ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊູດານໃຕ້ ປະເຊີນກັບວິການການດ້ານສຸຂະພາບ ແລະຄວາມອຶດຢາກເພີ້ມຂຶ້ນ

ແຟ້ມຮູບ-ຊາວອົບພະຍົບຊູດານ ກໍາລັງພາກັນເກັບສະສົມນໍ້າ ຈາກບ່ອນສົ່ງນໍ້າ ຢູ່ທີ່ສູນອົບພະຍົບ ໂກໂຣມ ທີ່ຈັດໄວ້ສໍາລັບຊາວອົບພະຍົບຊູດານ ໃກ້ກັບເມືອງຈູບາ, ຊູດານໃຕ້, ວັນທີ 20 ມິຖຸນາ 2023.
ແຟ້ມຮູບ-ຊາວອົບພະຍົບຊູດານ ກໍາລັງພາກັນເກັບສະສົມນໍ້າ ຈາກບ່ອນສົ່ງນໍ້າ ຢູ່ທີ່ສູນອົບພະຍົບ ໂກໂຣມ ທີ່ຈັດໄວ້ສໍາລັບຊາວອົບພະຍົບຊູດານ ໃກ້ກັບເມືອງຈູບາ, ຊູດານໃຕ້, ວັນທີ 20 ມິຖຸນາ 2023.

ອົງການອະນາໄມໂລກເຕືອນວ່າ ອັດຕາການເພີ້ມຂຶ້ນຂອງການຂາດສານອາ ຫານທີ່ຮຸນແຮງ, ຄວາມອຶດຫິວທີ່ຮຸນແຮງ ແລະສະພາບຂອງສຸຂະພາບທີ່ຊຸດ ໂຊມລົງ ກໍາລັງເປັນໄພຂົ່ມຂູ່ຕໍ່ຊີວິດ ແລະການເປັນຢູ່ທີ່ດີຂອງປະຊາຊົນຫຼາຍລ້ານຄົນທີ່ອາໄສຢູ່ໃນຊູດານໃຕ້, ພ້ອມດ້ວຍສະພາບການທີ່ຈະຮຸນແຮງຂຶ້ນໃນຂະນະທີ່ວິກິດການຂອງສະພາບອາກາດ ກໍຂະເກີດຂຶ້ນເຊັ່ນກັນ.

“ຊູດານໃຕ້ ເປັນປະເທດທີ່ພວກທ່ານເຫັນຜົນກະທົບຂອງຄວາມຂັດແຍ້ງທີ່ທັບຊ້ອນກັນ ແລະປະສົມປະສານກັນ, ວິກິດການທາງດ້ານດິນຟ້າອາກາດ, ວິກິດການຂອງຄວາມອຶດຫິວ ແລະການລະບາດຂອງພະຍາດ ທີ່ເກີດຂຶ້ນມາເປັນເວລາຫຼາຍປີ,” ກ່າວໂດຍ ທ່ານນາງລິສເບັທ ເອລເບຣັທ (Liesbeth Aelbrecht) ຜູ້ຈັດການກັບເຫດການຂອງອົງການອະນາໄມໂລກ ປະຈໍາເຂດ ແຫຼມ​ຮອນຂອງອາຟຣິກາ. “ສາມໃນສີ່ຊາວຊູດານໃຕ້ ຈໍາເປັນຕ້ອງການຄວາມຊ່ວຍເຫຼືອທາງດ້ານມະນຸດສະທໍາໃນປີນິ້, ສອງໃນສາມກໍາລັງປະເຊີນກັບລະດັບວິກິດການຂອງຄວາມອຶດຢາກ,” ທ່ານນາງກ່າວ. “ແລະ ຕົວເລກເຫຼົ່ານີ້ແມ່ນຮ້າຍແຮງກວ່າເກົ່າ.”

ແຟ້ມຮູບ-ບັນດາແມ່ຍິງທີ່ລົບໜີອອກຈາກສົງຄາມໃນຊູດານ ພາກັນຕໍ່ແຖວຮັບການແບ່ງປັນອາຫານ ຢູ່ທີ່ສູນຂົນສົ່ງໃຫຍ່ສໍາລັບຜູ້ລີ້ໄພຂອງອົງການສະຫະປະຊາຊາດ (UNHCR) ໃນເມືອງ Renk, ໃກ້ກັບຈຸດຂ້າມຊາຍແດນໃນເມືອງ Renk, ເຂດ Upper Nile State, ຊູດານໃຕ້, ວັຍທີ 1 ພຶດສະພາ 2023.

ອົງການສະຫະປະຊາຊາດລາຍງານວ່າ ຊາວຊູດານໃຕ້ 6.3 ລ້ານຄົນ ກໍາລັງປະສົບກັບຄວາມອຶດຫິວຢ່າງຮ້າຍແຮງ ແລະຫຼາຍກວ່າ 9 ລ້ານຄົນຂອງປະຊາ ກອນຈໍານວນ 12 ລ້ານໃນປະເທດ ຂຶ້ນຢູ່ກັບຄວາມຊ່ວຍເຫຼືອທາງດ້ານມະນຸດສະທໍາ.

ໃນຂະນະທີ່ສະພາບການສືບຕໍ່ຊຸດໂຊມລົງ, ອົງການອະນາໄມໂລກລາຍງານວ່າ ຫຼາຍກວ່າ 500,000 ຄົນໃນປີນີ້ ຈໍາເປັນຕ້ອງການຄວາມຊ່ວນເຫຼືອຈາກສາກົນ, ເຊິ່ງໃນບັນດາຜູ້ທີ່ມີຄວາມສ່ຽງເຫຼົ່ນນັ້ນ ແມ່ນເດັກນ້ອຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG