ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊູດານໃຕ້ ປ່ອຍໂຕ ນັກຂ່າວ ສປຊ ຫລັງຈາກ ຖືກກັກຂັງ 2 ປີ


ປະທານາທິບໍດີຊູດານໃຕ້ ທ່ານ Salva Kiir ທີ່ນະຄອນຫລວງ Juba ເມືອວັນທີ 18 ພຶດສະພາ 2017.
ປະທານາທິບໍດີຊູດານໃຕ້ ທ່ານ Salva Kiir ທີ່ນະຄອນຫລວງ Juba ເມືອວັນທີ 18 ພຶດສະພາ 2017.

ເຈົ້າ​ໜ້າ​ທີ່​ຊູ​ດານ​ໃຕ້ ​ໄດ້​ປ່ອຍ​ນັກ​ຂ່າວ​ຄົນ​ນຶ່ງ​ໃນ​ວັນ​ພະຫັດຜ່ານ​ມານີ້ ​ທີ່​ໄດ້​ຖືກ​ກັກຂັງ
​ປາດ​ສະ​ຈາກ​ການ​ກ່າວ​ຫາ ​ນັບ​ແຕ່​ເດືອນ​ສິງຫາ ປີ 2014 ​ເປັນຕົ້ນມາ.

ໜ່ວຍ​ປະ​ຕິ​ບັດ​ງານ ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ​ໄດ້​ຈັບ ​ທ່ານ George Livio ​ທີ່
​ໄດ້​ເຮັດ​ວຽກ​ໃຫ້​ແກ່ສະຖານີວິທະຍຸ Miraya ທີ່​ອອກ​ອາກາດ​ໃນ​ຄື້ນ FM ​ພາຍ​ໃຕ້​ຄວາມ
​ອຸບປະ​ຖຳຂອງອົງການ​ສະຫະ​ປະຊາ​ຊາດແລະ​ໄດ້​ກັກຂັງ ທ່ານ ​ໃນ​ສະຖານ​ທີ່ໆ​ບໍ່​ມີ​ການ
​ເປີດ​ເຜີຍ​ແຫ່ງ​ນຶ່ງ.

ສະຫະ​ປະຊາ​ຊາດຍັງ​ບໍ່​ໄດ້​ໃຫ້​ເຫດຜົນ​ໃດໆ ໃນ​ທັນ​ທີ​ເທື່ອ ກ່ຽວ​ກັບ​ການ​ປ່ອຍ​ໂຕທ່ານ
Livio ​ເຖິງ​ແມ່ນ​ວ່າ ຄະນະປະຕິບັດ​ງານ​ຂອງ​ສະຫະ​ປະຊາ​ຊາດ​ໃນ​ຊູດານ​ໃຕ້​ໄດ້​ກົດດັນ
ໃຫ້​ປ່ອຍ​ໂຕ​ທ່ານ ​ແລະ​ປ່ອຍ​ພະນັກງານອື່ນໆ ອີກ​ສອງ​ຄົນ ນັບ​ແຕ່ພວກ​ເຂົາ​ເຈົ້າ​ໄດ້​ຖືກ
​ຈັບ ​ໃນ​ປີ 2014.

ກຸ່ມປົກ​ປ້ອງ​ສິດທິ​ມະນຸດ​ຫລາຍ​ກຸ່ມ ຮວມທັງອົງການນິລະໂທດກຳສາກົນ ​ໄດ້​ຍື່ນຄຳ​ຂໍ
ຮ້ອງ​ໃຫ້ປະທານາທິບໍດີ Salva Kiir ​ເຂົ້າ​ແຊກ​ແຊງ ແລະ​ປ່ອຍ​ໂຕ​ທ່ານ Livio.

ລາຍການ South Sudan in Focus ຂອງວີ​ໂອ​ເອ ​ໄດ້​ຕິດ​ຕໍ່​ໄປ​ຫາ ທ່ານ Gelego
Livio ທີ່​ເປັນບິດາ ​ຂອງ​ນັກ​ຂ່າວ ​ໂດຍ​ທາງ​ໂທລະສັບ ​ຢູ່ນະຄອນ Khartoum ​ໃນ​ວັນ​
ສຸກ​ວານ​ນີ້.

ທ່ານ Livio ກ່າວ​ວ່າ “ຂ້າພະ​ເຈົ້າ​ໄດ້​ຮັບ​ຂ່າວ ​ມື້ວານ​ນີ້ ປະມານ​ຫ້າ​ໂມງ​ເຄິ່ງ​ຂອງຕອນ​
ແລງ​ວານ​ນີ້. ລາວ​ໄດ້​ຖືກ​ປ່ອຍ​ໂຕ​ອາດ​ຈະເປັນປະມານ​ຕອນ​ທ່ຽງ.”

ທ່ານ Livo ​ໄດ້​ກ່າວ​ຕໍ່ South Sudan in Focus ຂອງວີ​ໂອ​ເອວ່າ​ທ່ານ​ບໍ່ເຄີຍຮູ້ສາ​ເຫດ
​ ກ່ຽວ​ກັບການ​ຈັບ​ລູກ​ຊາຍ​ທ່ານ​ຈາກ​ລັດຖະບານ​ເລີຍ ​ແຕ່​ໄດ້​ຍິນ​ວ່າ​ລັດຖະບານ​ເຊື່ອ​ວ່າ​
ລາວ​ໄດ້ “​ຮ່ວມື​ກັບ​ທ່ານ Riek Machar” ອະດີດ​ຮອງ​ປະທານາທິບໍດີ ຜູ້​ທີ່​ໄດ້​ຫລົບໜີ​
ໄປ​ຈາກ​ເມືອງ Juba ບໍ່​ດົນ​ ຫລັງ​ຈາກ​ໄດ້ເກີດ ການຕໍ່ສູ້​ກັນ​ຢ່າງ​ດຸ​ເດືອດ ໃນ​ເດືອນ​ກໍລະ
ກົດ ​ຢູ່​ໃນ​ນະຄອນຫລວງ.

ທ່ານ Livio ຜູ້​ເປັນ​ພໍ່​ກ່າວ​ວ່າ ທ່ານແລະ​ພັນ​ລະ​ຍາ​ຂອງ​ທ່ານ ​ໄດ້​ຮັບ​ອະນຸຍາດ​ໃຫ້​ໄປ​
ຢ້ຽມຢາມ​ລູກ​ຊາຍ​ເຂົາ​ເຈົ້າ ​ໃນ​ເດືອນມີນາ ປີ 2016.

ທ່ານ​ກ່າວວ່່າ George Livio ​ໄດ້​ຖືກ​ກັກຂັງ​ໄວ້ ຢູ່​ທີ່ໂຮງໝໍ​ເມືອງ Juba.

ທ່ານ Livo ກ່າວ​ວ່າ ທ່ານ​ໄດ້ຮູ້ເລື່ອງ​ນີ້ ຈາກລຸງຄົນ​ນຶ່ງ ຢູ່​ໃນ​ເມືອງ Juba ວ່າ​ລູກ​ຊາຍ
​ຂອງ​ທ່ານ ​ໄດ້​ຖືກ​ປ່ອຍ​ໂຕ​ ໃນ​ວັນ​ພະຫັດ​ທີ່​ຜ່ານ​ມານີ້.

ພໍ່​ຂອງ​ລາວ​ກ່າວ​ວ່າ “ພວກ​ເຮົາ ​ແມ່​ຂອງ​ລາວ ​ແລະ​ຂ້າພະ​ເຈົ້າ ​ໄດ້​ມີ​ຄວາມ​ຕື່ນ​ເຕັ້ນ ​ຕື່ນ​
ເຕັ້ນ​ທີ່​ສຸດ ​ໃນຕອນ​ແລງ​ວານນີ້. ບັດ​ນີ້ ພວກ​ເຮົາ​ຢາກ​ໄດ້​ຍິນ​ສຽງ​ຂອງ​ລາວ​ແທ້ໆ.”

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG