ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຕາງໜ້າ ລັດຖະບານ ແລະກະບົດ ຊູດານໃຕ້ ຈະເຈລະຈາ ສັນຕິພາບກັນ (ສະໄລດ໌/ວີດີໂອ)


Peace Talks Set to Begin in South Sudan Fighting
please wait

No media source currently available

0:00 0:01:43 0:00
ລິງໂດຍກົງ

ຜູ້ຕາງໜ້າເຈລະຈາສັນຕິພາບ ຊູດານໃຕ້ ກຳນົດຈະເລີ້ມຂຶ້ນ ທີ່ເອທີໂອເປຍ.

ພວກ​ນັກ​ເຈລະຈາ​ ຈາກ​ສອງ​ຝ່າຍ​ ທີ່​ພວມ​ທຳ​ສົງຄາມ​ກັນ​ໃນ​
ຊູ​ດານ​ໃຕ້​ ກຳລັງຢູ່ໃນ​ປະ​ເທດ​ເອທີ​ໂອ​ເປຍ ເພື່ອທຳ​ການເຈ
ລະຈາສັນຕິພາບ ທີ່​ອາດ​ສາມາດ​ເລີ້ມ​ຂຶ້ນໃນ​ວັນ​ພະຫັດ​ມື້​ນີ້​ກໍ​
ເປັນ​ໄດ້.

ບັນດາ​ຜູ້​ແທນຕາງໜ້າປະທານາທິບໍດີ Salva Kiir ​ແລະ​ຫົວ
ໜ້າ​ຝ່າຍ​ກະບົດ ທ່ານ Riek Machar ​ເດີນທາງ​ໄປ​ຮອດ​ກຸງ
Addis Ababa ນະຄອນຫຼວງ​ເອທີ​ໂອ​ເປຍ ​ໃນ​ວັນ​ພຸດ​ວານນີ້.

ອົງການ​ພັດທະນາ​ຂອງ​ລັດຖະບານ​ໃນ​ເຂດ​ອາ​ຟຣິກາ​ຕາ​ເວັນ​
ອອກ​ຫຼື IGAD ກຳລັງ​ເປັນ​ຜູ້​ເກ້​ຍກ່ອມ​ໃຫ້​ເປີດ​ການ​ເຈລະຈາ​
ຄັ້ງນີ້ໃນ​ຄວາມ​ຫວັງ​ເພື່ອ​ຢຸດ​ຄວາມ​ຮຸນ​ແຮງ​ທີ່​ດຳ​ເນີນ​ມາ​ໄດ້​ຫຼາຍ​ສັບປະດາ​ໃນ​ຊູ​ດານ​ໃຕ້​
ຊຶ່ງ​ໄດ້​ເຮັດ​ໃຫ້ປະຊາຊົນ​ເສຍ​ຊີວິດ​ໄປ​ແລ້ວ​ຫຼາຍ​ກວ່າ 1 ພັນ​ຄົນ.

​ໄດ້​ມີ​ການ​ປະ​ທະ​ກັນ​ຄືນ​ໃໝ່​ຫຼາຍ​ຄັ້ງ​ໃນ​ວັນ​ພຸດ​ວານ​ນີ້ ລະຫວ່າງ​ພວກ​ທະຫານ​ຝ່າຍ​ລັດ
ຖະບານ​ແລະ​ພວກ​ກຳລັງ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ທ່ານ Machar ​ໃນ​ເມືອງ Bor ນະຄອນຫຼວງ​
ຂອງ ລັດ Jonglei ຂອງ​ຊູ​ດານ​ໃຕ້. ​ໃນຖະ​ແຫຼງການ​ສະບັບ​ນຶ່ງຜ່ານ​ທາງ Twitter ນັ້ນ
ລັດ ຖະບານ​ກ່າວ​ວ່າ ກຳລັງ​ຂອງ​ຕົນ​ໄດ້​ຖອນ​ອອກ​ຈາກ​ເມືອງ Bor ​ເປັນ​ບາງ​ພາກສ່ວນ
​ແຕ່​ຍັງ​ມີ​ການ​ສູ້​ລົບ​ກັນ​ຢູ່​ໃນ​ເຂດ​ຊານ​ເມືອງ​.

ປະທານາທິບໍດີ Kiir ປະກາດ​ພາວະ​ສຸກ​ເສີນ​ໃນ​ລັດ Jonglei ຕະຫຼອດ​ທັງ​ໃນ​ລັດ Unity
ຊຶ່ງ​ເປັນ​ເຂດ​ບໍ່​ນ້ຳມັນ ຊຶ່ງ​ເຄີຍເປັນ​ບ່ອນສຳຄັນທີ່​ມີ​ການ​ຕໍ່ສູ້​ກັນ​ມາ​ກ່ອນ​ແລ້ວ​ນັ້ນ.

XS
SM
MD
LG