ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ຜູ້ນຳຄູ່ປໍລະປັກ ຂອງຊູດານໃຕ້ ພະຍາຍາມ ເຈລະຈາ ສັນຕິພາບ ໃນວັນເສັ້ນຕາຍມື້ນີ້


ຜູ້ນຳຝ່າຍກະບົດ ຂອງຊູດານໃຕ້ ທ່ານ Riek Machar ກ່າວຖະແຫລງຕໍ່ບັນດານັກຂ່າວ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ໃນນະຄອນຫຼວງ ໄນໂຣບີ ຂອງ ປະເທດເຄັນຢາ, ວັນທີ 8 ກໍລະກົດ 2015.
ຜູ້ນຳຝ່າຍກະບົດ ຂອງຊູດານໃຕ້ ທ່ານ Riek Machar ກ່າວຖະແຫລງຕໍ່ບັນດານັກຂ່າວ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ໃນນະຄອນຫຼວງ ໄນໂຣບີ ຂອງ ປະເທດເຄັນຢາ, ວັນທີ 8 ກໍລະກົດ 2015.

ບັນດາ​ຜູ້ນຳ​ຢູ່​ໃນ​ຂົງ​ເຂດ​ອາ​ຟຣິກາ ກຳລັງ​ກົດ​ດັນ​ໃຫ້​ລັດຖະບານ
​ຂອງ​ຊູ​ດານ​ໃຕ້ ​ແລະ ພວກກະບົດ ທຳ​ການ​ເຈລະຈາ​ຕົກລົງ​
ສັນຕິພາບ ​ໃນ​ວັນ​ຈັນ​ມື້​ນີ້ ​ເພື່ອ​ຍຸດຕິ ສົງຄາມ​ກາງ​ເມືອງ ​ໄລຍະ
20 ​ເດືອນຜ່ານມາ​ແລ້ວນັ້ນ.

ປະທານາທິບໍດີ ຊູ​ດານ​ໃຕ້ ທ່ານ Salva Kiir ​ແລະ ຫົວໜ້າ
ຄູ່ປໍ​ລະ​ປັກ ທີ່​ເປັນ​ຜູ້ນຳ​ຝ່າຍ​ກະບົດ ​ທ່ານ Riek Machar ທັງ​ສອງ
​ແມ່ນ​ຢູ່​ທີ່​ນະຄອນຫຼວງ ອາ​ດິສອາ​ບາ​ບາ ຂອງ​ເອທິ​ໂອ​ເປຍ ​ເພື່ອ
ເຂົ້າຮ່ວມການ​ເຈລະຈາ ​ທີ່​ໄດ້​ຈັດ​ຂຶ້ນ​ ໂດຍ​ກຸ່ມ​ປະ​ເທດ​ອາ​ຟຣິກາ
​ຕາ​ເວັນ​ອອກ ຫຼື IGAD.

ປະທານາທິບໍດີ ​ເຄັນ​ຢາ ທ່ານ Uhuru Kenyatta ​ໄດ້​ນຳເອົາ​ຮູບ​ພາບຕ່າງໆ ຂອງ​ຜູ້ນຳ​ທັງ​ສອງ​ທ່ານ ທີ່​ກຳ​ລັງມີ​ສ່ວນ​ຮ່ວມ​ໃນ​ການ​ເຈລະຈາ ທີ່​ນຳພາ​ໂດຍ IGAD ​ເມື່ອ​ຕອນ​ແລງ​ຂອງ​ວັນ​ທິດ​ວານ​ນີ້ ລົງອອກ​ເຜີຍ​ແຜ່ຜ່ານ​ທາງ Twitter ກ່ອນ​ໜ້າ ວັນ​ເສັ້ນຕາຍ​ໃນ​ວັນ​ຈັນ​ມື້​ນີ້ ຊຶ່ງ​ກໍເປັນ​ການ​ສະໜັບສະໜູນ​ໂດຍ ອົງການ​ສະຫະ​ປະຊາ​ຊາດ ​ແລະ ສະຫະລັດ ​ເຊັ່ນ​ກັນ.

Regional leaders are pushing South Sudan's government and rebels to seal a peace agreement Monday to end their 20-month civil war.

President Salva Kiir and his chief rival, rebel leader Riek Machar, are both in Addis Ababa for talks brokered by the East African bloc IGAD.

Kenyan President Uhuru Kenyatta posted on Twitter images of the two men taking part in IGAD-led talks late Sunday ahead of the Monday deadline that has also been supported by the United Nations and the United States.

XS
SM
MD
LG