ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ຊູດານໃຕ້ ປະກາດຍຸບ ລັດເກົ່າ​ 10 ລັດ ແລະຕັ້ງລັດໃໝ່ 28​ ລັດ


ປະທານາທິບໍດີຊູດານໃຕ້ ທ່ານ Salva Kiir.
ປະທານາທິບໍດີຊູດານໃຕ້ ທ່ານ Salva Kiir.

ປະທານາທິບໍດີ​ ຊູ​ດານ​ໃຕ້ ທ່ານ Salva Kiir ​ໄດ້​ຍຸບ 10 ລັດ​ຂອງ
​ປະ​ເທດ ​ແລະ​ຕັ້ງລັດໃໝ່ 28 ລັດ​ຂຶ້ນມາ​ແທນ ຊຶ່ງ​ເປັນ​ການ​ເຄື່ອນ
​ໄຫວ​ທີ່ພວກ​ຕຳ​ໜິຕິຕຽນ​ກ່າວ​ວ່າບ່ອນ​ທຳລາຍ​ຕໍ່ຂໍ້​ຕົກລົງຄອງ​ອຳ
ນາດ​ຮ່ວມ​ກັນ ທີ່​ໄດ້​ລົງ​ນາມ​ໃນເດືອນ​ສິງຫາ​ ຫຼັງ​ຈາກ​ສົງຄາມ​ກາງ​
ເມືອງ​ໄດ້​ດຳ​ເນີນ​ມາ​ເປັນ​ເວລາ​ສອງ​ປີ.

ທ່ານ Kiir ໄດ້ອອກດຳລັດ ທີ່ປະກາດ ໂດຍທາງໂທລະພາບ ໃນ​
ຕອນ​ແລງ​ວັນ​ພະຫັດຜ່ານ​ມານີ້.​ ທ່ານ​ໄດ້​ແຕ່ງຕັ້ງ ຜູ້​ປົກຄອງ​ທັງ​
28 ລັດ.​ ຜູ້​ປົກຄອງ​ລັດເກົ່າ 7 ຄົນ​ຂອງ​ຈຳນວນ​ທັງ​ໝົດ 10 ຄົນ​
​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເຂົ້າ​ຮັບ​ຕຳ​ແໜ່​ງ ​ເປັນ​ຜູ້ປົກຄອງ​ລັດໃໝ່​ເຫຼົ່ານີ້.

ຜູ້ນຳ​ຂອງ​ພວກ​ກະບົດ ​ຍັງ​ບໍ່​ທັນ​ສະ​ແດງ​ຄວາມ​ເຫັນ​ໃດໆ ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​
ປະທານາທິບໍດີໃນ​ເລື້ອງນີ້.

​ໃນ​ວັນ​ອັງຄານ​ຜ່ານ​ມານີ້ ບັນດາ​ຜູ້ຕາງໜ້າ​ຂອງ​ພວກກະບົດແລະ​ລັດຖະບານ​ໄດ້ພົບ​ປະ
ກັນ​ທີ່​ນະຄອນຫລວງ​ຈູ​ບາໃ​ນຄວາມ​ຫວັງ​ເພື່ອ​ຈະ​ສ້າງຕັ້ງລັດຖະບານ​ສາມັກ​ຄີ​ຊາດໄລຍະ
ຂ້າມຜ່ານ.

ລັດຖະບານແລະ​ພວກ​ກະບົດ​ ໄດ້​ເປີດ​ການ​ເຈລະຈາ ມາ​ຫຼາຍເທື່ອ​ແລ້ວ ນັບ​ຕັ້ງ​ແຕ່​ບໍ່​ດົນ
​ລຸນ​ຫລັງ​ທີ່​ໄດ້​ເກີດ​ບັນຫາ​ຂັດ​ແຍ້​ງ​ ທີ່ເລີ້ມຂຶ້ນ​ ໃນ​ກາງ​ເດືອນ​ທັນວາ​ປີ​ 2013 ​ແຕ່​ວ່າການ​
ຢຸດ​ຍິງ​ຫຼາຍໆຄັ້ງ ທີ່​ໄດ້​ມີການ​ຕົກລົງ​ກັນ​ ໃນ​ຮອບ​ສອງປີ ​ທີ່​ຜ່ານ​ມານີ້ ແມ່ນ​ໄດ້​ມີ​ການລະ​
ເມີດຢູ່ເລື້ອຍໆ.

ປະທານາທິບໍດີ Salva Kiir ​ແລະ​ຜູ້ນຳ​ຂອງ​ພວກ​ກະບົດ​ທ່ານ Riek Machar ຕ່າງ​ກໍ​ໄດ້
ກ່າວ​ຫາ​ຊຶ່ງ​ກັນ​ແລະ​ກັນຊ້ຳ​ແລ້ວ​ຊ້ຳ​ອີກ​ວ່າ ອີກ​ຝ່າຍ​ນຶ່ງ​ເປັນ​ຜູ້​ລະເມີດຂໍ້​ຕົກລົງ​ສັນຕິພາບ.

South Suday
please wait
Embed

No media source currently available

0:00 0:00:29 0:00

XS
SM
MD
LG