ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ພວກມືປືນ ລັກພາໂຕ ເດັກນ້ອຍຜູ້ຊາຍໄປ ຢ່າງໜ້ອຍ 89 ຄົນ ທີ່ຊູດານໃຕ້


ແຜນທີ່ ຊູດານໃຕ້
ແຜນທີ່ ຊູດານໃຕ້

ອົງການສະຫະ​ປະຊາ​ຊາດ​ກ່າວ​ ໃນ​ວັນ​ເສົາ​ວານ​ນີ້​ວ່າ ​ມື​ປືນ
​ຈຸ​ນຶ່ງ​ໄດ້​ບຸກເຂົ້າ​ໄປ​ໃນ​ໂຮງຮຽນ​ແຫ່ງ​ນຶ່ງ​ ໃນຊູ​ດານໃຕ້​ ແລະ
​ລັກພາ​ໂຕ​ພວກ ນັກຮຽນ​ໄປຢ່າງ​ໜ້ອຍ 89 ຄົນ.

​ເຫດການດັ່ງກ່າວ​ເກີດ​ຂຶ້ນ ​ໃນ​ຂະນະ​ທີ່​ພວກ​ນັກຮຽນ​ກຳລັງ​
ທຳ​ການ​ສອບ​ເສັງ​ຢູ່​ໃນ​ໂຮງຮຽນ​ແຫ່ງ​ນຶ່ງ ​ໃກ້​ກັບ​ເມືອງ Mala
kal ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ.

ຂົງ​ເຂດ​ດັ່ງກ່າວ​ໄດ້​ກາຍ​ມາ​ເປັນ​ບ່ອນ​ພັກ​ເຊົາ​ຊົ່ວຄາວ​ຂອງ​ພວກ​ອົບ​ພະຍົບ ທີ່​ໄດ້​ພາກັນ​ຫຼົບໜີ​ຈາກ​ຄວາມ​ຮຸນ​ແຮງ​ຢູ່ໃນຫົວ​ເມືອງ​ຕ່າງໆ ​ທີ່​ເປັນ​ບ້ານ​ເກີດເມືອງ​ນອນ​ຂອງ​ເຂົາ​ເຈົ້າ.

ອົງການ UNICEF ກ່າວ​ວ່າ ຈຳນວນ​ທີ່​ຖືກ​ລັກ​ຈັບ​ໂຕ​ໄປ​ແທ້ໆ​ນັ້ນສາມາດ​ເພີ້​ມຂຶ້ນ​ຫຼາຍ
ກວ່າ​ນັ້ນ​ໄດ້ ເພາະວ່າ​ພວກ​ມື​ປືນໄດ້​ພາກັນ​ກວດ​ຄົ້ນ​ໄປ​ຕາມແຕ່ລະ​ຫລັງເຮືອນ ​ເພື່ອຊອກ
ຫາ​ພວກເດັກນ້ອຍ​ຜູ້​ຊາຍທີ່​ມີ​ອາຍຸ​ສູງ​ກວ່າ 12 ປີ​ຂຶ້ນ​ໄປ. ອົງການ​ດັ່ງກ່າວຂອງສະຫະ​ປະ
ຊາ​ຊາດ​ໄດ້​ປະນາມ​ການ​ລັກພາ​ໂຕ​ພວກ​ເດັກ​ເຫຼົ່ານັ້ນ ​ແລະ​ເຕືອນ​ພວກ​ລັກພາ​ໂຕວ່າ ພວກ
ເຂົາກຳລັງ​ລະ​ເມີດ​ກົດໝາຍ​ສາກົນ.

ທ່ານ Jonathan Veitch ຜູ້ຕາງໜ້າ​ອົງການ UNICEF ປະຈຳ​ຊູ​ດານ​ໃຕ້ ກ່າວ​ວ່າ
“ການ​ເກນ ​ແລະ​ໃຊ້​ເດັກ​ໂດຍ​ກຳລັງ​ປະກອບອາວຸດນັ້ນ ທຳລາຍ​ພວກ​ຄອບຄົວ​
ແລະ​ປະຊາ​ຄົມ​ຂອງ​ພວກ​ເຂົາ​ເຈົ້າ.”
ທ່ານ​ກ່າວ​ຕໍ່​ໄປວ່າ"ພວກ​ເດັກນ້ອຍປະ​ເຊີນ
​ກັບ​ຄວາມ​ຮຸນ​ແຮງຕ່າງໆ​ໃນລະດັບທີ່​ບໍ່​ສາມາດ​ເຂົ້າ​ໃຈ​ໄດ້ ພວກ​ເຂົາ​ເຈົ້າສູນ​ເສຍ​ຄອບຄົວ ​ແລະ​ເສຍ​ໂອກາດໃນ​ການໄປ​ໂຮງຮຽນ” ​
ແລະ​ທ່ານຮຽກຮ້ອງ​ໃຫ້ “ປ່ອຍ
​ພວກ​ເດັກ​ເຫຼົ່າ​ນັ້ນ ​ໂດຍທັນທີ.”

XS
SM
MD
LG