ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊູດານໃຕ້ ປະກາດ ເອກກະລາດ ຢ່າງເປັນທາງການ (ເບິ່ງວີດີໂອ)


ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-moon ຖືກຕ້ອນຮັບເວລາທ່ານເດີນທາງໄປຮອດ ນະຄອນ Juba ເພື່ອຮ່ວມສະເຫຼີມສະຫຼອງ ການປະກາດເອກກະລາດ ຂອງຊູດານໃຕ້ (8 ກໍລະກົດ 2010)
ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-moon ຖືກຕ້ອນຮັບເວລາທ່ານເດີນທາງໄປຮອດ ນະຄອນ Juba ເພື່ອຮ່ວມສະເຫຼີມສະຫຼອງ ການປະກາດເອກກະລາດ ຂອງຊູດານໃຕ້ (8 ກໍລະກົດ 2010)

ປະເທດໃໝ່ ຊູດານໃຕ້ ໄດ້ປະກາດເອກກະລາດຢ່າງເປັນທາງການແລ້ວ.

ປະທານສະພາແຫ່ງຊາດ ທ່ານ James Wani Igga ໄດ້ອ່ານຄຳປະກາດເອກກະລາດ
ໃນວັນເສົາມື້ນີ້ ຕໍ່ໜ້າປະຊາຊົນຈຳນວນຫຼາຍຮ້ອຍພັນຄົນ ທີ່ໄປເຕົ້າໂຮມກັນໃນພິທີສະ
ເຫຼີມສະຫຼອງຢູ່ທີ່ນະຄອນຫຼວງ Juba.

ຝູງຊົນໄດ້ພາກັນໂຫ່ຮ້ອງຂຶ້ນ ເວລາພວກທະຫານ ຊັກທຸງຊາດໃໝ່ຂອງຊູດານໃຕ້ຂຶ້ນສູ່
ປາຍເສົາແລະຊັກທຸງຊາດເກົ່າຂອງຊູດານເໜືອລົງມາ. ຫຼັງຈາກນັ້ນປະທານາທິບໍດີ Sal-
va Kiir ກໍເຂົ້າຮັບຕຳແໜ່ງໂດຍສາບານໂຕວ່າຈະປະຕິບັດຕາມລັດຖະທຳມະນູນແລະສະ ໜັບສະໜຸນການພັດທະນາແລະຄວາມຢູ່ດີກິນດີຂອງປະຊາຊົນໃນຊູດານໃຕ້.

ສາທາລະນະລັດຊູດານໃຕ້ ໄດ້ກາຍເປັນປະເທດໃໝ່ສຸດໃນໂລກໃນຕອນທ່ຽງຄືນຂອງມື້
ວັນສຸກວານນີ້ຕາມເວລາທ້ອງຖິ່ນ. ປະຊາຊົນທີ່ນະຄອນຫຼວງ Juba ໄດ້ພາກັນສະເຫຼີມ ສະຫຼອງດ້ວຍການຮ້ອງລຳທຳເພງຢູ່ຕາມຖະໜົນຫົນທາງ.

ການສະເຫຼີມສະຫຼອງຍັງດຳເນີນຢູ່ຕໍ່ມາດ້ວຍພິທີຕ່າງທີ່ສະໜາມກິລາໃນນະຄອນ Juba
ຊຶ່ງໄດ້ຖືກຕັ້ງຊື່ ຕາມຊື່ຂອງທ່ານ John Garang ຜູ້ນຳພາຂອງກຳລັງພາກໃຕ້ ໃນລະ ຫວ່າງສົງຄາມກາງເມືອງທີ່ດຳເນີນມາເປັນເວລາດົນນານໃນຊູດານນັ້ນ.

ແຂກຜູ້ມີກຽດທີ່ມີໝາຍກຳນົດຈະກ່າວປາໄສ ແມ່ນຮວມທັງປະທານາ ທິບໍດີ Kiir ເລຂາ
ທິການໃຫຍ່ອົງການສະຫະປະຊາຊາດທ່ານ Ban Ki-moon ແລະປະທານາທິບໍດີຂອງ
ຊູດານເໜືອທ່ານ Omar al-Bashir.

ພາກໃຕ້ຊູດານ ໄດ້ລົງຄະແນນສຽງຢ່າງຖ້ວມລົ້ນ ເພື່ອແຍກໂຕອອກຈາກພາກເໜືອໃນ
ການລົງປະຊາມະຕິໃນເດືອນມັງກອນປີນີ້. ການລົງປະຊາມະຕິທີ່ວ່ານີ້ ແມ່ນໝາກຜົນ
ຂອງຂໍ້ຕົກລົງສັນຕິພາບປີ 2005 ທີ່ເຮັດໃຫ້ສົງຄາມກາງເມືອງ ເປັນເວລາ 2 ທົດສະວັດ
ໃນຊູດານສິ້ນສຸດລົງນັ້ນ.

XS
SM
MD
LG