ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊູແດນໃຕ້ເສຍ ເມືອງ Bor ທາງກໍ້າເໜືອ ຂອງເມືອງຫຼວງ ໃຫ້ຝ່າຍກົງກັນຂ້າມ (ສະໄລດ໌)


ກອງທັບ​ຊູ​ແດນ​ໃຕ້​ກ່າວ​ວ່າ ຕົນ​ບໍ່​ໄດ້​ຄວບ​ຄຸມ​ເມືອງນຶ່ງ​ໃນ​ກໍ້າ
​ເໜືອ​ຂອງ​ນະຄອນຫຼວງ​ອີກ​ແລ້ວ ບ່ອນ​ທີ່ການ​ສູ້​ລົບ​ກັນ​ໄດ້​ແຜ່​
ລາມ​ໄປ​ສູ່ ຫຼັງ​ຈາກ​ອັນ​ທີ່ລັດຖະບານ​ເອີ້ນ​ວ່າ ຄວາມ​ພະຍາຍາມ
​ກໍ່​ລັດຖະປະຫານ​ຂຶ້ນ​ນັ້ນ.

ທ່ານ Philip Aguer ​ໂຄສົກກອງທັບ​ກ່າວ ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ
ກອງທັບ​ບໍ່​ໄດ້​ຄວບ​ຄຸມ​ໃນ​ເມືອງ Bor ອີກ​ແລ້ວ ບ່ອນ​ທີ່​ສະຫະ
​ປະຊາ​ຊາດໄດ້​ລາຍ​ງານ​ວ່າ ການ​ສູ້​ລົບ​ກັນ​ໄດ້​ເກີດ​ຂຶ້ນໃນວັນ
​ພຸດ​ວານ​ນີ້​ທີ່​ຄ້າຍ​ທະຫານ​ແຫ່ງ​ນຶ່ງ. ສະພາກາ​ແດງ​ຊູ​ແດນ​ໃຕ້
​ກ່າວ​ວ່າ ພວກ​ພົນລະ​ເຮືອນ 19 ຄົນ​ໄດ້​ເສຍ​ຊີວິດ​ໃນ​ເມືອງນັ້ນ.

​ໃນ​ຂະນະ​ດຽວ​ກັນ ກະຊວງ​ຖະ​ແຫຼ​ງຂ່າວ​ຊູ​ແດນ​ໃຕ້ ກ່າວ​ວ່າ ພວກ​ກຳລັງ​ຮັກສາ​ຄວາມ
​ປອດ​ໄພ​ແມ່ນ​ໄດ້​ຄວບ​ຄຸມ​ສະຖານະ​ການ​ໃນ​ເມືອງ Juba ​ໄວ້​ໄດ້ຢ່າງ​ເຕັມ​ສ່ວນ. ລັດຖະ
ບານ​ກ່າວ​ວ່າ ປະຊາຊົນ 500 ຄົນ​ເສຍ​ຊີວິດ​ຢູ່​ທີ່​ນັ້ນ ​ແລະ​ອີກຢ່າງ​ໜ້ອຍ​ 700 ຄົນໄດ້
ຮັບ​ບາດ​ເຈັບ ນັບ​ແຕ່​ການ​ປະ​ທະ​ກັນ​ໄດ້​ເລີ້ມ​ຂຶ້ນ​ ໃນ​ວັນ​ອາທິດຜ່ານ​ມາ​ນີ້.

ປະທານາທິບໍດີ Salva Kiir ​ໄດ້​ຖິ້ມ​ໂທດ​ ​ໃນ​ການ​ພະຍາຍາມ​ກໍ່​ລັດຖະປະຫານ​ຂຶ້ນ​ນີ້ ​ໃສ່ພວກ​ກຳລັງ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ອະດີດ​ຮອງ​ປະທານາທິບໍດີ​ Riek Machar ທີ່​ທ່ານ
​ໄດ້​ຂັບ​ໄລ່ ​ອອກ​ຈາກ​ຕຳ​ແໜ່​ງ​ໃນ​ເດືອນ​ກໍລະກົດ​ຜ່ານ​ມາ​ນັ້ນ. ທ່ານ Kiir ກ່າວໃນ​ວັນ
​ພຸດ​ວານ​ນີ້​ວ່າ ທ່ານ​ມີ​ຄວາມ​ເຕັມ​ໃຈ​ທີ່​ຈະ​ທຳ​ການໂອ້​ລົມ​ພົບ​ປະກັບ​ທ່ານ Machar.

ທ່ານ​ພັນ​ກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ​ໄດ້​ຮຽກຮ້ອງ​ໃຫ້​ປະທານາທິບໍດີ
Kiir ທໍາ​ການ​ພົວພັນ​ກັນ​ກັບ​ພວກ​ຝ່າຍ​ຄ້ານ​ຂອງ​ທ່ານ ​ແລະ​ໃຫ້​ຄວາມ​ຮ່ວມ​ໄມ້​ຮ່ວມ​ມື
​ກັບ​ສະຫະ​ປະຊາ​ຊາດ.
XS
SM
MD
LG