ກຸ່ມກະບົດກຸຸຸ່ມໃຫຽ່ຂອງຊູດານໃຕ້ເວົ້າວ່າ ນັກຂ່າວຊາວອາເມຣິກັນຄົນໜຶ່ງທີ່ຖືກຍິງ
ແລະເສຍຊີວິດໃນຂະນະທີ່ເອົາຕົນໄປປົນຢູ່ກັບພວກກະບົດໃນວັນເສົາທີ່ຜ່ານມາ
ນັ້ນບໍ່ໄດ້ປະກອບສ່ວນ ໃນການຕໍ່ສູ້ຕ້ານກັບກໍາລັງທະຫານຂອງລັດຖະບານ.
ອີງຕາມກຸ່ມກະບົດ SPLA-in-Opposition, ທ້າວ Christopher Allen ຖືກກໍາ
ລັງທະຫານຂອງລັດຖະບານຍິງໃສ່ຫົວ ຢູ່ປ້ອມໃນເມືອງ Kaya ໃກ້ໆ ກັບຊາຍແດນ
ອູການດາ.
ທ່ານນາຍພັນເອກ Lam Paul Gabriel, ຮອງໂຄສົກປະຈໍາກອງທັບສໍາລັບກຸ່ມ
ດັ່ງກ່າວເວົ້າວ່າ ທ້າວ Allen "ຢູ່ກັບພວກເຮົາຢູ່ແນວໜ້າ ແຕ່ວ່າທ່ານມີແຕ່ຖ່າຍຮູບ”
ການຕໍ່ສູ້ກັນເທົ່ານັ້ນ.
ທ່ານ Gabriel ກ່າວຕໍ່ພະແນກສຸມໃສ່ຊູດານໃຕ້ ຂອງວີໂອເອວ່າ "ກໍາລັງທະຫານ
ຂອງລັດຖະບານ ໄດ້ຍິງອອກໄປໃສ່ລາວໂດຍກົງໂລດ ແລະເຂົາເຈົ້າຍິງຖືກຫົວ
ຂອງລາວ."
ທ່ານ Michael Makuei ໂຄສົກລັດຖະບານ ໄດ້ປະກອບພາບພົດອັນອື່ນຂຶ້ນມາທີ່
ແຕກຕ່າງຈາກນັ້ນ ໂດຍເວົ້າວ່າ "ພວກກະບົດກຸ່ມໜຶ່ງໄດ້ໂຈມຕີກອງທະຫານຮັກສາ
ການ ໃນ Kaya" ໃນຕອນເຊົ້າວັນເສົາຜ່ານມາ. ທ່ານ Makuei ກ່າວຕໍ່ VOA ວ່າ
ຢູ່ໃນໄລຍະ ທີ່ມີການໂຈມຕີນັ້ນ, "ບໍ່ຮູ້ວ່າຜູ້ຊາຍຜີວຂາວຄົນນັ້ນແມ່ນໃຜກັນແທ້ ແຕ່
ວ່າລາວແມ່ນໜຶ່ງໃນຈໍານວນຄົນທີ່ທໍາການໂຈມຕີກອງທະຫານຮັກສາການ."
ພງກກະບົດເວົ້າວ່າ ພວກເຂົາເຈົ້າພະຍາຍາມທີ່ຈະດຶງເອົາສົບຂອງ Allen ອອກຈາກ
ສະໜາມລົບ ແຕ່ເນື່ອງຈາກວ່າ ມີການສູ້ລົບກັນຢ່າງໜັກ ມັນຈຶ່ງເປັນການຍາກທີ່ຈະ
ເຮັດໄດ້ແນວນັ້ນ. ທ່ານ Gabriel ເວົ້າອີກວ່າ "ພວກເຮົາໄດ້ສູນເສຍສອງຄົນໃນຕອນ
ທີ່ພະຍາຍາມດຶງເອົາສົບຂອງລາວອອກໄປ ແຕ່ວ່າ ພວກເຮົາກໍສາມາດເອົາເຄື່ອງຂອງ
ລາວໄດ້."
ທ່ານນາຍພັນເອກ Santo Domic, ຮອງໂຄສົກຂອງກອງທັບຊູດານໃຕ້ກ່າວຕໍ່ VOA
ວ່າ ກໍາລັງທະຫານຂອງລັດຖະບານ ໄດ້ສັງຫານພວກກະບົດ 16 ຄົນ ຢູ່ໃນ Kaya,
Allen ກໍລວມຢູ່ໃນຈໍານວນນັ້ນ. ໂຄສົກຂອງກອງທັບພວກກະບົດ ເວົ້າວ່າ ກຸ່ມຂອງຕົນ
ສູນເສຍສະມາຊິກພຽງຫ້າຄົນ --ຊຶ່ງສອງຄົນເສຍຊີວິດຢູ່ໃນເມືອງ Kaya ແລະສາມຄົນ
ຢູ່ໃກ້ເມືອງ Kimba.