ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນອະນຸມັດ ເງິນກູ້ຢືມ 8 ພັນລ້ານໂດລາ ໃຫ້ແກ່ ຊູດານໃຕ້


ທ່ານ Salva Kiir Mayardit ປະທານາທິບໍດີ ຊູດານໃຕ້ ຂະນະຢ້ຽມ ຢາມຈີນເມື່ອອາທິດຜ່ານມາ
ທ່ານ Salva Kiir Mayardit ປະທານາທິບໍດີ ຊູດານໃຕ້ ຂະນະຢ້ຽມ ຢາມຈີນເມື່ອອາທິດຜ່ານມາ

ໃນ​ຂະນະ​ດຽວ​ກັນ ລັດຖະມົນຕີຖະ​ແຫລ​ງຂ່າວ​ຂອງ​ຊູ​ດານ​ໃຕ້ ​ປະກາດ​ວ່າ ຈີນ​ໄດ້​ອະນຸມັດ​ເງິນ​ກູ້​ຢືມ ໃຫ້ແກ່​ຊູ​ດານ​ໃຕ້ 8 ພັນ​ລ້ານ​ໂດ​ລາ ​ເພື່ອ​ໃຊ້​ເປັນທຶນ​ດໍາ​ເນີນໂຄງການກໍ່​ສ້າງໂຄງ​ລ່າງ​ພື້ນຖານ​ທີ່​ສໍາຄັນ​ຕ່າງໆ.

ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ເມື່ອ​ວັນ​ເສົາ​ວານ​ນີ້ ທ່ານ Barnaba Marial Benjamin ກ່າວ​ວ່າ ​ເງິ​ນກູ້​ຢືມກ້ອນ​ນີ້ ຈະນໍາໃຊ້ເຂົ້າໃນ​ພາກສ່ວນ​ໂຄງ ​ການ​ກະ​ເສດ ​ໂທລະ​ຄົມມະນາ ຄົມ ​ແລະເຂຶ່ອນ​ໄຟຟ້າ​ນໍ້າຕົກ.

ການ​ປະກາດ​ໃຫ້ເງິນ​ກູ້​ຢືມ​ດັ່ງກ່າວ​ ​ມີ​ຂື້ນ​ບໍ່​ເທົ່າ​ໃດ​ມື້ ຫລັງ​ຈາກ​ທ່ານ Salva Kiir ປະທານາທິບໍດີ​ຊູ​ດານ​ໃຕ້ ​ໄດ້ໄປ​ຢ້ຽມຢາມ​ຈີນ​ເທື່ອ​ທໍາ​ອິດ ໃນ​ອາທິດ​ນີ້​. ແຕ່ ທ່ານ ​ເຄຍ ຕ້ອງ​ໄດ້​ຕັດການ​ຢ້ຽມຢາມ​ຂອງ​ທ່ານ​ໃຫ້​ສັ້ນ​ລົງ ຍ້ອນ​ມີ​ລາຍ​ງານຂ່າວວ່າ ປະ​ເທດ​ຊູ​ດານ ຂູ່​ແຂ່ງ​ທາງ​ພາກ​ເໜືອ​ຂອງ​ຊູ​ດານ​ໃຕ້ ​ໄດ້​ຖິ້ມ​ລະ​ເບີດ​ໃສ່​ຫລາຍ​ເປົ້າຢູ່​ພາຍ​ໃນເຂດ​ຊາຍ​ແດນ​ຂອງ​ຊູ​ດານ​ໃຕ້.

ຈີນ​ກໍາລັງພະຍາຍາມ​ຮັກສາຄວາມ​ສໍາພັນ​ແບບ​ເປັນກາງ​ກັບ​ທັງ​ສອງ​ຊູ​ດານ ​ໃນ​ຂະນະ​ທີ່​ສອງປະ​ເທດ​ນີ້​ ກໍາລັງ​ໃກ້​ຈະ​ເກີດ​ສົງຄາມ​ກັນ​ນັ້ນ.

ສົງຄາມ​ລະຫວ່າງ​ສອງ​ຊູ​ດານ ຈະ​ສ້າງ​ຜົນ​ກະທົບ​ຢ່າງສໍາ​ຄັນ​ຕໍ່​ການ​ລົງທຶນ​ ຂອງ​ຈີນຢູ່​ໃນ​ຂົງ​ເຂດ ​ແລະ​ສ້າງ​ອັນຕະລາຍ​ໃຫ້​ແກ່ພວກ

ບັນດາ​ເຈົ້າໜ້າ​ທີ່​ຊູ​ດານ​ກ່າວ​ວ່າ ຈີນມີ​ຫລາຍ​ກວ່າ 100 ບໍລິ​ສັດ ​ແລະ ຄົນ​ງານ​ອີກ 10,000 ຄົນ ​ທໍາ​ງານ​ຢູ່​ໃນ​ປະ​ເທດ​ຂອງ​ພວກ​ຕົນ.

ທີ່​ປັກ​ກິ່ງ ທ່ານ ​ເຄຍ ​ໄດ້​ຮັບ​ຄໍາ​ໝັ້ນ​ສັນຍາ​ການ​ສະໜັບສະໜຸນ​ດ້ານ​ການເງິນ ​ໂຮມ​ທັງ​ຮັບ ປາກ​ໃຫ້​ກູ້​ຢືມເງິນ​ຈາກທະນາຄານ ​ແລະການ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະ​ທໍາຈາກຝ່າຍ​ຈີນ.

XS
SM
MD
LG