ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລັດຖະບານ ຊູດານໃຕ້ ແລະພວກກະບົດ ເປີດການເຈລະຈາ ເພື່ອສ້າງສັນຕິພາບ


ແຜນທີ່ຊູດານໃຕ້
ແຜນທີ່ຊູດານໃຕ້

ຜູ້ຕາງໜ້າ​ຂອງ​ພວກ​ກະບົດ​ ​ແລະ​ລັດຖະບານ​ໃນ​ຊູ​ດານ​ໃຕ້ໄດ້
​ຈັດ​ໃຫ້​ມີ​ການ​ພົບ​ປະ​ເທື່ອ​ທຳ​ອິດ​ຂຶ້ນ ທີ່​ແນ​ໃສ່​ເພື່ອ​ຍຸຕິ​ສົງຄາມ
​ກາງ​ເມືອງ​ຢູ່​ໃນ​ປະ​ເທດ​ດັ່ງກ່າວ.

ທັງ​ສອງ​ຝ່າຍ​ໄດ້​ພົບ​ປະ​ກັນ​ທີ່​ນະຄອນຫຼວງຈູ​ບາໃນ​ວັນ​ອັງຄານ
​ວານ​ນີ້ໃນ​ຄວາມຫວັງ​ເພື່ອ​ຫາ​ທາງ​ສ້າງຕັ້ງລັດຖະບານ​ສາມັກຄີ​
ຊາດ​ໃນໄລຍະ​ຂ້າມ​ຜ່ານ.

ລັດຖະບານ ​ແລະ​ພວກ​ກະບົດ​ ໄດ້​ເປີດ​ການ​ເຈລະຈາ ມາ​ຫຼາຍ
​ເທື່ອ​ແລ້ວ ນັບ​ຕັ້ງ​ແຕ່​ໄດ້​ເກີດ​ບັນຫາ​ຂັດ​ແຍ້​ງ​ເປັນ​ເວລາ​ສັ້ນໆທີ່
ເລີ້ມຂຶ້ນ​ໃນ​ກາງ​ເດືອນ​ທັນວາ​ປີ​ 2013 ​ແຕ່​ວ່າການ​ຢຸດ​ຍິງ​ຫຼາຍ
​ຄັ້ງທີ່​ໄດ້​ມີການ​ຕົກລົງ​ກັນ​ ໃນ​ຮອບ​ສອງປີ​ທີ່​ຜ່ານ​ມາແມ່ນ​ໄດ້​ມີ​ການລະ​ເມີດເລື້ອຍໆ.

ປະທານາທິບໍດີ Salva Kiir ​ແລະ​ຜູ້ນຳ​ຂອງ​ພວກ​ກະບົດ ​ທ່ານ Riek Machar ຕ່າງ​ກໍ​ໄດ້
​ກ່າວ​ຫາ​ຊຶ່ງ​ກັນ​ແລະ​ກັນຊ້ຳ​ແລ້ວ​ຊ້ຳ​ອີກ​ວ່າ ອີກ​ຝ່າຍ​ນຶ່ງ​ເປັນ​ຜູ້​ລະເມີດ ຂໍ້​ຕົກລົງ​ສັນຕິພາບ
ແຕ່​ບຸກຄົນ​ທັງ​ສອງ​ກໍ​ກ່າວ​ວ່າຕົນ​ຍັງ​ສືບ​ຕໍ່​ມີ​ຄວາມ​ໝັ້ນໝາຍ ຂໍ້​ຕົກລົງ​ສະບັບ​ວັນ​ທີ 26 ສິງ
ຫາ ທັງໆ​ທີ່ໄດ້​ພາດ​ທຸກໆ​ເສັ້ນຕາຍ​ທີ່​ໄດ້​ກຳນົດ​ໄວ້ນັ້ນ.

ສະຫະລັດ​ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້ວ່າ ຕົນ​ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ ​ຕໍ່​ການ​ກັບຄືນ​ເຂົ້າ
ຮ່ວມ​ການ​ເຈລະຈາ ​ແລະ​ກ່າວ​ຕື່ມ​ວ່າ ຫລາຍໆ​ຢ່າງ​ແມ່ນ​ສຳຄັນ​ແຕ່​ການຕັດສິນ​ໃຈ​ທີ່​ຫຍຸ້ງ
ຍາກ​ຈຳນວນ​ນຶ່ງ​ແມ່ນ​ຍັງ​ຄ້າງ​ຄາ​ຢູ່.​ ວໍ​ຊິງ​ຕັນ​ຮຽກຮ້ອງ​ໃຫ້​ທັງສອງ​ຝ່າຍ ຮ່ວມ​ມື​ກັນ​ບົນ​ພື້ນ
ຖານໃນ​ການ​ມີ​ຈິດ​ໃຈ​ແຫ່ງ​ຄວາມ​ສາມັກຄີ ​ແລະ​ການຜ່ອນ​ສັ້ນຜ່ອນ​ຍາວ​ ​ເພື່​ອຈັດຕັ້ງການ
ປະຕິ​ຮູບ​ທີ່​ໄດ້​ລະບຸ​ໄວ້​ຢູ່​ໃນ​ຂໍ້​ຕົກ​ລົງສັນຕິ ພາບ​ນັ້ນ.

ຊູ​ດານ​ໃຕ້​ເປັນ​ປະ​ເທດ​ທີ່​ໃໝ່​ສຸດ​ໃນ​ໂລກ​ ຊຶ່ງໄດ້​ຮັບ​ເອກ​ກະລາດ​ຈາກ​ຊູ​ດານ ​ໃນ​ປີ ​2011. ການ​ສູ້​ລົບ​ກັນ​ລະຫວ່າງ​ທະຫານ​ລັດຖະບານ​ແລະ​ກຳລັງ​ກະບົດຂອງ​ທ່ານ Machar ​ແມ່ນ
​ໄດ້​ມີ​ຜົນ​ກະທົບ​ຢ່າງ​ໂຫດຮ້າຍ​ເປັນ​ພິ​ເສດ​ຕໍ່​ພົນລະ​ເຮືອນ.

ທັງ​ສອງ​ຝ່າຍ​ຕ່າງ​ກໍ​ໄດ້​ກ່າວ​ຫາ​ຊຶ່ງ​ກັນ​ແລະ​ກັນ​ວ່າ ຂ້າ​ລ້າງ​ເຜົ່ພັນ ​ເກັບ​ເກນ ​ແລະ​ສັງຫານ​
ພວກ​ເດັກນ້ອຍ​ ທຳ​ການ​ຂົ່ມຂືນ​ແລະ​ທໍລະມານ ​ໃນ​ຂອບ​ເຂດ​ທີ່ ກວ້າງຂວາງ​ ​ແລະ​ບັງຄັບ​
ໃຫ້​ປະຊາຊົນ​ຍົກ​ຍ້າຍ​ບ່ອນຢູ່ ​ເພື່ອ​ກວດ​ລ້າງ​ເຂດ​ຕ່າງໆ​ຂອງ​ຝ່າຍ​ກົງກັນຂ້າມ.

XS
SM
MD
LG