ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊູແດນໃຕ້ ໄດ້ເປັນ ສະມາຊິກໃໝ່ສຸດ ຂອງປະຊາຄົມໂລກ (ເບິ່ງວີດີໂອ)


ຜ້າພົມສີແດງຕ້ອນຮັບແຂກຜູ້ມີກຽດ ທີ່ໄປຮ່ວມສະຫລອງເອກະລາດຂອງສາທາລະນະລັດຊູແດນໃຕ້ ທີ່ນະຄອນຫລວງ ຈູບາ, ວັນທີ 9 ກໍລະກົດ 2011.
ຜ້າພົມສີແດງຕ້ອນຮັບແຂກຜູ້ມີກຽດ ທີ່ໄປຮ່ວມສະຫລອງເອກະລາດຂອງສາທາລະນະລັດຊູແດນໃຕ້ ທີ່ນະຄອນຫລວງ ຈູບາ, ວັນທີ 9 ກໍລະກົດ 2011.

ບັດນີ້ ໂລກໄດ້ມີສະມາຊິກໃໝ່ສຸດປະເທດນຶ່ງ​ແລ້ວ ນັ້ນກໍຄື ສາທາລະນະ​ລັດຊູດານໃຕ້ ຫລື
South Sudan ທີ່ໄດ້ສະເຫລີມສະຫລອງເອກະລາດຂອງຕົນ ​ໃນພິທີທີ່​ຈັດຂຶ້ນຢູ່ນະຄອນ
ຫລວງ Juba ​ໃນວັນ​ເສົາວານນີ້.

ປະຊາຊົນຫລາຍຮ້ອຍພັນຄົນໄດ້ພາກັນຮ້ອງໂຮຢ່າງຟົດສະນັ່ນ ເວລາພວກທະຫານຊັກທຸງ
ຊາດໃໝ່ ຂອງປະເທດຊູດານໃຕ້ຂຶ້ນ​ເສົາ ແລະຊັກທຸງຂອງຊູດານເໜືອ ລົງ.

ພວກທີ່ເຂົ້າຮ່ວມໃນພິທີ ຍັງໄດ້ຍິນຄໍາປະກາດເອກະລາດຢ່າງ​ເປັນທາງ​ການ ແລະຄໍາອວຍ
ພອນຈາກບັນດາ​ແຂກ​ທີ່ສໍາຄັນໆ ໂຮມທັງປະທານາທິບໍດີຂອງຊູດານເໜືອ ທ່ານ Omar al-Bashir ນໍາ.

ສາທາລະນະລັດຊູດານໃຕ້ ​ໄດ້ກາຍເປັນປະເທດໃໝ່ທີ່ສຸດຂອງໂລກໃນ ຕອນທ່ຽງຄືນວັນ​ສຸກ
ຕາມເວລາທ້ອງຖິ່ນ. ພວກຊາວເມືອງ Juba ໄດ້ພາກັນສະເຫລີມສະຫລອງຢ່າງໃຫຍ່ຢູ່ຕາມ ຖະໜົນຫົນທາງ.

ການສະເຫລີມສະຫລອງ ໄດ້ດໍາເນີນສືບຕໍ່ໄປພ້ອມກັບພິທີການຕ່າງໆ ທີ່ຈັດ​ຂຶ້ນ​ຢູ່ສະໜາມ
ກີລາ​ John Garang ທີ່ຖືກຕັ້ງຊື່​ດັ່ງ​ກ່າວກໍເພື່ອ​ໃຫ້​ກຽດ​ແກ່ທ່ານ John Garang ຜູ້ທີ່​ໄດ້
ນໍາພາກໍາລັງຂອງຊູດານໃຕ້​ໃນ​ລະຫວ່າງສົງຄາມກາງເມືອງທີ່ຍາວນານ ລະຫວ່າງ​ຝ່າຍເໜືອ ແລະໃຕ້ນັ້ນ.

ຜູ້ກ່າວຄໍາປາໃສຄົນສຸດທ້າຍໃນພິທີດັ່ງກ່າວ ຄື ປະທານາທິບໍດີຊູດານໃຕ້ ທ່ານ Salva Kiir
ໄດ້ຮຽກຮ້ອງໃຫ້ພົນ​ລະເມື​ອງທຸກ​ຖ້ວນ​ໜ້າຂອງປະເທດໃໝ່ນັ້ນ ຈົ່ງພາກັນສ້າງສາສັງຄົມແລະ
ເສດຖະກິດ​ໃຫ້ແຂງແຮງ. ທ່ານກ່າວວ່າ ລຸນຫລັງສົງຄາມກາງເມືອງກັບຝ່າຍເໜືອ​ແລ້ວ​ນັ້ນ
ຊາວຊູດານໃຕ້ທັງຫລາຍກໍຈະຕ້ອງໃຫ້ອະໄພ ແຕ່ກໍຈະຕ້ອງບໍ່ລືມຄວາມເຈັບປວດທີ່ພວກເຂົາ ເຈົ້າໄດ້ຮັບນັ້ນ.

ປະທານາທິບໍດີ ບາຣັກ ໂອບາມາ ກ່າວໃນຖະແຫລງການສະບັບນຶ່ງ ​ໃນວັນເສົາວານນີ້ວ່າ ທ່ານມີຄວາມພາກພູມໃຈທີ່ຈະ​ໃຫ້ການຮັບຮູ້ທາງການທູດ​ແກ່ຊູດານໃຕ້. ທ່ານໂອບາມາ
ກ່າວຕໍ່ໄປວ່າ ການປະກາດເອກະລາດໃໝ່ຂອງປະເທດນີ້ ​ແມ່ນເປັນຜົນສໍາເລັດຄັ້ງປະວັດ
ສາດອັນນຶ່ງ ທີ່ຕາມຄໍາເວົ້າຂອງທ່ານນັ້ນ ກໍ​ແມ່ນວ່າ ສະ​ແດງ​ໃຫ້​ເຫັນ​ວ່າ “ແສງສະຫວ່າງ
ຂອງ​ຮຸ່ງ​ອະລຸນໃໝ່ ແມ່ນມີ​ຂຶ້ນໄປໄດ້ ຫລັງຈາກສົງຄາມ.”

XS
SM
MD
LG