ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​​ພັກ​ຝ່າຍ ທີ່ຂັດແຍ້ງ ໃນຊູ​ແດນ​ໃຕ້ ເຈລະຈາກັນ ຢູ່ ເອທິໂອເປຍ (ວີ​ດີ​ໂອ/ສະໄລດ໌)


ມີ​ກຳນົດ​ວ່າ ພັກ​ຝ່າຍ​ທີ່​ປະ​ທະ​ກັນ​ ໃນຊູ​ແດນ​ໃຕ້ ​ຈະ​ເປີດການ
ເຈລະຈາໃນ​ວັນ​ພຸດ​ມື້​ນີ້​ຢູ່​ທີ່​ປະ​ເທດ​ Ethiopia ຊຶ່ງ​ເປັນເພື່ອນ
​ບ້ານ ​ໃນ​ຄວາມ​ພະຍາ​ມ​ ເພື່ອຍຸຕິ​ຄວາມ​ຮຸນ​ແຮງ​ ທີ່​ຍັງ​ຜົນ​ໃຫ້
​ມີ​ຜູ້​ເສຍຊີວິດ​ຫຼາຍ​ກວ່າ 1 ພັນ​ຄົນ​ນັ້ນ.

ປະທານາທິບໍດີ Salva Kiir ​ແລະຜູ້​ນໍາ​ພວກກະບົດທ່ານ
Reik Marchar ​ຕ່າງ​ກໍ​ສົ່ງຜູ້ ຕາງ​ໜ້າຂອງ​ຕົນ ​ໄປຮ່ວມ​ການ
ເຈລະຈາ ທີ່​ນະຄອນ Addis Ababa ຊຶ່ງ​ໄກ່​ເກ່ຍ​ໂດຍອົງການ
​ພັດທະນາ​ຂອງ​ລັດຖະບານ ໃນເຂດ​ພາກ​ຕາ​ເວັນ​ອອກ​ອາ​ຟຣິກາ
ຫຼື IGAD.

ການ​ນອງ​ເລືອດ ​ຢູ່​ໃນປະ​ເທດ​ທີ່​ຫາ​ກໍ່​ຕັ້ງ​ຂຶ້ນ​ໃໝ່ຫຼ້າ​ສຸ​ດ​ຂອງ​ໂລກ​ ໃນ​ກາງ​ເດືອນ​ທັນວາ
ປີ​ກາຍ​ນີ້ ​ເວລາ​ທ່ານ Kiir ຊຶ່ງເປັນ​ຊົນ​ເຜົ່າ Dinka ໄດ້​ກ່າວ​ຫາ​ທ່ານ Marchar ​ຊຶ່ງ​ເປັນ
ຊົນ​ເຜົ່າ Nuers ວ່າ ພະຍາຍາມ​ກໍ່​ລັດຖະປະຫານຂຶ້ນ​ນັ້ນ.

ໃນວັນອັງຄານວານນີ້ ພວກ​ກະ​ບົດ​ໄດ້ເຂົ້າຍຶດຄືນເອົາເມືອງ​ Bor ຊຶ່ງ​ເປັນເມືອງ​ສໍາຄັນ​
ທີ່ຍາດມາ​ໄດ້ຊົ່ວຄາວ ຈົນເທົ່າ​ຝ່າຍລັດຖະບານ ​ໄດ້ຂັບ​ໄລ່​ພວກ​ກະບົດອອກ​ໄປ ໃນ​
ອາທິດ​ແລ້ວ​ນີ້.


ສະຫະລັດ ​ໄດ້ສະ​ແດງ​ຄວາມ​ຍິນ​ດີ​ຕໍ່ການ​ເຈລະຈາດັ່ງກ່າວ​ ​ແລະ​ກ່າວ​ຢໍ້າ​ຄືນອີກ​ເທື່ອ​ນຶ່ງ
​ເຖິງ​ການຮຽກຮ້ອງ​ໃຫ້ຍຸຕິ​ການ​ສູ້​ລົບ​ກັນ​ໃນ​ທັນທີ. ​ໂຄສົກ​ຂອງສະພາ​ຄວາມ​ໝັ້ນຄົງແຫ່ງ
ຊາດ ທ່ານ​ນາງ Caaitlin Hayden ​ໄດ້​ກ່າວ​ວ່າ ສະຫະລັດ ​ຈະ​ປະຕິ​ເສດ​ບໍ່ໃຫ້ການ​ສະໜັບ
​ສະ​ນູນ ຕໍ່​ພວກ​ທີ່​ພະຍາຍາ​ມຈະ​ຢຶດ​ອໍານາດ​ ​ແລະ​ “ຈະ​ຖື​ວ່າພວກ​ຜູ້​ນໍາເປັນ​ຜູ້ຮັບຜິດ
ຊອບ ​ໃນ​ການ​ປະຕິບັດ​ຂອງກໍາລັງ​ເຂົາ​ເຈົ້າ​.”


ສະຫະ​ປະຊາຊາດກ່າວ​ວ່າ ຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ນັ້ນ ​ໄດ້​ບັງຄັບ​ໃຫ້ພົນລະ​ເຮືອນ
ຫຼາຍ​ພັນ​ຄົນຕ້ອງ​ໄດ້​ອົບ​ພະຍົບຫລົບໜີ​ໄປຈາກ​ບ້ານ​ເຮືອນ​ຂອງ​ພວກ​ເຂົາ​ເຈົ້າ.
XS
SM
MD
LG