ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ຕາງໜ້າ ລັດຖະບານ ແລະກະບົດ ຊູດານໃຕ້ ພິຈາລະນາ ການຢຸດຍິງ (ສະໄລດ໌/ວີດີໂອ)


ຄະນະຜູ້ຕາງໜ້າ ຝ່າຍກະບົດ ທີ່ໄປຮ່ວມ ການເຈລະຈາ ສັນຕິພາບ ທີ່ປະເທດເອທິໂອເປຍ.
ຄະນະຜູ້ຕາງໜ້າ ຝ່າຍກະບົດ ທີ່ໄປຮ່ວມ ການເຈລະຈາ ສັນຕິພາບ ທີ່ປະເທດເອທິໂອເປຍ.
ບັນດາ​ຜູ້​ຕາງໜ້າ​ຂອງ​ລັດ​ຖະບານຊູ​ດານ​ໃຕ້ ​ແລະພວກ​ກະບົດ
ທີ່​ພະຍາຍາມ​ໂຄນ​ລົ້ມລັດຖະບານ​ນັ້ນ ກໍາລັງ​ພິຈາລະນາ ຂໍ້ສະ
​ເໜີຢຸດ​ຍິງ.

ບັນດາ​ຜູ້​ໄກ່​ເກ່ຍ​ໃນ​ຂົງເຂດ ​ໄດ້​ສະ​ເໜີ​ຮ່າ​ງຂໍ້​ຕົກລົງ​ ໃນ​ວັນ​ອັງ
ຄານ​ວານ​ນີ້ ທີ່ ​ເອທິ​ໂອ​ເປຍ ​ໃນລະ​ຫວ່າງ​ການ​ເຈລະຈາເພື່ອ​ຍຸ
ຕິ​ການສູ້​ລົບ​ກັນ​ທີ່​ຮ້າຍ​ແຮງຊຶ່ງ ດຳ​ເນີນ​ມາ​ໄດ້​ກວ່າ​ສາມ​ອາທິດ
​ແລ້ວນັ້ນ ທີ່ຊູ​ດານ​ໃຕ້.

ບັນດາ​ຜູ້​ໄກ່​ເກ່ຍຈາກກຸ່ມ​ອົງການ​ພັດທະນາ​ນຂອງ​ລັດຖະບານ​
ໃນ​ເຂດອາ​ຟຣິກາ ຕາ​ເວັນ​ອອກຫລື IGAD ຕໍ່​ມາ​ໄດ້​ບິນໄປຍັງ
​ນະຄອນ ​Juba ເມືອງ​ຫລວງ​ຂອງ ຊູ​ດານ​ໃຕ້ ​ເພື່ອ​ພົບ​ປະ​ກັບເຈົ້າ​ໜ້າ​ທີ່ລັດຖະບານ.



ອົງການ IGAD ກ່າວ​ວ່າ ການ​ເຈລະຈາ​ໄດ້​ເພັ່ງ​ເລັງ​ໃ​ສ່ ​ເພື່ອ​ໃຫ້ບັນລຸ​ການຢຸດ​ຍິງ ​ແລະ​ພິຈາ
ລະນາຖານະຂອງບັນດາ​ເຈົ້າ​ໜ້າ​ທີ່ ທີ່ສະໜັບສະໜູນ​ພວກ​ກະບົດ ຊຶ່ງ​ໄດ້ຖຶກ​ກັກ​ຂັງ​ໂດຍ​ລັດ ຖະບານ ​ໃນ​ເດືອນ​ແລ້ວ​ນີ້.

ພວກ​ກະບົດ​ໄດ້​ຢືນ​ຢັດ ໃຫ້​ປ່ອຍ​ໂຕ​ບັນດາ​ຜູ້​ທີ່​ຖືກ​ກັກ​ຂັງ. ລັດຖະບານກ່າວ​ວ່າ ຕົນ​ສາມາດ​
ປ່ອຍ​ໂຕເຂົາ​ເຈົ້າ​ໄດ້ກໍ​ຕໍ່​ເມື່ອ​ຫລັງ​ຈາກ “​ດໍາ​ເນີນ​ການາງ​ດ້ານ​ກົດໝາຍ” ​ມີ​ຂຶ້ນ​ແລ້ວ​ເທົ່ານັ້ນ.
ຄວາມ​ຮຸນ​ແຮງ​ໃນຊູ​ດານ​ໃຕ້ ໄດ້​ສັງຫານ​ກວ່າ 1000 ຄົນ ແລະ​ບັງ​ຄັບ​ໃຫ້​ປະມານ 200 ພັນ ຄົນ ຫລົບ​ໜີ​ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ.

ຢູ່​ໃນ​ການ​ຖະ​ແຫຼງ​ໃນ​ວັນ​ອັງຄານ​ວານ​ນີ້ຮອງໂຄສົກ​ຂອງສະຫະ​ປະຊາ​ດທ່ານ Farhan Haq ກ່າວ​ວ່າ ມີ​ລາຍ​ງານ​ວ່າການສູ້​ລົບ ຍັງ​ດຳ​ເນີນ​ຢູ່​ຕໍ່​ມາໃກ້ໆ​ກັບ​ເມືອງ Bor ​ເມືອງຫຼວງ​ຂອງ​ລັດ Jonglei ທີ່​ພວກ​ກະບົດ​ຄວບ​ຄຸມ​ນັ້ນ.

ທ່ານ Haq ກ່າວ​ວ່າ ກຳລັງຮັກສາ​ສັນຕິພາບ ສະຫະ​ປະຊາ​ຊາດ ພົບ​ເຫັນ​ວ່າ ​ ໝູ່​ບ້ານ​ຖືກ
ເຜົາໄໝ້ແລະ​ລັກ​ເອົາ​ເຄຶ່ອງຂອງ​ໄປ ຢູ່​ໃນ​ລັດ Unity ​ແລະ​ບັນດາ​ເຈົ້າ​ໜ້າ​ທ້ອງຖິ່ນ​ລາຍ​ງານ​ວ່າໄດ້​ມີ​ການຂາດ​ອາຫານ ​ແລະ​ນໍ້າ​ຢ່າງ​ຮ້າຍ​ແຮງ.

Both Sides Considering a Cease-fire in South Sudan
please wait

No media source currently available

0:00 0:02:35 0:00
ລິງໂດຍກົງ
XS
SM
MD
LG