົ້າວ່າ ທ່ານ Kiir ຕ້ອງໄດ້ລົງນາມ ໃນ
ຂໍ້ຕົກລົງນີ້ໂດຍບໍ່ມີການສະຫງວນທ່າທີໃດໆ. ຮ່າງຍັດຕິຂອງສະ
ຫະລັດສະບັບນຶ່ງ ຈະບັງຄັບ ຫ້າມບໍ່ໃຫ້ຂາຍອາວຸດເປັນເວລານຶ່ງ
ປີ ຫ້າມການເດີນທາງ ແລະກັກຊັບສິນພວກຜູ້ນຳອະວຸໂສຂອງຊູ
ດານໃຕ້ ຖ້າຂໍ້ຕົກລົງດັ່ງກ່າວຫາກບໍ່ໄດ້ມີການລົງນາມກັນ.

ປະທານາທິບໍດີ Kiir ໄດ້ຕົກລົງທີ່ຈະເຊັນສັນຍາສັນຕິພາບທີ່ນະ
ຄອນຫຼວງຈູບາ ໃນວັນພຸດມື້ນີ້ ຊ້ອງໜ້າພວກຜູ້ນຳຈາກເອທິໂອ
ເປຍ ເຄັນຢາ ຊູດານແລະ Uganda ຊຶ່ງເປັນສະມາຊິກຂອງກຸ່ມ ປະເທດໃນເຂດອາຟຣິກາຕາເວັນອອກທີ່ຊ່ອຍໄກ່ເກ່ຍຂໍ້ຕົກລົງ
ດັ່ງກ່າວ. ຜູ້ນຳກະບົດພ້ອມທັງເປັນອະດີດຮອງປະທານາທິບໍດີຂອງຊູດານໃຕ້ທ່ານ Riek
Machar ໄດ້ລົງນາມໃນຂໍ້ຕົກລົງດັ່ງກ່າວ ເມື່ອ ສັບປະດາແລ້ວ.

ໂຄສົກຂອງທ່ານ Kiir ກ່າວວ່າ ປະທານາທິບໍດີຍັງຂໍສະຫງວນທ່າທີ ໂດຍກ່າວ ເພີ້ມຕື່ມວ່າ
ທ່ານບໍ່ຄິດວ່າຂໍ້ຕົກລົງສະບັບນີ້ ຈະມີອາຍຸຍືນຍົງໄດ້.

ລັດຖະບານໄດ້ຄັດຄ້ານຕໍ່ຂໍ້ກຳນົດວ່າດ້ວຍການຄອງອຳນາດຮ່ວມກັນທີ່ຮຽກຮ້ອງ ໃຫ້ນະ ຄອນຈູບາເປັນເຂດປອດທະຫານແລະສົ່ງຄະນະສັງເກດການສັນຕິພາບຕ່າງປະເທດເຂົ້າ ໄປປະຕິບັດງານໃນຊູດານໃຕ້.

ຊູດານໃຕ້ເປັນປະເທດທີ່ເກີດໃໝ່ໃຫຍ່ລຸນຫຼ້າສຸດຂອງໂລກໂດຍໄດ້ຮັບເອກກະລາດຈາກ ຊູດານໃນປີ 2011. ການສູ້ລົບລະຫວ່າງທະຫານລັດຖະບານແລະກຳລັງກະບົດຂອງທ່ານ
Machar ລະເບີດຂຶ້ນໃນເດືອນທັນວາ ປີ 2013 ແລະໄດ້ມີຜົນກະທົບຢ່າງຮ້າຍແຮງ ໂດຍ ສະເພາະຕໍ່ພວກພົນລະເຮືອນ

ຫລາຍໆພັນຄົນໄດ້ເສຍຊີວິດ ແລະເກືອບ 2 ລ້ານ 2 ແສນຄົນຕ້ອງໄດ້ອົບພະຍົບຫລົບໜີ ໄປຈາກເຮືອນຊານບ້ານຊ່ອງ ຂອງພວກເຂົາເຈົ້າ. ອີກຫລາຍໆລ້ານຄົນ ແມ່ນຕ້ອງການ ຄວາມຊ່ອຍເຫລືອທາງດ້ານອາຫານການກິນ.

ນອກນັ້ນສົງຄາມກາງເມືອງຍັງໄດ້ສ້າງຄວາມເສຍຫາຍໃຫ້ແກ່ເສດຖະກິດຂອງຊູດານໃຕ້ ສ່ວນນຶ່ງແມ່ນຂັດຂວາງບໍ່ໃຫ້ລັດຖະບານ ມີໂອກາດນຳໃຊ້ ຄວາມອຸດົມຮັ່ງມີທາງດ້ານນ້ຳ
ມັນຂອງປະເທດ.

South Sudan’s foreign minister, Barnaba Marial Benjamin, said there is a high probability that President Salva Kiir will sign a peace agreement Wednesday to end 20 months of civil war.

But, Benjamin added, his government still has major reservations, including the demand to demilitarize the capital, Juba, as well the granting of greater powers to rebels in the oil-rich Upper Nile region.

He said if Kiir is going to sign any agreement, it would be at the summit of East African leaders, which gets underway Wednesday in Juba. The leaders of Ethiopia, Kenya, Sudan and Uganda are members of IGAD, the regional bloc that has been mediating an end to the war.

“We are having a summit of heads of state of IGAD countries chaired by President Salva [Kiir] and, of course, it has got to do with the issue of the peace process. You can only say that there could be a high probability of signing [the agreement],” said Benjamin.

During the most recent talks in Addis Ababa, rebel leader Riek Machar signed the agreement, but Kiir only initialed part of the text requesting two weeks to consult with his constituencies.

Benjamin said his government still has reservations about the deal, including the demand to demilitarize the capital, Juba.

“There is no country in the whole world that can remove its national army from the national capital, which is the seat of the sovereignty of that country, because the national government has got the responsibility to protect the citizens of that country,” Benjamin said.

He said, even if South Sudan were to agree to demilitarize Juba, it would it would need money to build new barracks and time to move the soldiers out of Juba.

The U.N. Security Council is threatening to “act immediately” if Kiir does not sign the deal. The African Union has already called for sanctions and an arms embargo to be imposed if a deal is not signed.

Benjamin admitted the international community, particularly the United States, has been pressuring Kiir to sign the agreement.

“There’s lots of pressure, including pressure from U.S. Secretary of State John Kerry and everybody. But, we are telling them that, ‘Yes, we will be able to sign, but give us time to consult with our constituency,’” Benjamin said.

ລິງໂດຍກົງ
XS
SM
MD
LG